ອົງການ​ພະລັງງານ​ປະລະ​ມາ​ນູສາກົນ​ຫຼືIAEA ​ມີ​ຄວາມ​ປາຖະໜາ​ຢາກ​ໃຫ້ການ​ສົນທະນາ​ລະຫວ່າງ IAEA ກັບ​ອີຣານ​ໄດ້​ຮັບ​ຄວາມ​ຄືບ​ໜ້າ​ທີ່​ແທ້​ຈິງ

(GMT+08:00) 2013-11-11 16:48:13     cri
ວັນ​ທີ 10 ພະຈິກ​ນີ້, ຢູ່​ນະຄອນຫຼວງ​ວຽນ​ຂອງ​​ໂອ​ຕິຼສ, ທ່ານ​ອາ​ມະ​ໂນ ​ໂນ​ມີ​ຢາ ຜູ້ອຳນວຍ​ການ​ໃຫຍ່​ອົງການພະລັງງານ​ປະລະມານູ​ສາກົນ​ຫຼື IAEA ກ່າວ​ວ່າ, ຫວັງ​ວ່າ​ການ​ສົນທະນາ​ລະຫວ່າງ IAEA ທີ່​ນຳພາ​ໂດຍ​ທ່ານ​ເອງ ກັບ​ອີຣານທີ່​ຈັດ​ຂຶ້ນ​ຢູ່​ນະຄອນ​ຫຼວງເຕ​ຮາ​ລານ​ຂອງ​​ອີຣານ​ສາມາດ​ໄດ້​ຮັບ​ຄວາມ​ຄືບ​ໜ້າ​ທີ່​ແທ້​ຈິງ, ​ເພື່ອ​ຊ່ວຍ​ໃຫ້​ຄວາມ​ກະຈ່າງ​ແຈ້ງ​ກ່ຽວ​ກັບ"ບັນຫາ​ທີ່​ພົ້ນ​ເດັ່ນ"​ໃນ​ແຜນການ​ນິວ​ເຄຼຍຂອງ​ອີຣານ, ຮັບປະກັນຄວາມ​ທາດ​ແທ້​ໃນ​ທາງ​ສັນຕິຂອງ​ແຜນການ​ນິວ​ເຄຼຍຂອງ​ອີຣານ.

ທ່ານ​ອາ​ມະ​ໂນ ​ໂນ​ມີ​ຢາ​ກ່າວ​ວ່າ, ການ​ສົນທະນາ​ລະຫວ່າງ​ອົງການ​ພະລັງງານ​ປະລະມານູ​ສາກົນ​ກັບ​ອີຣານ​ແມ່ນ​ແຕກ​ຕ່າງກັນກັບ​ການ​ສົນທະນາ​ລະຫວ່າງ​ອາ​ເມ​ລິ​ກາ, ອັງກິດ, ຝະຣັ່ງ, ຣັດ​ເຊຍ, ຈີນ​ແລະ​ເຢຍລະ​ມັນ​ກັບ​ອີຣານທີ່​ຈັດ​ຂຶ້ນ​ຢູ່​ນະຄອນ​ເຊີ​ແນວ. ທ່ານ​ເຫັນ​ວ່າ, ຂໍ້​ສະ​ເໜີ​ໃໝ່​ທີ່ອີຣານສະ​ເໜີ​ອອກ​ໃນ​ການ​ສົນທະນາ​ລະຫວ່າງ​ອີຣານ- IAEA ໃນ​ເທື່ອ​ແລ້ວ​ນີ້​ມີ​ຄວາມ​ໝາຍ​ຊີ້ນຳ​ຕົວ​ຈິງ​ຫຼາຍ, ຫວັງ​ວ່າ​ສອງ​ຝ່າຍສາມາດ​ດຳ​ເນີນ​ການ​ສົນທະນາ​ຕື່ມ​ອີກກ່ຽວ​ກັບ​ຂໍ້​ສະ​ເໜີ​ດັ່ງກ່າວ.