ສູນ​ກາງ​ພັກ​ຄອມ​ມູນິດ​ຈີນສົ່ງ​ໂທລະ​ເລກ​ຊົມ​ເຊີຍໄປ​ຍັງ​ພັກ​ກົກ​ມິນ​ຕັງ​ຈີນ​​ເນື່ອງ​ໃນ​ໂອກາດໄຂກອງ​ປະຊຸມ​ໃຫຍ່​ຜູ້​ແທນ​ຄັ້ງ​ທີ 19

(GMT+08:00) 2013-11-11 16:49:11     cri
ວັນ​ທີ 10 ພະຈິກ​ນີ້, ຄະນະ​ກຳມະການ​ສູນ​ກາງ​ພັກ​ຄອມ​ມູນິດ​ຈີນ​​ໄດ້ສົ່ງໂທລະ​ເລກຊົມ​ເຊີຍ​ໄປ​ຍັງ​ຄະນະ​ກຳມະການ​ສູນ​ກາງ​ພັກ​ກົກ​ມິນ​ຕັງ​ຈີນ​ເພື່ອ​ສະ​ແດງ​ຄວາມຊົມ​ເຊີຍຕໍ່​ການ​ໄຂກອງ​ປະຊຸມ​ໃຫຍ່​ຜູ້​ແທນ​ຄັ້ງ​ທີ 19 . ​ໂທລະ​ເລກ​ຂຽນ​ວ່າ: "​ຂໍ​ຖື​ເປັນ​ກຽດສະ​ແດງ​ຄວາມ​ຊົມ​ເຊີຍ ເນື່ອງ​ໃນ​ໂອກາດ​ໄຂກອງ​ປະຊຸມ​ໃຫຍ່​ຜູ້​ແທນ​ຄັ້ງ​ທີ 19 ຂອງ​ພັກ​ກົກ​ມິນ​ຕັງ​ຈີນ." ​ໃນ​ຊຸມ​ປີຜ່ານມານີ້, ພັກ​ກົກ​ມິນ​ຕັງຈີນ​ແລະ​ພັກ​ຄອມ​ມູນິດ​ຈີນ​ໄດ້​ຮ່ວມ​ກັນ​ທຳ​ຄວາມ​ພະຍາຍາມ, ສືບ​ຕໍ່​ຊຸກຍູ້ການ​ພົວພັນ​ລະຫວ່າງ​ສອງ​ຝັ່ງ​ຊ່ອງ​ແຄບ​ໃຫ້​ມີ​ການ​ພັດທະນາ​ໂດຍ​ສັນຕິ​, ມີ​ຄວາມ​ປາ​ຖະໜາ​ຢ່າງ​​ແຮງ​ກ້າຢາກ​ໃຫ້​ສອງ​ພັກ​ພວກ​ເຮົາສືບ​ຕໍ່​​ອັນ​ເກົ່າ​ແລະ​ຂະຫຍາຍຕົວ​ອັນ​ໃໝ່​ຕໍ່​ໄປ, ປະກອບສ່ວນ​ອັນ​ໃໝ່​ເພື່ອ​ບັນລຸ​ຄວາມ​ຈະ​ເລີ​ນຮຸ່ງ​ເຮືອງ​ອັນ​ຍິ່ງ​ໃຫຍ່​ຂອງປະຊາ​ຊາດຈີນ."

ຕອນ​ບ່າຍ​ວັນ​ທີ 10 ພະຈິກ​ນີ້, ຄະນະ​ກຳມະການ​ສູນ​ກາງ​ພັກ​ກົກ​ມິນ​ຕັງ​ຈີນ​ກໍ່ໄດ້​ສົ່ງໂທລະ​ເລກ​ຂອບ​ໃຈ​ເຖິງພັກ​ຄອມ​ມູນິດ​ຈີ​ນ​ເຊັ່ນ​ກັນ. ມື້​ດຽວ​ກັນ, ທ່ານ​ສີ​ຈິ້ນ​ຜິ​ງ ​ເລຂາທິການ​ໃຫຍ່​ສູນ​ກາງ​ພັກ​ຄອມ​ມູນິດ​ຈີນ​ກໍ່ໄດ້ສົ່ງ​​ໂທລະ​ເລກ​ໄປ​ຍັງ​ທ່ານ​ລຽນ​ຈ້າ​ນ​ແລະທ່ານ​ອູ​​ໂປ​​ໂສງ, ​ເພື່ອ​ສະ​ແດງ​ຄວາມ​ຊົມ​ເຊີຍ​ຕໍ່​ສອງ​ທ່ານ​ທີ່​ດຳລົງ​ຕຳ​ແໜ່​ງປະທານ​ກິດ​ຕິ​ມະ​ສັກ​ພັກ​ກົກ​ມິນ​ຕັງ​ຈີນ​ຕໍ່​ໄປ​ອີກ​ສະ​ໄໝ​ໜຶ່ງ. ທ່ານ​ລຽນ​ຈ້າ​ນ​ແລະ​ທ່ານ​ອູ​ໂປ​ໂສງ​ກໍ່​ໄດ້​ສົ່ງ​ໂທລະ​ເລກ​ຕອບ​ເພື່ອ​ສະ​ແດງ​ຄວາມ​ຂອບ​ໃຈ​ຕໍ່​ທ່ານ​ສີ​ຈິ້ນ​ຜິ​ງ​ເຊັ່ນ​ກັນ.