ຜູ້​ແທນ​ຂອງ​ປະ​ເທດ​ຕ່າງໆ​ເຕົ້າ​ໂຮມ​ກັນ​ຢູ່​ນະຄອນຫຼວງ​ວັກ​ໂຊ​ວີ​ເພື່ອ​ດຳ​ເນີນການ​ເຈລະຈາ​ກ່ຽວ​ກັບ​ການ​ປ່ຽນ​ແປງ​ຂອງດິນ​ຟ້າ​ອາກາດ​ຄັ້ງ​ໃໝ່

(GMT+08:00) 2013-11-12 17:13:03     cri
ກອງ​ປະຊຸມ​ໃຫຍ່ສປຊ.ກ່ຽວ​ກັບ​ການ​ປ່ຽນ​ແປງ​ຂອງ​ດິນ​ຟ້າ​ອາກາດ​ ​ທີ່​ດຳ​ເນີນເປັນ​ເວລາ​ສອງ​ອາທິດ​ໄດ້​​ໄຂ​ຂຶ້ນ​ຢູ່​ນະຄອນຫຼວງ​ວັກ​ໂຊ​ວີ​ຂອງ​ໂປ​ໂລ​ຍ​ໃນ​ວັນ​ທີ 11 ພະຈິກ​ນີ້. ຜູ້​ແທນ​ຂອງ​ເກືອບ 200 ປະ​ເທດ​ແລະ​​ເຂດ​ແຄວ້ນ​ຈະ​ດຳ​ເນີນການ​ເຈລະຈາອີກ​ເທື່ອ​ໜຶ່ງ​ກ່ຽວ​ກັບ​ຫົວ​ຂໍ້​ຕ່າງໆ​ດ້ານການ​ປ່ຽນ​ແປງ​ຂອງດິນ​ຟ້າ​ອາກາດ​, ​ເພື່ອ​​ເປີດທາງໃຫ້​ແກ່​ການ​ບັນລຸ​ການ​ເຊັນ​ສັນຍາ​ທີ່​ກ່ຽວຂ້ອງສະບັບ​ໃໝ່ໃນ​ປີ 2015.

ທ່ານ​ຄຼິສ​ເຕຍນາ ຟິ​ເກີ​ເຣັສ ​ເລຂາທິການ​ບໍລິຫານ​ງານ​ກອງ​ເລຂາ "ສົນທິສັນຍາ​ຂອບ​ການ​ປ່ຽນ​ແປງ​ຂອງ​ດິນ​ຟ້າ​ອາກາດ​ສະຫະ​ປະຊາ​ຊາດ"ກ່າວ​ວ່າ, ປະ​ເທດ​ຕ່າງ​ໆ​ຕ້ອງ​ກຳ​ແໜ້ນ​ໂອກາດ​ທີ່​ສຳຄັນ​ຂອງ​ກອງ​ປະຊຸມ​ໃຫຍ່​ການ​ປ່ຽນ​ແປງ​ຂອງ​ດິນ​ຟ້າ​ອາກາດ​ວັກ​ໂຊ​ວີ, ​ເພື່ອ​ຮ່ວມ​ກັນ​ສະ​ແຫວງຫາ​ເສັ້ນທາງ​ການ​ພັດທະນາ​ແບບ​ຍືນ​ຍົງ​​ແລະ​ກາກ​ບອນ​ຕ່ຳ.