ຈຳນວນ​ຜູ້​ເສຍ​ຊີວິດ​ຕົວ​ຈິງຈາກພາຍຸໃຕ້​ຝຸ່ນ "​ໄຮ​ຢ້ຽນ"ອາດ​ຈະ​ໜ້ອຍກວ່າ​ການຄາດ​ຄະ​ເນໃນ​ເບື້ອງ​ຕົ້ນ

(GMT+08:00) 2013-11-14 15:42:38     cri

 

ໃນ​ເວລາ​ໃຫ້​ສຳພາດ​ຕໍ່​ນັກ​ຂ່າວ​ທາງ​ໂທລະພາບ, ທ່ານ​ເບ​ນິກ​ໂນ ອາ​ກີ​ໂນ 3 ປະທານາທິບໍດີ​ຟີ​ລິບ​ປິນກ່າວ​ວ່າ, ພາຍຸ​ໃຕ້​ຝຸ່ນ "​ໄຮ​ຢ້ຽນ"ທີ່​ພັດ​ຜ່ານ​ຟີ​ລິບ​ປິນ​ໄດ້​​ເຮັດ​ໃຫ້​ປະຊາຊົນ​ຟີ​ລິບ​ປິນ​ເສຍ​ຊີວິດຈຳ​ນວນ​ຫຼວງ​ຫຼາຍ, ​ແຕ່​ວ່າ​ອາດ​ຈະໜ້ອຍ​ກວ່າ​ຈຳນວນ​ຜູ້​ເສຍ​ຊີວິດ​ຕາ​ມການ​ຄາດ​ຄະ​ເນ​ໃນ​ເບື້ອງ​ຕົ້ນ. ຈຳນວນ​ຜູ້​ເສຍ​ຊີວິດ 1 ໝື່ນ​ຄົນ​ທີ່​ຄາດ​ຄະ​ເນ​ໃນ​ເບື້ອງ​ຕົ້ນ​ນັ້ນສູງ​ເກີນ​ໄປ, ຈຳນວນ​ຜູ້​ເສຍ​ຊີວິດ​ຕົວ​ຈິງ​ອາດ​ຈະ​ແມ່ນ 2.500 ຄົນ. ທ່ານ​ອະທິ​ບາຍ​ວ່າ, ຈຳນວນ​ຜູ້​ເສຍ​ຊີວິດ 1 ໝື່ນ​ຄົນ​ໃນ​​ເມື່ອ​ກ່ອນ​ແມ່ນ​ການ​ຄາດ​ຄະ​ເນເບື້ອງ​ຕົ້ນ​ຂອງ​ຕຳຫຼວດ​ແລະ​ເຈົ້າ​ໜ້າ​ທີ່​ທ້ອງ​ຖິ່ນ. ທ່ານ​ຍັງ​ກ່າວ​ວ່າ, ​ມາ​ຮອດ​ປະຈຸ​ບັນ, ຍັງ​ມີ 29 ຕົວ​ເມືອງ​ຍັງ​ບໍ່​ໄດ້​ຄິດ​ໄລ່​ຈຳນວນ​ຂອງ​ຜູ້​ປະສົບ​ໄພ​ໃນ​ຄັ້ງ​ນີ້.

 



ອົງການທີ່​ກ່ຽວຂ້ອງ​ຂອງ​ສະຫະ​ປະຊາ​ຊາດ​ກ່າວ​ວ່າ, ຢູ່​ຟີ​ລິບປີນ, ມີ​ຫຼາຍ​ກວ່າ 11 ລ້ານ​ຄົນ​ໄດ້​ຮັບ​ຜົນ​ກະທົບ​ຈາກ​ພາຍຸ​​ໃຕ້​ຝຸ່ນຫົວ​ນີ້, ການ​​ໃຫ້​ຄວາມ​ຊ່ວຍ​ເຫຼືອ​ຜູ້​ປະສົບ​ໄພປະມານ 6 ​ແສນ 7 ໝື່ນ 3.000 ຄົນພວມ​ດຳ​ເນີນ​ໄປ​ຢ່າງ​ເຄັ່ງ​ຮ້ອນ. ​ເຈົ້າ​ໜ້າ​ທີ່​ທີ່​ຮັບຜິດຊອບ​ວຽກງານ​ກູ້​ໄພ​ທ້ອງ​ຖິ່ນ​ກ່າວ​ວ່າ, ​ເຖິງ​ວ່າ​​ຟີ​ລິບ​ປິນ​ໄດ້​ພະຍາຍາມ​ເພີ່ມ​ກຳ​ລັງ​ເຂົ້າ​ໃນ​ການ​ກູ້​ໄພ​ຄັ້ງ​ນີ້​ຢ່າງ​ບໍ່​ຢຸດ​ຢັ້ງ​ແລ້ວ​ກໍ່ຕາມ, ​ແຕ່​ຍັງ​ມີ​ຜູ້​ລອດ​ຊີວິດ​ຈຳນວນ​ຫຼວງ​ຫຼາຍ​ຍັງ​ຂາດ​ອາຫານການ​ກິນ, ນ້ຳ​ດື່ມແລະ​ບ່ອນ​​ເພິ່ງ​ພາ​ອາ​ໄສ.