ກອງ​ທຶນ​ສຸກ​ເສີນ​ອົງການ​ສະຫະ​ປະຊາ​ຊາດ​ສະ​ໜອງ​ເງິນ​ຊ່ວຍ​ເຫຼືອ 25 ລ້ານ​ໂດ​ລາ​ໃຫ້​ຟີ​ລິບ​ປິນ​ເພື່ອ​ດຳ​ເນີນ​ການ​ກູ້​ໄພ

(GMT+08:00) 2013-11-12 15:19:01     cri
ວັນ​ທີ 11 ພະຈິກ​ນີ້, ຫ້ອງການ​ວຽກ​ງານ​ມະນຸດສະທຳ​ຂອງ​ອົງການ​ສະຫະ​ປະຊາ​ຊາດ​ໄດ້​ປະກາດ​ວ່າ, ກອງ​ທຶນ​ສຸກ​ເສີນ​ສູນ​ກາງ​ອົງການ​ສະຫະ​ປະຊາ​ຊາດ​ຈະ​ຈັດ​ສັນ​ເງິນ​ງວດ​ທຳ​ອິດ​​ໃນ​ມູນ​ຄ່າ 25 ລ້ານ​ໂດ​ລາ​ເພື່ອ​​ໃຫ້ການ​ຊ່ວຍ​ເຫຼືອ​ດ້ານ​ມະນຸດສະທຳ​ແກ່​ເຂດ​ປະສົບ​ໄພ​ຂອງ​ຟີ​ລິບ​ປິນທີ່​ໄດ້​ຮັບ​ຜົນ​ກະທົບ​ຈາກ​ພະຍຸ​​ໄຕ້​ຝຸ່ນ "​ໄຮ​ຢຽນ". ຕາມ​ຂ່າວ​ແຈ້ງວ່າ, ​ເງິນ​ຊ່ວຍ​ເຫຼືອ​ກ້ອນ​ນີ້​ຈະນຳ​​ໃຊ້​ເຂົ້າ​ໃນ​ການ​ຊ່ວຍ​ເຫຼືອ​​ສຸກ​ເສີນ​ໃຫ້​ແກ່ຜູ້​ປະສົບ​ໄພ​ຈາກ​ພະຍຸ​​ໃຕ້​ຝຸ່ນ​ໃນດ້ານ​ອາຫານ, ນ້ຳ​ດື່ມ,​ເຮືອນ​ຢູ່​ອາ​ໄສ​ແລະ​ການ​ປິ່ນປົວ​ພະຍາດ​ເຫຼົ່າ​ນີ້​ເປັນ​ຕົ້ນ.

ໃນ​ວັນ​ດຽວ​ກັນ, ທ່ານ​ບານ​ກີ​ມູນ ​ເລຂາທິການ​ໃຫຍ່​ອົງການ​ສະຫະ​ປະຊາ​ຊາດ​ໄດ້​ສົນທະນາ​ຜ່ານ​ທາງ​ໂທລະ​ສັບ​ກັບ​ທ່ານ​ເດ​ວ ​ໂຣຊາຣີ​ໂອ ລັດຖະມົນຕີ​ວ່າການ​ກະຊວງ​ການ​ຕ່າງປະ​ເທດ​ຟີ​ລິບ​ປິນ​ເພື່ອ​ຢື້​ຢາມ​ຖາມ​ຂ່າວ​ຕໍ່​ປະຊາ​ຊົນ​ຟີ​ລິບ​ປິນທີ່​ປະສົບ​ໄພ​ທຳ​ມະ​ຊາດ​ໃນ​ຄັ້ງ​ນີ້.