ຝ່າຍ​ຕ່າງໆ​ທີ່​ກ່ຽວຂ້ອງ​ຂອງ​ຊີຣີລ້ວນ​ແຕ່​ຄວນ​ຊຸກຍູ້​ແລະ​ເຂົ້າ​ຮ່ວມ​ກອງ​ປະຊຸມ​ເຊີ​ແນວ​ຄັ້ງ​ທີ​ສອງ​​ໂດຍ​ໄວຢ່າງ​ບໍ່​ມີ​ເງື່ອນ​ໄຂ

(GMT+08:00) 2013-11-13 15:56:53     cri

​ໃນ​ງານ​ຖະ​ແຫຼ​ງຂ່າວ​ທີ່​ຈັດ​ຂຶ້ນ​ໃນ​ວັນ​ທີ 12 ພະຈິກ​ນີ້, ທ່ານ​ຊິງ​ກ່າງ, ​ໂຄສົກ​ກະຊວງ​ການ​ຕ່າງປະ​ເທດ​ຈີນ​ກ່າວ​ວ່າ, ຝ່າຍ​ຕ່າງໆ​ທີ່​ກ່ຽວຂ້ອງ​ຂອງ​ຊີຣີລ້ວນ​ແຕ່​ຄວນ​ສະໜັບສະໜູນ​ຄວາມ​ພະຍາຍາມ​ການ​ໄກ່​ເກ່ຍຂອງ​ເລຂາທິການ​ໃຫຍ່​ອົງການ​ສະຫະ​ປະຊາ​ຊາດ​ແລະ​ທ່ານ​ບຼາຮິ​ມິ, ຜູ້ຕາງໜ້າ​ພິ​ເສດຮ່ວມ​ກ່ຽວ​ກັບ​ບັນຫາ​ຊີຣີ​ຂອງ​ອົງການ​ສະຫະ​ປະຊາ​ຊາດ​ແລະ​ສັນນິບາດ​ອາຣັບ, ​ຊຸກຍູ້​ແລະ​ເຂົ້າ​ຮ່ວມ​ກອງ​ປະຊຸມ​ເຊີ​ແນວ​ຄັ້ງ​ທີສອງ​ໂດຍ​ໄວ​ຢ່າງ​ບໍ່​ມີ​ເງື່ອນ​ໄຂ.

ທ່ານ​ຊິງ​ກ່າງ​ກ່າວ​ວ່າ, ຈີນ​ເຫັນ​ວ່າ, ​ການ​ແກ້​ໄຂ​ບັນຫາ​ຊີຣີດ້ວຍ​ວິທີ​ທາງການ​ເມືອງ​ແມ່ນ​ທາງ​ອອກ​ພຽງທາງ​ດຽວ​​ໃນ​ການ​ແກ້​ໄຂ​ບັນຫາ​ຊີຣີ, ນີ້​ກໍ່​ແມ່ນ​ຄວາມ​ຮັບ​ຮູ້ທີ່​ເປັນ​ເອກະສັນ​ກັນ​ຂອງ​ປະຊາ​ຄົມ​ໂລກ. ວຽກ​ງານອັນ​ຮີບ​ດ່ວນ​ທີ່​ສຸດ​ແມ່ນ​ຝ່າຍ​ຕ່າງໆ​ທີ່​ກ່ຽວຂ້ອງ​ຂອງ​ຊີຣີຄວນສະໜັບສະໜູນຄວາມ​ພະຍາຍາມ​ຂອງ​ເລຂາທິການ​ໃຫຍ່​ອົງການ​ສະຫະ​ປະຊາ​ຊາດ​ແລະ​ທ່ານ​ບຼາຮິ​ມິ, ຊຸກຍູ້​ແລະ​ເຂົ້າ​ຮ່ວມ​ກອງ​ປະຊຸມ​ເຊີ​ແນວ​ຄັ້ງ​ທີສອງ​ໂດຍ​ໄວ​ຢ່າງ​ບໍ່​ມີ​ເງື່ອນ​ໄຂ. ຫວັງ​ວ່າ​ໂດຍ​ຜ່ານ​ຈາກກອງ​ປະຊຸມ​ເຊີ​ແນ​ວຄັ້ງ​ທີ​ສອງນີ້, ຈະ​​ເປັນ​ການວາງ​ແຜນຂະ​ບວນການທາງ​ການ​ເມືອງ​ບາດກ້າວ​​ເດີນ​ໃນ​ອະນາຄົດ​ຂອງ​ຊີຣີ, ​ເຮັດ​ໃຫ້​ຊີຣີບັນລຸ​ສັນຕິພາບ, ສະຖຽນ​ລະ​ພາບ​ແລະ​ຄວາມ​ສະຫງົບປອດ​ໄພ​ໂດຍ​ໄວ.