ທີມເຕັ້ນເຊຍ​ມະ​ຫາ​ວິ​ທະ​ຍາ​ໄລ​ແຫ່ງ​ຊາດ ຄອງ​ແຊ໊ມ ເຊຍ​ລີດ​ດິງ ຄອນ​ເທສ 2013

(GMT+08:00) 2013-11-11 16:01:07     cri

ທີມເຕັ້ນເຊຍມະຫາວິທິຍາໄລແຫ່ງຊາດ ຄອງແຊ໊ມເຕັ້ນເຊຍລີດດິງ ຄອນເທສ 2013 ເປັນ​ສະ​ໄໝ​ທຳ​ອິດ​ໄດ້​ສຳ​ເລັດ ພ້ອມ​ຮັບ​ເງິນ​ລາງ​ວັນ​ເຖິງ 20 ລ້ານ​ກີບ ພ້ອມ​ໂລ້​ກຽດ​ຕິ​ຍົດ, ຂະ​ນະ​ທີ​ຮອງ​ແຊ໊ມ​ຕົກ​ເປັນ​ຂອງ​ທີມ​ວິ​ທະ​ຍາ​ໄລ ລັດ​ຕະ​ນະ​ບໍ​ລິ​ຫານ​ທຸ​ລະ​ກິດ ໄດ້ຮັບ​ເງິນ​ລາງ​ວັນ 15 ລ້ານ​ກີບ ພ້ອມ​ໂລ້​ກຽດ​ຕິ​ຍົດ.

ໃນຕອນແລງວັນສຸກທີ 8 ພະຈິກນີ້, ໄດ້ມີການແຂ່ງຂັນເຕັ້ນເຊຍ Pepsi Cheer Leading Contest 2013 ໂດຍ​ແມ່ນ​ບໍ​ລິ​ສັດ​ເບຍ​ລາວ ຮ່ວມ​ກັບ​ຄະ​ນະ​ກຳ​ມະ​ການ​ໂອ​ລິມ​ປິກ​ແຫ່ງ​ຊາດ​ຈັດ​ຂື້ນ ໂດຍ​ການ​ໃຫ້​ກຽດ​ເປັນ​ປະ​ທານ​ຂອງ​ທ່ານ ດຣ. ພັນ​ຄຳ ວິ​ພາ​ວັນ ລັດ​ຖະ​ມົນ​ຕີ​ວ່າ​ການ​ກະ​ຊວງ​ສຶກ​ສາ​ທິ​ການ ແລະ ກິ​ລາ, ປະ​ທານ​ຄະ​ນະ​ກຳ​ມະ​ການ​ໂອ​ແລມ​ປິກ​ແຫ່ງ​ຊາດ​ລາວ, ມີ​ທີມ​ເຕັ້ນເຊຍ​ຈາກ​ວິ​ທະ​ຍາ​ໄລ​ຕ່າງໆ ເຂົ້າ​ຮ່ວມ 12 ທີມ.

ໃນງານແຂ່ງຂັນເຕັ້ນເຊຍ​ລິດ​ດິງ ທີ່​ມະ​ຫາ​ວະ​ທະ​ຍາ​ໄລ​ແຫ່ງ​ຊາດ​ທ່ານ ດຣ. ພັນ​ຄຳ ວິ​ພາ​ວັນ​ກ່າວ​ວ່າ: ການ​ແຂ່ງ​ຂັນ​ລາຍການເປບ​ຊີ ເຊຍ​ລີດ​ດິງ ຄອນ​ເທສ ຄັ້ງ​ນີ້, ເປັນ​ກິດ​ຈະ​ກຳ​ທີ່​ຂະ​ຫຍາຍ​ກິ​ລາ​ມວນ​ຊົນ​ໃຫ້​ກວ້າງ​ຂວາງ​ຂື້ນ​ໃນ​ສະ​ຖາ​ບັນ​ການ​ສຶກ​ສາ​ໄດ້​ມີ​ກາ​ນອອກ​ກຳ​ລັງ​ກາຍ, ຫຼີ້ນ​ກິ​ລາ​ຮ່ວມ​ກັນ, ເປັນ​ການ​ແລກ​ປ່ຽນ​ຄວາມ​ຄິດ​ເຫັນ ແລະ ສ້າງ​ຄວາມ​ສາ​ມັກ​ຄີ​ລະ​ຫວ່າາງ​ສະ​ຖາ​ບັນ​ການ​ສຶກ​ສາ ແລະ ມວນ​ຊົນ​ທົ່ວ​ໄປ.

ສຳລັບທີມທີ່ຊະນະເລີດຈາກລາຍ​ການ​ນີ້​ຈະ​ຕາງ​ໜ້າ​ທີມ​ຊາດ​ລາວເພື່ອເຂົ້າ​ຮ່ວມ​ການແຂ່ງ​ຂັນ​ເຕັ້ນ​ເຊຍ​ໂລກ ທີ່​ຈະ​ຈັດ​ຂື້ນ​ໃນ​ວັນ​ທີ 23-24 ພະ​ຈິກ​ນີ້ ຢູ່​ບາງ​ກອກ​ປະ​ເທດ​ໄທ.