ທະນາຄານ​ກາງ​ອິນ​ໂດ​ເນ​ເຊຍ​ປັບ​ຍົກ​ອັດຕາ​ດອກ​ເບັ້ຍ​ພື້ນຖານ​ເຖິງ 7,5%

(GMT+08:00) 2013-11-14 13:06:07     cri
ວັນ​ທີ 12 ພະຈິກ​ນີ້, ທະນາຄາ​ນກາງ​ອິນ​ໂດ​ເນ​ເຊຍ​ໄດ້​ຕົກລົງຍົກ​ອັດຕາ​ດອກ​ເບັ້ຍ​ພື້ນຖານ​ໃຫ້​ສູງ​ຂຶ້ນ25%​ໃຫ້ເຖິງ 7,5%, ​ເປັນ​ລະດັບ​ສູງ​ສຸດ​ໃນ​ຮອບ 4 ປີຜ່ານມາ. ທະນາຄາ​ນກາງ​ອິນ​ໂດ​ເນ​ເຊຍ​ກ່າວ​ວ່າ, ມາດ​ຕະການ​ນີ້​ແມ່ນ​ເພື່ອ​ຄ້ຳ​ຊູ​​ຄ່າເງິນ​ຣູ​ບີຂອງ​ອິນ​​ໂດ​ເນ​ເຊຍ​ທີ່​ນັບ​ມື້​ນັບ​ອ່ອນ​ຄ່າ​ລົງ, ​ເພື່ອຫຼຸດຜ່ອນ​ຂຸມ​ການ​ເງິນ​ຂອງ​ບັນຊີ​ເງິນສົດ​ຫຼືCurrent Account ທີ່​ຢູ່​ໃນ​ລະດັບ​ສູງ​ສະ​ເໝີ​ມາ. ມີ​ຜູ້​ຊ່ຽວ​ຊານ​ເປັນ​ຫ່ວງ​ວ່າ, ອັດຕາ​ດອກ​ເບັ້ຍ​ສູງ​ອາດ​ຈະ​ເປັນ​ແຮງ​ກົດ​ດັນຕໍ່ການ​ເຕີບ​ໂຕ​ດ້ານ​ເສດຖະກິດ.

ຂຸມ​ການ​ເງິນ​ບັນ​ຊີ​ເງິນສົດ​ໃນ​ໄຕ​ມາດ​ທີ 2 ຂອງ​ອິນ​ໂດ​ເນ​ເຊຍ​ໄດ້​ສູງ​ເຖິງ 9ຕື້ 800 ລ້ານ​ໂດ​ລາ, ກວມ​​ເອົາລວມຍອດ​ຜະລິດ​ຕະພັນ​ພາຍ​ໃນ​ຫຼືGDP​ເຖິງ 4,4%, ຂຸມ​ການ​ເງິນ​ການ​ຄ້າ​ໃນ​ເດືອນ​ກັນຍາ​ມີ​ເຖິງ 657 ລ້ານ​ໂດ​ລາ, ຊຶ່ງ​ໄດ້​ເພີ່ມ​ປະລິມານ​ຂຸມ​ການ​ເງິນ​ບັນຊີ​ເງິນສົດ​​ໃຫ້​ຫຼາຍ​ຂຶ້ນ​ຕື່ມ​ອີກ. ທະນາຄານ​ກາງ​ອິນ​ໂດ​ເນ​ເຊຍ​ຄາດ​ຄະ​ເນ​ວ່າ, ການ​ປັບ​ຍົກ​ອັດຕາ​ດອກ​ເບັ້ຍ​ພື້ນຖານ​ໃນ​ຄັ້ງ​ນີ້​ຈະ​ເຮັດ​ໃຫ້​ຂຸມ​ການ​ເງິນ​ບັນຊີ​ເງິນສົດ​ໃນ​ໄຕ​ມາດ​ທີ 3 ຫຼຸດ​ລົງ​ເຖິງ 8ຕື້ 400ລ້ານ​ໂດ​ລາ.