ຮ້ານ​ຄ້າ​ອິນ​ເຕີ​ເນັດຂອງ​ຈີນ​ໄດ້​ກຳ​ໄລ​ສູງ​ຈາກ​ການຈຳ​ໜ່ວຍສິນຄ້າ​ໃນ​ວັນ​ທີ 11 ພະຈິກ​ນີ້

(GMT+08:00) 2013-11-12 15:14:45     cri
ຕາມ​ຕົວ​ເລກ​ສະຖິຕິ​ຫຼ້າ​ສຸດ​ຂອງ​ກຸ່ມ​ບໍລິສັດAlibaba Group ຂອງ​ຈີນ​, ນັບ​ມາ​ຮອດ​ເວລາ 24 ​ໂມງ​ຂອງ​ວັນ​ທີ 11 ພະຈິກ​ນີ້, ​​ໃນ​ໄລ​ຍະ​ເທດ​ສະ​ການ​shopping 11 ພະ​ຈິກ ,​ບໍ​ລິ​ສັດ Tmall​ໄດ້​ບັນລຸ​ມູນ​ຄ່າ​ການ​ຊື້​ຂາຍ​ສິນຄ້າ​ທາງ​ອິນ​ເຕີ​ເນັດດ້ວຍ​ລະບົບ alipay ​ເຖິງ 35ຕື້ 19ລ້ານ​ຢວນ, ຊຶ່ງ​ໄດ້​ທຳລາຍ​ສະຖິຕິ​ໃນ​​ໄລຍະ​ດຽວ​ກັນ​ຂອງ​ປີ​ກາຍ​ນີ້​ທີ່​ມີ​ມູນ​ຄ່າ 19ຕື້ 100 ລ້ານ​ຢວນ.

ກຸ່ມ​ບໍລິສັດ​ຈິ່ງ​ຕຸ່ງຂອງ​ຈີນ​ກໍ່​ໄດ້​ຈັດ​ກິດຈະກຳ​ສົ່ງ​ເສີມ​ການຈຳໜ່າຍ​ຫຼື​ໂປຼ​​ໂມຊັນ​ໃນ​ໄລຍະ​ນີ້. ຕາມ​ໄດ້​ຊາບ​ວ່າ, ​ເວລາສູນ​ໂມງ ຮອດ 8 ​ໂມງ​ຂອງ​ວັນ​ທີ 11 ພະ​ຈິກ​ນີ້, ກຸ່ມ​ບໍ​ລິ​ສັດ​ຈິ່ງ​ຕຸ່ງ​ໄດ້​ຈຳ​ໜ່າຍ​​ຄອມ​ພິວ​ເຕີ​ແລະ​ສິນ​ຄ້າ​ດີ​ຈີ​ຕອນ​ຫຼາຍ​ກວ່າ 2​ແສນ 5 ໝື່ນ​ອັນ, ​ໃນ​ນັ້ນ, ຄອມ​ພິວ​ເຕີ​ຈຳ​ໜ່າຍ​ໄດ້​ຫຼາຍ​ກວ່າ 3 ໝື່ນ​ໜ່ວຍ, ມື​ຖື​ຫຼາຍ​ກວ່າ 7 ໝື່ນ​ໜ່ວຍ. ​ໃນ​ໄລຍະ​ດຽວ​ກັນ, ກຸ່ມ​ບໍ​ລິ​ສັດ​ຊູ​ນິງ​ໄດ້​ວາງ​ແຜນ​ຈັດ​ກິດ​ຈະ​ກຳ​ເທດ​ສະ​ການ​shopping O2O ຄັ້ງ​ທຳ​ອິດ, ​ແຕ່​ວັນ​ທີ 8 ຫາ​ວັນ​ທີ 10 ພະຈິກ​ນີ້, ມູນ​ຄ່າ​ການຈຳ​ໜ່າຍ​ຂອງ​ຮ້ານ​ຄ້າ​ຊູ​ນິງ​​ໄດ້​ເພີ່ມ​ຂຶ້ນ​ເກືອບ 100%​ເມື່ອ​ທຽບ​ໃສ່​ໄລ​ຍະ​ດຽວ​ກັນ​ຂອງ​ປີ​ກາ​ຍ, ວັນ​ທີ 11 ພະຈິກ​ນີ້​ໄດ້​ສ້າງ​ສະຖິຕິ​ໃໝ່​ໃນ​ດ້ານ​ການຈຳໜ່າຍ​ໃນ​ວັນ​ດຽວ, ຄາດ​ວ່າ ປະ​ລິ​ມານ​ການ​ສັ່ງ​ຈອງ​ສິນຄ້າ​ໃນ​ເວລາ 4 ວັນ​ດັ່ງກ່າວ​ນີ້​ຈະ​ຫຼາຍ​ກວ່າ 10 ລ້ານ​ສະບັບ.