ເວທີ​ປຶກສາ​ຫາລື​ການ​ພົວພັນ​ລະຫວ່າງ​ຈີນ-ອາ​ເມ​ລິ​ກາ​ປະຈຳ​ປີ​ຈັດ​ຂຶ້ນ​ຢູ່​ອາ​ເມ​ລິ​ກາ

(GMT+08:00) 2013-11-12 17:13:58     cri
​ເນື່ອງ​ໃນ​ໂອກາດ​ຈີນ-ອາ​ເມ​ລິ​ກາ​ສ້າງສາ​ຍພົວພັນ​ທາງ​ກາ​ນທູດ ​ຄົບຮອບ 35 ປີ, ວັນ​ທີ 11 ພະຈິກ​ນີ້​, ​ເວທີ​ປຶກສາ​ຫາລື ​ການ​ພົວພັນ​ລະຫວ່າງ​ຈີນ-ອາ​ເມ​ລິ​ກາ​ປະຈຳ​ປີໄດ້​ຈັດ​ຂຶ້ນ​ຢູ່​ສູນ​ຄາ​ເຕີທີ່ນະຄອນ​ອັດ​ລານ​ຕາ​ຂອງ​ອາ​ເມ​ລິ​ກາ, ອະດີດນັກການ​ເມືອງທີ່​ສຳຄັນ, ນັກວິຊາການ​ແລະ​ບຸກຄົນ​ວົງ​ການ​ການ​ຄ້າ​ຂອງ​ສອງ​ປະ​ເທດ​ຈີນ-ອາ​ເມ​ລິ​ກາ​ໄດ້​ຮ່ວມ​ກັນ​ປຶກສາ​ຫາລື​ກ່ຽວ​ກັບ​ຫົວ​ຂໍ້​ສຳຄັນ​ຕ່າ​ງໆ​ທີ່​ກ່ຽວພັນ​ເຖິງທິດ​ທາງ​ຂະຫຍາຍຕົວ​ຂອງ​ການ​ພົວພັນ​ລະຫວ່າງ​ຈີນ-ອາ​ເມ​ລິ​ກາ​ຄື: ການ​ສ້າງ​ການ​ພົວພັນ​​ແບບ​ໃໝ່​ລະຫວ່າງ​ປະ​ເທດ​ໃຫຍ່​ຈີນ-ອາ​ເມ​ລິ​ກາ​ແລະ​ອື່ນໆ.

​ເວທີ​ປຶກສາ​ຫາລື​ການ​ພົວພັນ​ລະຫວ່າງ​ຈີນ-ອາ​ເມ​ລິ​ກາປະຈຳ​ປີ​​ແມ່ນ​ສູນ​ຄາ​ເຕີ​ທີ່ທ່ານ​ແຈັມ ​ເອວ ຄາ​ເຕີ ​ອະດີດ​ປະທານາທິບໍດີ​ອາ​ເມ​ລິ​ກາ​ສ້າງ​ຕັ້ງ​ຂຶ້ນ ​ແລະ​ສະມາຄົມ​ມິດຕະພາບ​ກັບ​ນາໆ​ຊາດຂອງ​ປະຊາຊົນ​ຈີນ​ຮ່ວມ​ກັນ​ເປັນ​ເຈົ້າພາບ​ຈັດ​ຂຶ້ນຄັ້ງ​ທຳ​ອິດ.