ຈີນ​ໄດ້​ຮັບ​ເລືອກ​ຕັ້ງ​ເປັນສະມາຊິກສະພາ​​ສິດທິ​ມະນຸດ​ຂອງ​ສະຫະ​ປະຊາ​ຊາດ

(GMT+08:00) 2013-11-13 17:01:58     cri
ຕາມ​ຂ່າວສານ​ຊີ​ນຮວາ: ວັນ​ທີ 12 ພະຈິກ​ນີ້, ສະມັດຊາ​ໃຫຍ່​ສະຫະ​ປະຊາ​ຊາດ​ຄັ້ງ​ທີ 68 ​ໄດ້​ຈັດການ​ເລືອກ​ຕັ້ງ​ສະມາຊິກ​ສະພາ​ ​ສິດທິ​ມະນຸດ​ສະຫະ​ປະຊາ​ຊາດ​ເພື່ອ​ປ່ຽນ​ແທນ​ຊຸດ​ເກົ່າ, ຈີນ​ໄດ້ຮັບ​​ເລືອກ​ຕັ້ງ​ເປັນ​ສະມາຊິກ​ສະພາ​ດັ່ງກ່າວ​ດ້ວຍ​ຄະ​ແນນ​ສຽງ​ເຫັນ​ດີ 176 ບັດ, ​​ເພື່ອດຳລົງ​ຕຳ​ແໜ່​ງ​​ແຕ່​ປີ 2014 ຫາ ປີ 2016.

ທ່ານ​ຫວາງ​ມິນ ຮອງ​ຜູ້ຕາງໜ້າ​ຖາວອນ​ຂອງຈີນ​ປະຈຳ​ສະຫະ​ປະຊາ​ຊາດ​ກ່າວ​ພາຍຫຼັງ​ສິ້ນ​ສຸດ​ການເລືອກ​ຕັ້ງ​ວ່າ, ລັດຖະບານ​ຈີນ​ໃຫ້​ຄວາມ​ສຳຄັນ​ໃນ​ລະດັບ​ສູງ​ຕໍ່​ການ​ຊຸກຍູ້​ແລະ​ປົກ​ປ້ອງ​ສິດທິ​ມະນຸດ​ແລະ​ໄດ້​ຮັບ​ຜົນສຳ​ເລັດ​ຢ່າງ​ຈະ​ແຈ້ງ, ພ້ອມ​ທັງ​ດຳ​ເນີນ​ການ​ຮ່ວມ​ມືກັບ​ສາກົນ​ໃນ​ຂົງ​ເຂດ​ສິດທິ​ມະນຸດ​ຢ່າງ​ຕັ້ງ​ໜ້າ, ການ​ທີ່ຈີນ​ໄດ້​ຮັບ​ເລືອກ​ຕັ້ງ​ເປັນ​ສະມາຊິກ​ສະພາ​ສິດທິ​ມະນຸດ​ດ້ວຍ​ຄະ​ແນ​ນສຽງ​ສູງຄັ້ງນີ້​ໄດ້​ສະ​ແດງ​ໃຫ້​ເຫັນ​ຢ່າງ​ເຕັມ​ສ່ວນຕື່ມ​ອີກວ່າ​ປະຊາ​ຄົມ​ໂລກ​ສະ​ແດງ​ຄວາມ​ເຫັນ​ດີ​ຢ່າງ​ສູງຕໍ່​ຜົນສຳ​ເລັດ​ອັນ​ໃຫຍ່​ຫຼວງ​ທີ່ຈີນ​ໄດ້​ຮັບ​ໃນ​ຂົງ​ເຂດ​ສິດທິ​ມະນຸດ. ຈີນ​ສະ​ແດງ​ຄວາມ​ຂອບ​ໃຈ​ຕໍ່​ການ​ສະໜັບສະໜູນ​ທີ່​ລ້ຳ​ຄ່າ​ຂອງ​ປະ​ເທດ​ຕ່າງ​ໃນ​ໂລກ​ໃນ​ການ​ເຂົ້າ​ຮ່ວມ​ການ​ແຂ່ງ​ຂັນ​​ເລືອກ​ຕັ້ງຄັ້ງ​ນີ້. ຕໍ່​ໄປ​ພາຍ​ໜ້າ, ຈີນຈະ​ປະກອບ​ສ່ວນ​ອັນ​ໃຫຍ່​ຫຼວງກວ່າ​ເກົ່າ​ເຂົ້າ​ໃນ​ການ​ພັດທະນາ​ວຽກ​ງານດ້ານ​ສິດທິ​ມະນຸດ​ສາກົນຢ່າງ​ປອດ​​ໃສ.

​ໃນການ​ເລືອກ​ຕັ້ງປ່ຽນ​​ແທນ​ຊຸດ​ເກົ່າຄັ້ງນີ້,  ປະ​ເທດ​ທີ່​ໄດ້​ຮັບ​ ​ເລືອກ​ຕັ້ງ​ຄັ້ງ​ນີ້​ນອກຈາກ​ຈີນ​ແລ້ວຍັງ​ມີຣັດ​ເຊຍ, ອັງກິດ, ຝະຣັ່ງ, ກູ​ບາ, ອຟິຼກາ​ໃຕ້, ອາຣັບບີ​ຊາ​ອຸ​ດິດ​ແລະ​ປະ​ເທດ​ອື່ນ​ໆ​ທັງ​ໝົດ 13 ປະ​ເທດ.