ຄົນ​ຟີ​ລິບ​ປິນ​ເຊື້ອສາຍ​ຈີນ​ລະດົມ​ການ​ບໍລິຈາກ​​ເພື່ອ​ຊ່ວຍ​ເຫຼືອ​ປະຊາຊົນ​ທີ່​ປະສົບ​​ໄພ​ຈາກພະຍຸ​​ໃຕ້​ຝຸ່ນ "​ໄຮ​ຢຽນ"

(GMT+08:00) 2013-11-11 11:45:02     cri
ຫຼາຍ​ແຂວງ​ຂອງ​ຟີ​ລິບ​ປິນ​ໄດ້​ປະສົບ​ໄພ​ຈາກພະຍຸ​​ໃຕ້​ຝຸ່ນ"​ໄຮ​ຢຽນ" ຢ່າງ​ໜັກໜ່ວງ, ອົງການ​ຈັດ​ຕັ້ງ​ຄົນ​ເຊື້ອສາຍ​ຈີນ​ຕ່າງໆ​ເຊັ່ນ​ສະພາ​ການ​ຄ້າ​ນັກທຸລະກິດ​ເຊື້ອສາຍ​ຈີນຂອງ​ຟີ​ລິບ​ປິນ​ໄດ້​ລິ​ເລີ່​ມການ​ເຄື່ອນ​ໄຫວ​ກູ້​ໄພ​ໂດຍ​ທັນທີ,ຊຶ່ງ​ໄດ້​ຮັບ​ການ​ສະໜັບສະໜູນ​ຢ່າງ​ຕັ້ງໜ້າ​ຈາກ​ຄົນ​ຟີ​ລິບ​ປິນ​ເຊື້ອສາຍ​ຈີນ​ທ້ອງ​ຖິ່ນ​ຕ່າງໆ. ສະພາ​ການ​ຄ້າ​ນັກທຸລະກິດ​ເຊື້ອສາຍ​ຈີນ​ຂອງ​ຟີ​ລິບ​ປິນ​ໄດ້​ຜ່ານ​ຈາກ​ສະພາ​ການ​ຄ້າ​ສາຂາ​ຈຳນວນ​ໜຶ່ງ​ຂອງ​ຕົນ​ທີ່​ປະຈຳ​ຢູ່​ເຂດ​ປະສົບ​ໄພ,ຕິດ​ຕໍ່​ພົວພັນ​ກັບ​ອົງການ​ປົກຄອງ​ທ້ອງ​ຖິ່ນ​ເພື່ອ​ເຂົ້າ​ຮ່ວມ​ວຽກ​ງານ​ການ​ກູ້​ໄພ, ​ໂດຍ​ໄດ້​ຂົນ​ສົ່ງ​ເຄື່ອງ​ຊ່ວຍ​ເຫຼືອ​ຈຳນວນ 5000 ຫໍ່​ໄປ​ແຂວງອີ​ໂລ​ອີ​ໂລ ​ແລະ​ຂົນ​ສົ່ງ​ເຄື່ອງ​ຊ່ວຍ​ເຫຼືອ 500 ຫໍ່​ໄປ​ແຂວງ​ມາສ​ເບັດ. ນອກ​ນີ້, ສະພາ​ການ​ຄ້າ​ຍັງ​ໄດ້ໃຊ້​ລົດຍົນ​ຂົນ​ສົ່ງ​ເຄື່ອງ​ຊ່ວຍ​ເຫຼືອ​ຕ່າງໆ​ໄປ​ຊ່ວຍ​ເຫຼືອ​ຜູ້​ປະສົບ​ໄພ​ເຊັ່ນ​ເຂົ້າ​ແລະ​ນ້ຳ​ໄປ​ສູ່​ນະຄອນທາ​ຄະ​ໂຣບານ ທີ່​ປະສົບ​ໄພໜັກໜ່ວງ​ທີ່​ສຸດ.