ມີວິ​ສາ​ຫະກິດ​ຂະໜາດ​ກາງ​ແລະ​ນ້ອຍຂອງ​ສິງກະ​ໂປ​​ເກືອບ​ເຄິ່ງໜຶ່ງ​ໄດ້​ລົງທຶນ​ຢູ່​ຈີນ

(GMT+08:00) 2013-11-14 13:05:01     cri
ວັນ​ທີ 12 ພະຈິກ​ນີ້, ທ່ານຈ່າງ​ຢຸງຊາງ, ຫົວໜ້າ​ກົມ​ພັດທະນາ​ວິ​ສາ​ຫະກິດ​ສາກົນຂອງ​ສິງກະ​ໂປ​ກ່າວ​ວ່າ, ຜົນ​ການ​ສຳ​ຫຼວດສະບັບ​ໜຶ່ງ​ຂອງ​ກົມ​ດັ່ງກ່າວ​ສະ​ແດງ​ໃຫ້​ເຫັນ​ວ່າ, ວິ​ສາ​ຫະກິດ​ຂະໜາດ​ກາງ​ແລະ​ນ້ອຍ​ຂອງ​ສິງກະ​ໂປ​ມີ​ເກືອບ​ເຄິ່ງໜຶ່ງ​ໄດ້​ລົງທຶນ​ຢູ່​ຈີນ, ທຽບ​ກັບ​ປີຜ່ານ​ມາເພີ່ມ​ຂຶ້ນ​ປະມານ 15%. ການ​ສຳ​ຫຼວດດັ່ງກ່າວ​ໄດ້​ດຳ​ເນີນ​ແຕ່​ທ້າຍ​ປີ​ກາຍ​ນີ້​ຫາ​ຕົ້ນ​ປີ​ນີ້, ​ແລະ​ໄດ້ກວມ​ເຖິງ​ວິ​ສາ​ຫະກິດ​ສິງກະ​ໂປ 1416 ​ແຫ່ງ​ທີ່​ກຳລັງ​ຫຼື​ມີ​ແຜນ​ຈະ​ລົງທຶນ​ຢູ່​ຕະຫຼາດ​ຕ່າງປະ​ເທດ. ​ເຈົ້າ​ໜ້າ​ທີ່​ທ່ານ​ໜຶ່ງ​ຂອງ​ກົມ​ພັດທະນາ​ວິ​ສາ​ຫະກິດ​ສາກົນ​ສິງກະ​ໂປ​ກ່າວ​ວ່າ, ປັດຈຸບັນ​ການ​ລົງທຶນ​ຢູ່​ຈີນ​ຂອງ​ສິງກະ​ໂປ​ມີ 45% ​ເຕົ້າ​ໂຮມ​ກັນ​ຢູ່​ພາກ​ຕາ​ເວັນ​ອອກ​ຂອງ​ຈີນ, ​ໂດຍ​ສະ​ເພາະ​ແມ່ນ​ຢູ່​ແຂວງ​ຈ່ຽງຊູ​ແລະ​ນະຄອນ​ຊຽງ​ໄຮ.

ລັດຖະມົນຕີ​ວຽກ​ງານ​ການ​ເມືອງລະດັບ​ສູງ​ຂອງ​ກະຊວງ​ອຸດສາຫະກຳ​ການ​ຄ້າ​ສິງກະ​ໂປ​ກ່າວ​ວ່າ, ສິງກະ​ໂປ​ແມ່ນ​ແຫຼ່ງທຶນ​ຕ່າງປະ​ເທດ​ສຳຄັນ​ຂອງ​ຕະຫຼາດ​ຈີນ. ຍອດ​ມູນ​ຄ່າ​ການ​ລົງທຶນ​ຂອງ​ສິງກະ​ໂປ​ຢູ່​ຈີນ​ໄດ້​ບັນລຸ 59 ຕື້ 300 ລ້ານ​ໂດ​ລາ​ໃນ​ປີ​ກາຍ​ນີ້, ​ເພີ່ມ​ຂຶ້ນ​ຫຼາຍ​ກວ່າ​ໄລຍະ​ດຽວ​ກັນຂອງ​ປີ​ 2011 ​ເຖິງ 12%.