ກະຊວງ​ການທ່ອງທ່ຽວ​ແລະ​ເສດຖະກິດ​ຫົວ​ຄິດ​ປະດິດ​ສ້າງ​ຂອງ​ອິນ​ໂດ​ເນ​ເຊຍ​ເປີດ​​ເວັບ​ໄຊ​ພາສາ​ຈີນ​ໃໝ່

(GMT+08:00) 2013-11-12 15:16:10     cri
ທ່ານ​ນາງ​ມາຣີ ປານ​ເກ​ສະທູ ລັດຖະມົນຕີ​ວ່າການ​ກະຊວງ​ການທ່ອງທ່ຽວ​ແລະ​ເສດຖະກິດ​ຫົວຄິດ​ປະດິດ​ສ້າງ​ອິນ​ໂດ​ເນ​ເຊຍ​ໄດ້​ຢ້ຽມຢາມ​ຈີນ​ແຕ່​ວັນ​ທີ 11 ຫາ​ວັນ​ທີ 14 ພະຈິກ​ນີ້ ​ເພື່ອ​ເລີ່​ມປະຕິບັດ​ແຜນການ​ດຳ​ເນີນ​ງານ​ຍຸດ​ທະ​ສາດ​ການທ່ອງທ່ຽວ​ອິນ​ໂດ​ເນ​ເຊຍ,​ແລະ​​ໄດ້​ເປີດ​ເວັບ​ໄຊ​ພາສາ​ຈີນ​ຂອງ​ກະຊວງ​ດັ່ງກ່າວ​ຢ່າງ​ເປັນ​ທາງ​ການ​ຢູ່ສະຖານທູດ​ອິນ​ໂດ​ເນ​ເຊຍ​ປະຈຳ​ຈີນ​ທີ່​ປັກ​ກິ່ງ​ໃນ​ວັນ​ທີ 11 ພະຈິກ​ນີ້.

ພາຍ​ໃຕ້​ການ​ເປັນ​ສັກຂີ​ພິຍານ​ຮ່ວມ​ຂອງ​ທ່ານ​ສີ​ຈິ້ນ​ຜິ​ງ ປະທານ​ປະ​ເທດ​ຈີນ​ແລະ​ທ່ານ​ຊູຊີ​ໂລ ບຳບັງ ​ຢູໂດ​ໂຢ​ໂນ ປະທານາທິບໍດີ​ອິນ​ໂດ​ເນ​ເຊຍ, ກະຊວງ​ການທ່ອງທ່ຽວ​ແລະ​ເສດຖະກິດ​ຫົວຄິດ​ປະດິດ​ສ້າງ​ອິນ​ໂດ​ເນ​ເຊຍ​ກັບ​ກົມ​ທ່ອງ​ທ່ຽວ​ແຫ່ງ​ຊາດ​ຈີນ​ໄດ້​ເຊັນ​ບົດ​ບັນທຶກ​ຄວາມ​ເຂົ້າ​ໃຈ​ການ​ຮ່ວມ​ມື​ດ້ານ​ການທ່ອງທ່ຽວ, ສອງ​ປະ​ເທດ​ໄດ້​ບັນລຸ​ຄວາມ​ຮັບ​ຮູ້​ທີ່​ເປັນ​ເອກະສັນ​ກັນ​ກ່ຽວ​ກັບ​ພະຍາຍາມ​ບັນລຸ​ເປົ້າ​ໝາຍ​ທີ່​ເຮັດ​ໃຫ້​ນັກ​ທ່ອງ​ທ່ຽວ​ຂອງ​ສອງ​ປະ​ເທດ​ຢ້ຽມຢາມ​ເຊິ່ງກັນ​ແລະ​ກັນ​ໃຫ້​ໄດ້ 2 ລ້ານ​ເທື່ອ​ຄົນ​ໃນ​ປີ2015.