ການ​ສອນ​ພາສາ​ຈີນ​ຢູ່​ອາຊີ​ຕາ​ເວັນ​ອອກສຽງ​ໃຕ້​ຄອງຄອຍ​ການ​ພັດ​ທະ​ນາ​ເທື່ອ​ໃໝ່

(GMT+08:00) 2013-11-11 11:36:10     cri
ກອງ​ປະຊຸມ​ສຳ​ມະ​ນາ​ການ​ສອນ​ພາສາ​ຈີນ​ຂອງ​ອາຊີຕາ​ເວັນ​ອອກສຽງ​ໃຕ້​ຄັ້ງ​ທີ 10 ທີ່​ດຳ​ເນີນ​ມາ​ເປັນ​ເວລາ 2 ວັນ​ໄດ້​ອັດ​ລົງ​ແລ້ວ​ໃນ​ວັນ​ທີ 10 ພະຈິກ​ນີ້​ຢູ່​ນະຄອນ​ມານ​ດາ​ເລ​ຂອງ​ມຽນມາ, ຜູ້ຕາງໜ້າ​ທີ່​ເຂົ້າ​ຮ່ວມ​ກອງ​ປ​ະ​ຊຸມ​ໄດ້​ແລກ​ປ່ຽນ​ຄວາມ​ຄິດ​ຄວາມ​ເຫັນ​ຢ່າງກວ້າງຂວາງ​ກ່ຽວ​ກັບ​ນະ​ໂຍບາຍ​ການ​ສຶກສາ, ສະພາບ​ການ​ພັດ​ທະ​ນາ​ການ​ສຶກສາໃນ​ປະຈຸ​ບັນ,ການ​ພັດທະນາ​ຫຼັກສູດ​ສອນ​ພາສາ​ຈີນ​ຂອງ​ປະ​ເທດ​ອາຊີ​ຕາ​ເວັນ​ອອກສຽງ​ໃຕ້​ໃນ​ປະຈຸ​ບັນ, ຮ່ວມ​ກັນ​​ແລກປ່ຽນ​ຖອດ​ຖອນ​ບົດຮຽນ​ການ​ພັດທະນາ​ການ​ສຶກສາ​ພາສາ​ຈີນ​ຂອງ​ປະ​ເທດ​ຕ່າງໆ. ກອງ​ປະຊຸມ​ສຳ​ມະ​ນາ​ຄັ້ງ​ນີ້​ແມ່ນ​ຫ້ອງ​ຮຽນ​ຂົງ​ຈື້​ໂຮງຮຽນ​ຟູ​ຊິງ​ນະຄອນ​ມານ​ດາ​​​ເລ​ເປັນ​ເຈົ້າພາບ​ຈັດ​ຂຶ້ນ, ຜູ້ຕາງໜ້າ​ຈາກ​ອິນ​ໂດ​ເນ​ເຊຍ,ມະ​ເລ​ເຊຍ, ມຽນ​ມາ,​ຟີ​ລິບ​ປິນ,​ສິງ​ກະ​ໂປ​,​ໄທ​ແລະ​ປະ​ເທດ​ອື່ນໆ​ໄດ້​ເຂົ້າ​ຮ່ວມ. ຜູ້ຕາງໜ້າ​ຂອງ​ມະຫາວິທະຍາ​ໄລ​ແລະອົງການ​ຈັດ​ຕັ້ງ​ທີ່​ກ່ຽວຂ້ອງ​ຈຳນວນ​ໜຶ່ງ​ຂອງ​ຈີນ​ໄດ້​ເຂົ້າ​ຮ່ວມ ​ກອງ​ປະຊຸມ​ສຳ​ມະ​ນາຄັ້ງ​ນີ້ຕາມຄຳ​ເຊີນ.