ວຸດ​ທິສະພາ​ຂອງ​ໄທ​ຢັບຢັ້ງ​ພະ​ລາຊະ​ບັນຍັດ​ນີລະ​ໂທດ​ກຳ

(GMT+08:00) 2013-11-12 15:17:06     cri
ວັນ​ທີ 11 ພະຈິກ​ນີ້, ວຸດ​ທິສະພາ​ຂອງ​ໄທ​ໄດ້​ຢັບຢັ້ງ​ພະ​ລາຊະ​ບັນຍັດ​ນີລະ​ໂທດ​ກຳ​ທີ່​ມີ​ການ​ຖົກ​ຖຽງ​ກັນ​ຫຼາຍ. ​ໃນ​ວັນ​ດຽວ​ກັນ, ປະຊາຊົນ​ຈຳນວນນັບ​ໝື່ນ​ຄົນທີ່​ຄັດຄ້ານ​ພະ​ລາຊະ​ບັນຍັດນີລະ​ໂທດ​ກຳ​ໄດ້​ໂຮມ​ຊຸ​ມນຸມຢູ່​ນະຄອນຫຼວງ​ບາງກອກ, ທ່ານ​ສຸ​ເທບ ​ເທືອ​ກສຸບັນ ໜຶ່ງ​ໃນ​ບັນດາ​ຜູ້ນຳ​ຈັດ​ງານ​ໂຮມ​ຊຸມນຸມ​ປະ​ທ້ວງ​ໄດ້​ຮຽກຮ້ອງ​ໃຫ້​ປະຊາຊົນ​ທົ່ວ​ທັງ​ຊາດ​ຈົ່ງ​ຢຸດ​ງານ​ເປັນ​ເວລາ 3 ວັນ​ເລີ່​ມ​ແຕ່​ວັນ​ທີ 13 ພະຈິກ​ນີ້​ເປັນ​ຕົ້ນ​ໄປ, ​ເພື່ອ​ບັງຄັບ​ໃຫ້​ລັດຖະບານ​ປະລະ​ພະ​ລາຊະ​ບັນຍັດ​ນີລະ​ໂທດ​ກຳ.

ວັນ​ທີ 11 ພະຈິກ​ນີ້, ພາຍຫຼັງ​ວຸດ​ທິສະພາ​ໄດ້​ອະພິ​ປາຍ​ເປັນ​ເວລາ 12 ຊົ່ວ​ໂມງ​ຕໍ່​ພະ​ລາຊະ​ບັນຍັດ​ນີລະ​ໂທດ​ກຳ​ແລ້ວ, ສະມາ​ຊິກ​ສະພາ​ທັງ​ໝົດ 140 ຄົນ​ທີ່​​ເຂົ້າ​ຮ່ວມ​ການ​ລົງ​ຄະ​ແນນ​ສຽງ​ລ້ວນ​ແຕ່​ໄດ້​ລົງ​ສຽງ​ຄັດຄ້ານ​. ຕາ​ມກົດໝາຍ​ຂອງ​ໄທ, ພາຍຫຼັງພະ​ລາຊະ​ບັນຍັດ​ຖືກ​ວຸດ​ທິສະພາ​ຢັບຢັ້ງ​ແລ້ວ, ຈະ​ຖືກ​ສົ່ງ​ຄືນ​ໃຫ້​ສະພາ​ຜູ້​ແທນ​ລາຊະ​ດອນ​ເພື່ອ​ດຳ​ເນີນ​ການ​ຄົ້ນຄວ້າ​ພິຈາລະ​ນາ​ຄືນ​ອີກ​ຄັ້ງ​ໃໝ່.