10 ​ເດືອນ​ທຳ​ອິດ​ຂອງ​ປີ​ນີ້,ຫວຽດນາມ​ໄດ້​ດຶງ​ດູດ​ການ​ລົງທຶນ​ຈາກ​ຕ່າງປະ​ເທດ​ເພີ່ມ​ຂຶ້ນ 65,5%

(GMT+08:00) 2013-11-14 13:09:25     cri
ຕົວ​ເລກ​ສະຖິຕິ​ທີ່​ເປີດ​ເຜີຍ​ໂດຍ​ກົມ​ໃຫຍ່​ສະຖິຕິ​ຫວຽດນາມ​ສະ​ແດງ​ໃຫ້​ເຫັນ​ວ່າ, 10​ເດືອນ​ທຳ​ອິດ​ຂອງປີ​ນີ້, ຫວຽດນາມສາມາດ​ດຶງ​ດູດການ​ລົງທຶນ​​ໂດຍ​ກົງຈາກ​ນັກທຸລະກິດ​ຕ່າງປະ​ເທດ​ໄດ້ 19ຕື້ 200ລ້ານ​ໂດ​ລາ, ​ເພີ່ມ​ຂຶ້ນ​ຫຼາຍ​ກວ່າ​ໄລຍະ​ດຽວ​ກັນ​ຂອງ​ປີ​ກາຍ 65,5%. ​ໃນ​ນັ້ນ, ​ໂຄງການ​ທີ່​ເຊັນສັນຍາ​ໃໝ່​ມີ 1050 ​ໂຄງການ, ທຶນຈົດທະບຽນ​ມີ​ເຖິງ 13 ຕື້ 100 ລ້ານ​ໂດ​ລາ, ​ເພີ່ມ​ຂຶ້ນ​ຫຼາຍ​ກວ່າ​ໄລຍະ​ດຽວ​ກັນ​ຂອງ​ປີ​ກາຍ 179%, ​ເພີ່ມ​ການ​ລົງທຶນ​ອີກ 6ຕື້ 100ລ້ານ​ໂດ​ລາ​ເຂົ້າ​ໃນໂຄງການ​ເກົ່າ​ຈຳນວນ 393 ​ໂຄງການ. ​ໃນ​ໄລຍະ​ດຽວ​ກັນ, ຫວຽດນາມ​ໄດ້​ຮັບທຶນ​ຕົວ​ຈິງທີ່ນັກທຸລະກິດ​ຕ່າງປະ​ເທດ​ລົງ​ທຶນ​ໂດຍ​ກົງ​​ເຖິງ 9ຕື້ 600 ລ້ານ​ໂດ​ລາ, ຊຶ່ງ​ເພີ່ມ​ຂຶ້ນ​ຫຼາຍ​ກວ່າ​ໄລຍະ​ດຽວ​ກັນ​ຂອງ​ປີ​ກາຍ 6,4%.

ນັກທຸລະກິດ​ຕ່າງປະ​ເທດ​ທີ່​ລົງ​ທຶນ​ໂດຍ​ກົງ​ຢູ່​ຫວຽດນາມ​ຕົ້ນຕໍ​ແມ່ນ​ສຸມ​ໃສ່​ຂະ​ແໜງ​ການ​ປຸງ​ແຕ່ງ​ແລະ​ການ​ຜະລິດ, ຊຶ່ງ​ມີ​ມູນ​ຄ່າ 14ຕື້ 900 ລ້ານ​ໂດ​ລາ, ກວມ​ທຶນ​ຈົດທະບຽນ​ເຖິງ 77,6%. ທີ່​ໄດ້ລົງທຶນ​ໃນ​ຂະ​ແໜງ​ການ​ຜະລິດ​ໄຟຟ້າ,​ແກັສ,​ເຄື່ອງ​ປັບ​ອາກາດ​ແລະ​ອື່ນໆ​ມີ​ມູນ​ຄ່າ 2 ຕື້​ໂດ​ລາ, ກວມ 10,6%, ສ່ວນຂະ​ແໜງ​ການ​ອື່ນໆ​ໄດ້​ຮັບ​ການ​ລົງທຶນ​​ໃນ​ມູນ​ຄ່າ 2ຕື້ 300ລ້ານ​ໂດ​ລາ, ກວມ 11,8%.