ງານປາຖະກະຖາ​​ເຜີຍ​​ແຜ່​ຄວາມ​​ຮູ້ທາງວັດທະນະທຳ​​ແລະ​ປະຫວັດສາດ​ຂອງ​ຈີນ​​ຈັດ​ຂຶ້ນ​ຢູ່ກຳ​ປູ​ເຈຍ

(GMT+08:00) 2013-11-14 15:58:52     cri
ວັນ​ທີ 13 ຕຸລາ​ນີ້, ທ່ານ​ຢວນສິງ​ເພີ້​ຍ ຫົວໜ້າ​ຫໍ​ຄົ້ນຄວ້າ​ປະຫວັດສາດ​ຂອງ​ສູນ​ກາງ​ຈີນ​ພ້ອມ​ດ້ວຍ​ຄະນະໄດ້​ແລ​ກປ່ຽນ​ຖອດ​ຖອນ​ບົດຮຽນກັບ​ສະ​ຖາ​ບັນ​ຂົງຈື້ຂອງ​ວິທະຍາ​ໄລ​ແຫ່​ງຊາດ​ກຳປູ​ເຈຍ, ທ່ານ​ເສີນ​ຈູ​ຫວູ ​ເຈົ້າ​ໜ້າ​ທີ່​ຂອງ​ຫໍ​ຄົ້ນຄວ້າ​ປະຫວັດສາດ​ສູນ​ກາງ​ຈີນ​ຍັງ​ໄດ້​ຈັດ​ງານ​ປາຖະກະຖາຫົວ​ຂໍ້​ສະ​ເພາະ​​ເພື່ອ​ເຜີຍ​ແຜ່​ຄວາມ​ຮູ້​ທາງ​ດ້ານວັດທະນະທຳ​​ແລະປະຫວັດສາດ​ຂອງ​ຈີນ.

ຄະນະ​ຜູ້​ແທນ​ຂອງ​ຫໍ​ຄົ້ນຄວ້າ​​ປະຫວັດສາດ​ສູນ​ກາງ​ຈີນ​ທີ່​ນຳພາ​ໂດຍ​ທ່ານ​ຢວນສິງ​ເພີ້​ຍ​ໄດ້​ເດີນທາງ​ໄປ​ຮອດ​ກຳປູ​ເຈຍ​​​ແລະ​ເລີ່​ມຢ້ຽມຢາມ​ກຳປູ​ເຈຍໃນ​ວັນ​ທີ 12 ພະຈິກ​ນີ້. ​ໃນ​ໄລຍະ​ຢ້ຽມຢາມ, ຄະນະ​ຜູ້​ແທນ​ຈະ​ຈັດ​ງານ​ປາຖະກະຖາຕ່າງໆ​ທີ່​ມີ​ສ່ວນ​ພົວພັນ​ເຖິງ​ວັດທະນະທຳ​ທາງ​ປະຫວັດສາດ​ຂອງ​ຈີນ.