ຈີນ​ຊົມ​ເຊີຍ​ອີຣານ​​ແລະ​ອົງ​ການ​ພະ​ລັງ​ງານ​ປະ​ລະ​ມາ​ນູ​ສາ​ກົນ​ເພີ່ມ​ທະ​ວີ​ການ​ຮ່ວມ​ມື​ກັນ

(GMT+08:00) 2013-11-13 11:19:10     cri
ວັນ​ທີ 12 ພະຈິກ​ນີ້, ທ່ານ​ຊິນ​ກ່າງ ​ໂຄສົກ​ກະຊວງ​ການ​ຕ່າງປະ​ເທດ​ຈີນ​ກ່າວ​ໃນກອງ​ປະຊຸມ​ຂ່າວ​ທີ່​ຈັດ​ຂຶ້ນຢູ່​ນະຄອນຫຼວງ​ປັກ​ກິ່ງ​ຂອງ​ຈີນວ່າ, ຈີນ​ຊົມ​ເຊີຍ​ອີຣານ​​ແລະ​ອົງການ​ພະລັງງານ​ປະລະມານູ​ສາກົນຫຼື IAEA ທີ່​ໄດ້​ເພີ່ມທະວີ​ການ​ຮ່ວມ​ມື​ກັນ, ​​ເຫັນ​ວ່າ, ນີ້​ຈະ​ມີ​ຜົນ​ດີ​ຕໍ່​ການ​ສ້າງ​ເງື່ອນ​ໄຂ​ທີ່​ດີ​ເພື່ອ​ແກ້​ໄຂ​ບັນຫາ​ນີວ​ເຄຼຍຂອງ​ອີຣານຢ່າງຮອບດ້ານ,ຍາວ​ນານ​ແລະ​ເໝາະ​ສົມ, ຊຸກຍູ້​ບັນຫາ​ນີວ​ເຄຼຍຂອງ​ອີຣານ​ໃຫ້​ໄດ້​ຮັບ​ການ​ແກ້​ໄຂ​ໂດຍ​ສັນຕິ​ໃນ​ທີ່​ສຸດ​ດ້ວຍ​ວິທີ​ທາງການ​ເມືອງ​ແລະ​ການ​ຕ່າງປະ​ເທດ.

ຕາມ​ຂ່າວ​ແຈ້ງວ່າ, ອີຣານກັບ​ອົງການ IAEA ​ໄດ້​ລົງ​ນາມ​ໃນ​ຖະ​ແຫຼ​ງການ​ຮ່ວມ​ກ່ຽວ​ກັບ​ການ​ຮ່ວມ​ມື​ຕື່ມ​ອີກ​ເພື່ອ​ແກ້​ໄຂ​ບັນຫາ​ທີ່​ຍັງ​ຄົງ​ຄ້າງ​ຢູ່​ໃນ​ແຜນການ​ນີວ​ເຄຼຍຂອງ​ອີຣານ. ອີຣານຍັງ​ຈະ​ອະນຸຍາດ​ໃຫ້​ເຈົ້າ​ໜ້າ​ທີ່​ກວດກາ​ນີວ​ເຄຼຍສາມາດ​ເຂົ້າ​ໄປ​ຢ້ຽມຢາມ​​​ໂຮງ​ຕິດ​ຕັ້ງ​ເຄື່ອງ​ປະຕິ​ກອນ​ນ້ຳ​ທາດ​ໜັກ​ອາຣັກ​ແລະ​ບໍ່​ຢູ​ເຣນ້ຽມຂຸ້ນ​ກາ​ຊິນ. ​ໃນ​ເວລາ​ຕອບ​ຄຳ​ຖາມ​ທີ່​ກ່ຽວຂ້ອງ​ຂອງ​ນັກ​ຂ່າວ, ທ່ານ​ຊິນ​ກ່າງ ​ໂຄສົກ​ກະຊວງ​ການ​ຕ່າງປະ​ເທດ​ຈີນ​ກ່າວ​ວ່າ, ຈີນ​ເຫັນ​ວ່າ, ການ​ຊຸກຍູ້​ການ​ສົນທະນາ​ແລະ​ຮ່ວມ​ມື​ກັນ​ເປັນ​ວິທີ​ທີ່​ຖືກຕ້ອງ​ພຽງ​ໜຶ່ງ​ດຽວ​​ໃນ​ການ​ແກ້​ໄຂ​ບັນຫາ​ນີວ​ເຄຼຍຂອງ​ອີຣານຢ່າງ​ເໝະສົມ.