ອິ​ນ​ໂດ​ເ​ນ​ເຊຍ​ຫວັງ​ວ່າຈະ​ສາມາດ​ສະໜອງ​ການ​ບໍລິ​ການ​ທີ່​ດີກ​ວ່າ​ເກົ່າ​ແລະ​ເສັ້ນທາງ​ການທ່ອງທ່ຽວ​ຫຼາຍ​ກວ່າ​ເກົ່າ​ໃຫ້​ແກ່​ນັກ​ທ່ອງ​ທ່ຽວ​ຈີນ

(GMT+08:00) 2013-11-13 17:02:47     cri
ວັນ​ທີ 11 ພະຈິກ​ນີ້, ທ່ານນາງມາຣີ ​ເອນ​ຄາ ຜັນ​ເກ​ຊູ ລັດຖະມົນຕີ​ວ່າການ​ກະຊວງ​ທ່ອງທ່ຽວ​ແລະ​ເສດຖະກິດ​ຫົວຄິດ​ປະດິດ​ສ້າງ​ອິນ​ໂດ​ເນ​ເຊຍ​ໄດ້​​ເດີນທາງ​ໄປ​ຢ້ຽມຢາມນະຄອນຫຼວງ​ປັກ​ກິ່ງຈີນ​, ​ແລະ​ໄດ້​ເຂົ້າ​ຮ່ວມ​ກອງ​ປະຊຸມ​ຂ່າວຂອງ​ກະຊວງ​ດັ່ງກ່າວກ່ຽວ​ກັບເວັບ​ໄຊ​ທ່ອງ​ທ່ຽວ​ພາສາ​ຈີນ​ໃຫ້ການ​ບໍລິການ​ຢ່າງ​ເປັນ​ທາງ​ການ​ທີ່​ຈັດ​ຂຶ້ນ​ຢູ່​ສະຖານທູດ​ອິນ​ໂດ​ເນ​ເຊຍ​ປະຈຳ​ຈີນ. ທ່ານ​ນາງ​ມາຣີ ຜັນ​ເກ​ຊູ​ຫວັງ​ວ່າ​ເວັບ​ໄຊ​ນີ້​ສາມາດ​ກາຍ​ເປັນ​ບ່ອນ​ເຕົ້າ​ໂຮມ​ແລະ​ບໍລິການ​​ຂໍ້​ມູນ​ດ້ານ​ການທ່ອງທ່ຽວ​ຂອງ​ອິນ​ໂດ​ເນ​ເຊຍ, ​ແລະ​ລົງ​ເລິກ​ແນະນຳ​ແຫຼ່ງທ່ອງ​ທ່ຽວ​ຫຼາຍ​ຮ້ອຍ​ແຫ່ງ​ ຕະຫຼອດ​ເຖິງຮີດຄອງ​ປະ​ເພນີແລະ​ລັກສະນະ​ພິ​ເສດ​ດ້ານ​ວັດທະນະທຳຂອງ​ອິນ​ໂດ​ເນ​ເຊຍ​ໃຫ້​ແກ່​ນັກ​ທ່ອງ​ທ່ຽວ​ຈີນ.

ວັນ​ທີ 2 ຕຸລາ​ແລ້ວ​ນີ້, ພາຍ​ໃຕ້​ການ​ເປັນ​ສັກຂີ​ພິຍານ​ຮ່ວມ​ກັນ​ຂອງ​ທ່ານ​ສີ​ຈິ້ນ​ຜິ​ງ ປະທານ​ປະ​ເທດ​ຈີນ​ແລະ​ທ່ານ​ຊຸຊີ​ໂລ ບຳບັງ ຢຸດ​ໂຮ​ໂຢ​ໂນ ປະທາ​ນາ​ທິບໍດີ​ອິນ​ໂດ​ເນ​ເຊຍ, ກະຊວງທ່ອງທ່ຽວ​ແລະ​ເສດຖະກິດ​ຫົວຄິດ​ປະດິດ​ສ້າງ​ອິນ​ໂດ​ເນ​ເຊຍ​ແລະ​ກົມ​ທ່ອງ​ທ່ຽວ​ແຫ່ງ​ຊາດ​ຈີນ​ໄດ້​ຮ່ວມ​ກັນ​ເຊັນ​ບົດ​ບັກ​ທຶກຄວາມ​ເຂົ້າ​ໃຈ​ກ່ຽວ​ກັບ​ການ​ຮ່ວມ​ມື​ດ້ານ​ການທ່ອງທ່ຽວ, ສອງ​ປະ​ເທດ​ໄດ້​ບັນລຸ​ຄວາ​ມຮັບ​ຮູ້​ທີ່​ເປັນ​ເອກະສັນ​ກັນ​ໃນ​ການບັນ​ລຸ​ເປົ້າ​ໝາຍ​ທີ່ນັກ​ທ່ອງທ່ຽວ​ຈີນ​ແລະ​ອິນ​ໂດ​ເນ​ເຊຍ​ໄປ​ມາລະຫວ່າງ​ກັນຈຳ​ນວນ 2 ລ້ານ​ເທື່ອ​ຄົນ​ໃນ​ປີ 2015. ຕໍ່​ເລື່ອງ​ນີ້, ທ່ານນາງ​ມາຣີ ຜັນ​ເກ​ຊູ​ກ່າ​ວວ່າ, ກະຊວງ​ການທ່ອງທ່ຽວ​ແລະ​ເສດຖະກິດ​ຫົວຄິດປະດິດ​ສ້າງ​ອິນ​ໂດ​ເນ​ເຊຍ​ມີ​ແຜນ​ຈະ​ຊຸກຍູ້​ການ​ຮ່ວມ​ມື​ລະຫວ່າງ​ບໍລິສັດ​ທ່ອງ​ທ່ຽວ​ຂະໜາດ​ໃຫຍ່​ຂອງ​ອິນ​ໂດ​ເນ​ເຊຍ​ກັບ​ບໍລິສັດ​ທ່ອງ​ທ່ຽວ​ຂອງ​ຕົວ​ເມືອງ​ແຫ່ງ​ຕ່າງ​ໆ​ຂອງ​ຈີນ, ອົບຮົມ​ຜູ້ນຳ​ທ່ຽວ​ນັກທ່ອງທ່ຽວ​ຂອງ​ຈີນ​ໃຫ້​ຫຼາຍ​ກວ່າ​ເກົ່າ​ແລະ​ຈັດວາງ​ເສັ້ນທາງທ່ອງທ່ຽວ​ທີ່​ມີ​ຄວາມ​ອາດ​ເປັນ​ໄປ​ໄດ້​ໃຫ້​ຫຼາຍ​ກວ່າ​ເກົ່າ.

​ໃນ​ງານ​ແນະນຳ​ການທ່ອງທ່ຽວທີ່​ມີ​ຫົວ​ຂໍ້​ວ່າ "ອິນ​ໂດ​ເນ​ເຊຍ​ແຫ່ງ​ຄວາມ​ມະຫັດສະຈັນ", ທ່ານ​ນາງ​ມາຣີ ຜັນ​ເກ​ຊູ ລັດຖະມົນຕີ​ວ່າການ​ກະຊວງ​ທ່ອງທ່ຽວ​ແລະ​ເສດຖະກິດຫົວຄິດປະດິດ​ສ້າງ​ຂອງ​ອິນ​ໂດ​ເນ​ເຊຍ​ກ່າວ​ວ່າ, ຈະ​ເປີດ​ເສັ້ນທາງ​ການບິນ​ແຕ່​ນະຄອນ​ຈີ​ນານ​ແລະ​ນະຄອນ​ຊິ່ນ​ຕາວ​ຂອງ​ຈີນ​ໄປນະຄອນຫຼວງ​ຈາ​ກາ​ຕາ​ຂອງອິນ​ໂດ​ເນ​ເຊຍ, ​ໃນ​ອະນາຄົດ​ຈະ​ມີ​ຕົວ​ເມືອງ​ຂອງ​ຈີນ​ຫຼາຍ​ກວ່າ​ເກົ່າເປີດ​ເສັ້ນທາງ​ການບິ​ນສາຍ​ໃໝ່​ອີກ. ພ້ອມ​ດຽວ​ກັນ​ນັ້ນ ຈະ​ອຳ​ນວຍ​ຄວາມ​ສະດວກ​ຫຼາຍ​ວ່າ​ເກົ່າ​​ໃຫ້​ແກ່"ການ​ເຮັດວິຊາກັບ​ດ່ານ"ຕໍ່ນັກ​ທ່ອງ​ທ່ຽວ​ຈີນທີ່​ໄດ້​ປະຕິບັດ​ມາ​ເປັນ​ເວລາ 3 ປີ​ແລ້ວ​ນັ້ນ​ໃຫ້​ດີ​ຂຶນ​ຕື່ມອີກ​.