ເຈົ້າ​ໜ້າ​ທີ່​ຟີ​ລິບ​ປິນກ່າວ​ວ່າ ລົມພາຍຸ​ໃຕ້​ຝຸ່ນ "​ໄຮ​ຢ້ຽນ"ທີ່​​ພັດ​ຜ່ານຢູ່​ຟີ​ລິບ​ປິນ​ໄດ້​ເຮັດ​ໃຫ້ປະຊາຊົນເສຍ​ຊີວິດ​ໄປ​ແລ້ວ 255 ຄົນ ຈຳນວນ​ຜູ້​ປະສົບ​​ໄພມີ​ເກືອບ 9 ​ລ້ານ 5​ ​ແສນ​ຄົນ

(GMT+08:00) 2013-11-11 20:04:47     cri
ຄະນະ​ກຳມະການບັນ​ເທົາ​ໄພພິບັດ​ແຫ່ງ​ຊາດ​ຟີ​ລິບ​ປິນປະກາດ​ໃນຕອນ​ຄ່ຳ​ວັນ​ທີ 10 ພະຈິກ​ນີ້ວ່າ, ນັບ​ມາ​ຮອດ​ເວລາ 19 ​ໂມງ​ຂອງ​ວັນ​ທີ 10 ພະຈິກ​ນີ້​ຕາມ​ເວລາ​ທ້ອງ​ຖິ່ນ, ລົມພາຍຸມ​ໃຕ້​ຝຸ່ນ "​ໄຮ​ຢ້ຽນ"​ຢ່າງ​ໜ້ອຍໄດ້​ເຮັດ​ໃຫ້​ປະຊາຊົນ​ຟີ​ລິບ​ປິນ 255 ຄົນ​ເສຍ​ຊີວິດ​, ​45 ຄົນບາດເຈັບ,  ແລະ 28 ຄົນ​ຫາຍ​ສາບ​ສູນ; 41 ​ແຂວງໃນທົ່ວ​ປະ​ເທດຖືກກະທົບຈາກໄພພິບັດຄັ້ງນີ້, ຈຳ​ນວນ​ຜູ້​ປະສົບ​ໄພ​ມີ​​ເກືອບ 9 ລ້ານ 5 ​ແສນ​ຄົນ, ​ໃນ​ນັ້ນ ຜູ້​ປະສົບ​ໄພ​ທີ່​ຈຳ​ເປັນ​ຕ້ອງຍົກຍ້າຍ​ໄປ​ຢູ່ບ່ອນ​ປອດ​ໄພ​ມີ​ປະມານ 7 ໝື່ນ 4 ພັນ​ຄອບຄົວ, ລວມມີ 3 ​ແສນ 4 ໝື່ນ 2 ພັນ​ກວ່າ​ຄົນ. ຄະນະ​ກຳມະການ​ດັ່ງກ່າວ​ກ່າວ​ວ່າ, ຍ້ອນ​ວ່າ​ສາ​ເຫດ​ຕ່າງໆ​ເຊັ່ນ: ການສື່ສານໂທລະຄົມຂັດຂ້ອງ​ແລະ​ອື່ນໆ​ ​​ເຮັດ​ໃຫ້​ວຽກ​ງານ​ສະຖິຕິ​ກ່ຽວກັບຜົນເສຍຫາຍໃນ​ໄພພິບັດ​ໄດ້​ປະສົບ​ຄວາມ​ຫຍຸ້ງຍາກຢ່າງ​ຫຼວງ​ຫຼາຍ, ຄາດ​ວ່າ​ຈຳນວນ​ຜູ້​ເສຍ​ຊີວິດ​ຢູ່​​ແຫ່ງ​ຕ່າງໆ​ຂອງ​ຟີ​ລິບ​ປິນລາຍ​ງານ​ໃຫ້ນັ້ນ​ຍັງ​ຈະ​ເພີ່ມ​ຂຶ້ນ​ອີກ.

ນອກ​ນີ້, ຕົວ​ເລກ​ຂໍ້​ມູນ​ທີ່​​ຄະນະ​ກຳມະການ​ບັນເທົາ​ໄພພິບັດ​ແຫ່ງ​ຊາດ​ຟີ​ລິບ​ປິນເຜີຍ​ແຜ່​ໃນ​ຕອນ​ຄ່ຳ​ວັນ​ທີ 10 ພະຈິກ​ນີ້ສະ​ແດງ​ໃຫ້​ເຫັນ​ວ່າ, ທົ່ວ​ປະ​ເທດ​ຟີ​ລິບ​ປິນມີ​ເຮືອນ​ຢູ່​ເກືອບ 2 ໝື່ນຫຼັງ​ໄດ້​ຖືກ​ທຳລາຍ. ຕາມ​ການ​ຄິດ​ໄລ່​ເບື້ອງ​ຕົ້ນ, ລົມພາ​ຍູ​ຄັ້ງ​ນີ້​ສ້າງ​ຄວາມ​ເສຍ​ຫາຍ​ດ້ານພື້ນຖານ​ໂຄງ​ລ່າງ​ແລະ​ກະສິກຳ​​ໃນ​ເຂດ​ປະສົບ​ໄພ ໄດ້​ບັນລຸ 139 ລ້ານ​​ເປ​ໂຊຕະກຸນ​ເງິນ​ຟີ​ລິບ​ປິນ.