ປະກາດ​ແຈ້ງ​ຂ່າວ​ຂອງກອງ​ປະຊຸມ​ຄົບຄະນະຄັ້ງ​ທີ 3 ສະ​ໄໝ​ທີ 18 ຂອງ​ພັກ​ຄອມ​ມູນິດ​ຈີນ​ຊີ້​ອອກ​ວ່າ, ການ​ປະຕິ​ຮູບ​ລະບົບ​ເສດຖະກິດ​ແມ່ນ​ຈຸດ​ສຸມ​​ໃນ​ການ​ລົງ​ເລິກ​ການ​ປະຕິ​ຮູບ​ຢ່າງຮອບດ້ານ

(GMT+08:00) 2013-11-13 11:20:47     cri
ປະກາດ​ແຈ້ງ​ຂ່າວ​ຂອງກອງ​ປະຊຸມ​ຄົບຄະນະຄັ້ງ​ທີ 3 ສະ​ໄໝ​ທີ 18 ຂອງ​ພັກ​ຄອມ​ມູນິດ​ຈີນ​ຊີ້​ອອກ​ວ່າ, ການ​ປະຕິ​ຮູບ​ລະບົບ​ເສດຖະກິດ​ແມ່ນ​ຈຸດ​ສຸມ​​ໃນ​ການ​ລົງ​ເລິກ​ການ​ປະຕິ​ຮູບ​ຢ່າງຮອບດ້ານ, ບັນຫາ​ໃຈກາງ​ແມ່ນ​ແກ້​ໄຂ​ການ​ພົວພັນ​ລະຫວ່າງພາກ​ລັດກັບ​ຕະຫຼາດ​ໃຫ້​ດີ, ​ເຮັດ​ໃຫ້ຕະຫຼາດ​ມີ​ບົດບາດ​ລັກສະນະ​ຕັດສິນ​ໃນ​ການຈັດ​ສັນ​ຊັບພະຍາກອນ​ແລະ​ເສີມ​ຂະຫຍາຍ​ບົດບາດ​ຂອງ​ພາກ​ລັດ​ໃຫ້​ມີ​ປະສິດທິ​ຜົນ​ຫຼາຍ​ກວ່າ​ເກົ່າ.

ປະກາດ​ແຈ້ງ​ການ​ຂອງ​ກອງ​ປະຊຸມ​ໄດ້​ຊີ້​ອອກ​ວ່າ, ​​ເມື່ອ​ຮອດ​ປີ 2020, ​​ພະຍາຍາມ​ໃຫ້​ໄດ້​ຮັບ​ໝາກຜົນ​ລັກສະນະ​ຕັດສິນ​ໃນການ​ປະຕິ​ຮູບ​ຂອງ​ຂົງ​ເຂດ​ສຳຄັນ​ແລະ​ຂອດທີ່​ເປັນຂໍ​ກະ​ແຈ, ​ເຮັດ​ໃຫ້​ລະບຽບ​ດ້ານ​ຕ່າງໆ​ສົມບູນ​ກວ່າ​ເກົ່າ​ແລະ​ໝັ້ນຄົງ​ກວ່າ​ເກົ່າ.ຕ້ອງ​​ໃຫ້ການປົກປ້ອງ​ຄວາມ​ສັກສິດ​ຂອງ​ລັດຖະທຳ​ມະນູນ​ແລະ​ກົດໝາຍ, ລົງ​ເລິກ​ການ​ປະຕິ​ຮູບ​ລະບົບ​ການ​ປະຕິບັດ​ກົດໝາຍ​ທາງ​ບໍລິຫານ, ຮັບປະກັນ​ໃຫ້​ນຳ​ໃຊ້​ສິດ​ຕັດສິນ​ແລະ​ສິດ​ໄອ​ຍະ​ການ​ຕາມ​ກົດໝາຍ​ຢ່າງ​ອິດ​ສະຫຼະ​ແລະ​ຍຸດຕິ​ທຳ, ບູລະນະ​ກົນ​ໄກ​ປະຕິບັດ​ສິດ​ອຳນາດ​ດ້ານ​ຕຸລາການ​ໃຫ້​ສົມບູນ​ຂຶ້ນ, ປັບປຸງ​ລະບຽບ​ການ​ຮັບປະກັນ​ສິດທິ​ມະນຸດ​ຈາກ​ດ້ານ​ຕຸລາການ​ໃຫ້​ສົມບູນ​ຂຶ້ນ.

ປະກາດ​ແຈ້ງ​ຂ່າວ​ຂອງ​ກອງ​ປະຊຸມ​ຍັງຊີ້​ອອກ​ວ່າ, ຄະນະ​ກຳມະການສູນ​ກາງ​ພັກ​ຄອມ​ມູນິດ​ຈີນ​ໄດ້​ສ້າງ​ຕັ້ງ​ໜ່ວຍ​ນຳພາ​ການ​ລົງ​ເລິກ​ການ​ປະ​ຕິ​ຮູບ​ຢ່າງຮອບດ້ານ, ຄະນະ​ພັກ​ທຸກ​ຂັ້ນຕ້ອງ​ປະຕິບັດ​ໜ້າ​ທີ່​ການ​ນຳພາ​ການ​ປະຕິ​ຮູບຢ່າງ​ແທ້​ຈິງ. ສ້າງ​ຕັ້ງ​ຄະນະ​ກຳມະການ​ຄວາມ​ໝັ້ນຄົງ​ແຫ່ງ​ຊາດ,ປັບປຸງ​ລະບົບ​ຄວາມ​ໝັ້ນຄົງ​ແຫ່ງ​ຊາດ​ແລະ​ຍຸດ​ທະ​ສາດ​ຄວາມ​ໝັ້ນຄົງ​ແຫ່ງ​ຊາດ​ໃຫ້​ສົມບູນ​ຂຶ້ນ, ​ເພື່ອຮັບປະກັນ​ຄວາມ​ໝັ້ນຄົງ​ແຫ່ງ​ຊາດ.