ທະນາຄານ​ທຶນ​ຕ່າງປະ​ເທດ​ເອົາ​ໃຈ​ໃສ່​ປະກາດ​ແຈ້ງ​ຂ່າວ​ຂອງ​ກອງ​ປະຊຸມ​ຄົບ​ຄະນະ​ຄັ້ງ​ທີ 3 ສະ​ໄໝ​ທີ 18 ຂອງ​ພັກ​ຄອມ​ມູນິດ​ຈີນ​ທີ່​ໄດ້​ກຳນົດ​ບົດ​ບາດ​ໃໝ່ຂອງ​ຕະ​ຫຼາດ

(GMT+08:00) 2013-11-14 12:55:03     cri
ຕໍ່​ ​ບົດ​ປະກາດ​ແຈ້ງ​ຂ່າວ​ຂອງ​ກອງ​ປະຊຸມ​ຄົບ​ຄະນະ​ຄັ້ງ​ທີ 3 ສະ​ໄໝ​ທີ 18 ຂອງ​ພັກ​ຄອມ​ມູນິດ​ຈີນ​ທີ່​ຫາ​ກໍ່​ເປີດ​ເຜີຍ​ອອກ​ມາ​ນັ້ນ, ນັກວິ​ເຄາະ​ຂອງທະນາຄານ​ທຶນຕ່າງປະ​ເທດ​ໄດ້​​ໃຫ້​ທັດສະນະ​ຂອງ​ຕົນ​ໃນ​ວັນ​ທີ 13 ພະຈິກ​ນີ້.

ທ່ານ​ເຊ້ຍຕຸ້ງມິ​ງ ນັກວິເຄາະເສດຖະກິດຂອງທະນາຄານ OCBC BANK ຂອງ​ສິງກະ​ໂປ​ເຫັນ​ວ່າ, ກອງ​ປະຊຸມ​ໃນ​ຄັ້ງ​ນີ້​ໄດ້ຍົກ​ລະດັບ​ບົດບາດ​ຂອງ​ຕະຫຼາດ​ຈາກລັກສະນະ​ພື້ນຖານ​ຂຶ້ນ​ເປັນ​ລັກສະນະ​ຕັດສິນ, ຊຶ່ງ​ໝາຍ​ຄວາມ​ວ່າ ລັດຖະບານ​ຈີນ​ມີ​ຄວາມ​ຕັດສິນ​ໃຈ​ຫຼຸດ​ຈຳ​ນວນ​ອົງການ​ຈັດ​ຕັ້ງ​ພາກ​ລັດ​ໃຫ້​ໜ້ອຍ​ລົງ, ປ່ອຍ​ສິດ​ຄຸ້ມ​ຄອງ​ການ​ດຳ​ເນີນ​ທຸລະ​ກິດ​​ໃຫ້​ວິ​ສາ​ຫະກິດ, ຈຳກັດ​ການ​ແຊກ​ແຊງ​ຕະຫຼາດ.

ທ່ານ​ວາງ​ທາວ ຫົວໜ້ານັກ​ເສດຖະສາດຂອງUBS CHINA ກ່າວ​ວ່າ, ປະກາດ​ແຈ້ງ​ຂ່າວ​ໃນ​ຄັ້ງ​ນີ້​ໄດ້​ດັດ​ແປງ​ບົດບາດ​ລັກສະນະ​ພື້ນຖານ​ຂອງ​ຕະຫຼາດ​ໃນ​ການຈັດ​ສັນ​ຊັບພະຍາກອນ​ໃຫ້​ເປັນ​ບົດບາດ​ລັກສະນະ​ຕັດສິນ, ນີ້​ໄດ້​ຍົກ​ລະດັບ​ຄວາມ​ສຳຄັນ​ຂອງ​ກົນ​ໄກ​ຕະຫຼາດ, ສະ​ແດງ​ໃຫ້​ເຫັນ​ວ່າ, ​ໃນ​ອະນາຄົດ​ອາດ​ຈະ​ມີ​ການ​ປະຕິ​ຮູບ​ດ້ານ​ປັດ​ໄຈ​ລາຄາ​ຫຼາຍ​ກວ່າ​ເກົ່າ​ຈະ​ໄດ້ຮັບ​ການ​ຊຸກ​ຍູ້​ປະຕິບັດ.

ທ່ານ​ຈູ​ໄຮ​ປິ່ນ ຫົວໜ້າ​ນັກ​ເສດ​ຖະສາດ​ຈີນ​ຂອງ ທະນາຄານJPMorgan Chase&CO. ກ່າວ​ວ່າ, ປະກາດ​ແຈ້ງ​ຂ່າວ​​ໃນ​ການກຳນົດ​ບົດບາດ​ຂອງ​ຕະຫຼາດ​ຄັ້ງ​ໃໝ່​ເປັນ​ປັດ​ໄຈ​ໃໝ່​ທີ່​ຕັ້ງໜ້າ.