ປະທານ​ສະພາ​ການ​ຄ້າ​ຈີນ​ຂອງ​ມະ​ເລ​ເຊຍ​ກ່າວ​ວ່າ, ຄົນ​ເຊື້ອສາຍ​ຈີນ​ບໍ່​ໄດ້​ຄວບ​ຄຸມ​ເສ​ດຖະກິດ​ແຫ່ງ​ຊາດ​ມະ​ເລ​ເຊຍ​ແຕ່​ຢ່າງ​ໃດ

(GMT+08:00) 2013-11-11 11:39:46     cri
ວັນ​ທີ 8 ພະຈິກ​ນີ້, ຕໍ່​ກັບ​ຄົນ​ມະ​ເລ​ເຊຍ​ເຊື້ອສາຍ​ຈີນຖືກ​ຕຳ​ໜິຫຼາຍ​ພາຍຫຼັງ​ການ​ເລືອກ​ຕັ້ງ​ທົ່ວ​ໄປ​ຂອງ​ມະ​ເລ​ເຊຍ​ໃນ​ເດືອນ​ພຶດສະພາຜ່ານ​ມາ, ​ໃນ​ນັ້ນລວມທັງ​ການຖືກ​ຕຳ​ໜິໃນຖ້ອຍຄຳທີ່ວ່າ​ມີ​​ເຈດ​ຕະນາ​ຄວບ​ຄຸມ​ເສດຖະກິດ​ແລະ​ການ​ເມືອງ​ແຫ່ງ​ຊາດ. ທ່ານ​ລິນ​​ໂກວຈ່າງ ປະທານ​ສະພາ​ການ​ຄ້າ​ຈີນ​ຂອງ​ມະ​ເລ​ເຊຍ​ກ່າວ​ໃນ​ເວລາ​ເປັນ​ປະທານ​ຈັດ​ພິທີ​ເປີດ​ງານ​ລ້ຽງ​ອາຫານ​ຄ່ຳ "ລາຕີ​ນັກທຸລະກິດ​ເຊື້ອສາຍ​ຈີນ"​ເພື່ອສະຫຼອງສະພາ​ການ​ຄ້າ​ຈີນ​ຂອງ​ລັດ​ເນ​ເກຣີ ​ເຊັມບີ​ລານສ້າງ​ຕັ້ງ​ຂຶ້ນ​ຄົບຮອບ 67 ປີວ່າ, ນີ້​ແມ່ນ​ຖ້ອຍ​ຄຳ​ທີ່​ມີ​ເຈດ​ຕະນາເຮັດ​ໃຫ້​ຄົນ​ຕື່ນຕົກ​ໃຈ​ເທົ່າ​ນັ້ນ, ​ເພາະ​ວ່າ,​ຕາມ​ຕົວ​ເລກ​ສະ​ຖິ​ຕິ​ຂອງ​ສະ​ພາ​ດັ່ງ​ກ່າວ​ນີ້, ​ໃນ​ວິ​ສາ​ຫະກິດ​ໃຫຍ່​ທີ່​ມີ​ຍອດ​ມູນ​ຄ່າ​ຊັບ​ສິນ​ຈຳນວນ 10 ລ້ານຣິງກິດຂອງ​ມະ​ເລ​ເຊຍ, ນັກ​ທຸ​ລະ​ກິດ​ເຊື້ອ​ສາຍ​ຈີນ​ກວມ​ພຽງ 6,5% ​ເທົ່າ​ນັ້ນ, ສ່ວນວິ​ສາ​ຫະກິດ​ຂະໜາດ​ໃຫຍ່​ຂອງ​ມະ​ເລ​ເຊຍ​ສ່ວນ​ໃຫຍ່​ແມ່ນ​ບໍ​ລິ​ສັດ​GLC.ຊຶ່ງ​ສາ​ມາດ​ຢັ້ງ​ຢືນ​ໄດ້​ວ່າ​ນັກ​ທຸ​ລະ​ກິດ​ເຊື້ອ​ສາຍ​ຈີນ​ບໍ່​ໄດ້​ຄວບ​ຄຸມ​ເສດຖ​ະກິດ​ແຫ່ງ​ຊາດ​ມະ​ເລ​ເຊຍ​ແຕ່​ຢ່າງ​ໃດ.

ພ້ອມ​ດຽວ​ກັນ​ນັ້ນ, ທ່ານ​ລິນ​ໂກວຈ່າງ​ຍັງ​ກ່າວ​ວ່າ, ​ໃນ​ປະຊາກອນ​ຄົນ​ມະ​ເລ​ເຊຍ​ເຊື້ອສາຍ​ຈີນ​ທັງ​ໝົດ 7 ລ້ານ​ຄົນນັ້ນ, ມີ​ພຽງ​ຈຳນວນ​ໜ້ອຍ​ເທົ່າ​ນັ້ນ​ໄດ້​ເຂົ້າ​ຮ່ວມ​ການ​ເຄື່ອນ​ໄຫວ​ດ້ານ​ການ​ເມືອງ​ຢ່າງ​​ແທ້​ຈິງ. ຄວາມ​ຈິງ​ແລ້ວ, ​ຄົນເຊື້ອສາຍ​ຈີນ​ຫວັງ​ຢາກ​ມີ​ສັງຄົມ​ທີ່​ສະຫງົບ​ປອດ​ໄພ,ທ່ຽງທຳ,ຍຸດຕິ​ທຳ​ແລະ​ສະ​ເໝີ​ພາບ​ເທົ່ານັ້ນ, ຫວັງ​ຢາກ​ທຳ​ມາຫາ​ກິນ​ ​ຢ່າງໝັ້ນຄົງ​ເທົ່າ​ນັ້ນ.