ກອງ​ປະຊຸມ​ຄົບ​ຄະນະ​ຄັ້ງ​ທີ 3 ສະ​ໄໝ​ທີ 18 ຂອງ​ພັກ​ຄອມ​ມູນິດ​ຈີນ​ຢືນຢັນ​ທິດ​ທາງ​ແລະ​ຈຸດ​ສຳຄັນຂອງການຫັນ​ເປັນ​​ຕະຫຼາດ​ໃນ​ການ​ປະຕິ​ຮູບ​ໂຄງ​ປະກອບ​ເສດຖະກິດ

(GMT+08:00) 2013-11-14 17:08:27     cri
ກອງ​ປະຊຸ​ມຄົບ​ຄະນະ​ຄັ້ງ​ທີ 3 ສະ​ໄໝ​ທີ 18 ຂອງ​ພັກ​ຄອມ​ມູນິດ​ຈີນ​ໄດ້​ອັດ​ລົງ​ຢູ່​ນະຄອນຫຼວງ​ປັກ​ກິ່ງ​ໃນ​ວັນ​ທີ 12 ພະຈິກ​ນີ້. ​ໃນ​ການ​ປະຕິ​ຮູບ​ຮອບ​ໃໝ່​ຂອງ​ຈີນ, ການ​ປະຕິ​ຮູບ​ໂຄງ​ປະກອບ​​ເສດຖະກິດ​ຍັງ​ໄດ້​ເສີມ​ຂະຫຍາຍ​ບົດບາດນຳ​ໜ້າ​ຢູ່. ສ່ວນ​ສິ່ງ​ທີ່​​ໜ້າ​ສົນ​ໃຈ​ແມ່ນ, ບົດຖະ​ແຫຼ​ງການ​ຂອງກອງ​ປະຊຸມ​ຄົບ​ຄະນະ​ຄັ້ງ​ນີ້​ໄດ້​ສະ​ເໜີ​ບົດບາດຕັດສິນ​ຂອງ​ຕະຫຼາ​ດຢ່າງ​ຈະ​ແຈ້ງ​ເປັນ​ເທື່ອ​ທຳ​ອິດ, ​​ໂດຍ​ເນັ້ນ​ໜັກ​ເຖິງ​ເສດຖະກິດ​ລະບອບ​ກຳມະສິດ​ສ່ວນລວມ​ແລະ​ເສດຖະກິດ​ທີ່​ບໍ່​ແມ່ນລະບອບ​ກຳມະສິດ​ສ່ວນລວມລ້ວນ​ແຕ່​ແມ່ນ​ພາກ​ສ່ວນ​ທີ່​ສຳຄັນຂອງ​ເສດຖະກິດ​ຕະຫຼາດ​ສັງຄົມ​ນິຍົມ. ວົງ​ການພາຍ​ນອກ​ຄາດ​ຄະ​ເນ​ໂດຍ​ທົ່ວ​ໄປ​ວ່າ, ການ​ປະຕິ​ຮູບ​ດ້ານ​ການ​ຫັນ​ເປັນ​ຕະຫຼາດ​ອາດ​ຈະ​ໄດ້​ຮັບ​ການ​ພັດທະນາ​​​​ກ້າວ​ສູ່​ລວງ​ເລິກ​ຕື່ມ​ອີກ.

ຜ່ານ​ການ​ປະຕິ​ຮູບ​ແລະ​ໄຂ​ປະຕູ​ສູ່​ພາຍ​ນອກ​ເກືອບ 35 ປີ​ມາ​ນີ້, ປະຈຸ​ບັນ ການ​ພັດທະນາ​ເສດຖະກິດ​ຂອງ​ຈີນ​ໄດ້​ເຂົ້າ​ສູ່​ໄລຍະ​​ໃໝ່​​ແລ້ວ, ຄວາມ​ຂັດ​ແຍ້ງ​ທີ່​ພົ້ນ​ເດັ່ນ​ອັນ​ໜຶ່ງທີ່​ຈີນ​​ໄດ້​ປະ​ເຊີນໜ້າ​ນັ້ນ​ແມ່ນຄວາມ​ມີຊີວິດ​ຊີວາ​ທາງ​ດ້ານ​ເສດຖະກິດ​ບໍ່​ພຽງພໍ, ຂາດ​ກຳລັງ​ຊຸກ​ດັນ​ການ​ພັດທະນາ​ເສດຖະກິດ.​ເພື່ອ​ຮັບປະກັນ​ໃຫ້​ການ​​ແຂ່ງຂັນມີ​ຄວາມຍຸດຕິ​ທຳ, ​ເພີ່ມ​ຄວາມມີ​ຊີວິດ​ຊີວາ​ຂອງ​ຕະຫຼາດ​. ກອງ​ປະຊຸມ​ຄົບ​ຄະນະ​ຄັ້ງ​ນີ້​ໄດ້​ຕົກລົງ​​ໂດຍຜ່ານ​ການ​ລົງ​ເລິກ​ການ​ປະຕິ​ຮູບ​ໂຄງ​ປະກອບ​ເສດຖະກິດ, ​ແກ້​ໄຂ​ຊຳລະ​ການ​ພົວພັນ​ລະຫວ່າງ​ລັດຖະບານ​ກັບ​ຕະຫຼາດ​​ເປັນ​ຢ່າງ​ດີ, ​​ເຮັດໃຫ້​ຕະຫຼາດ​​ສາມາດ​ເສີມ​ຂະຫຍາຍ​ບົດບາດ​ຕັດສິນ​ໃນ​ການຈັດ​ສັນ​ຊັບພະຍາກອນ, ຮັບປະກັນພາກ​ສ່ວນ​ຕ່າງໆ​ໃນ​ຕະຫຼາດ​ທີ່​ມີ​ລະບອບ​ເສດຖະກິດຮູບ​ການຕ່າງກັນ​ລ້ວນ​ແຕ່​ສາມາດ​ເຂົ້າ​ຮ່ວມ​ການ​ແຂ່ງຂັນ​​ໃນ​ຕະຫຼາດ​ຢ່າງ​ສະ​ເໝີ​ພາບ​ກັນ.

​ເພື່ອ​ເຮັດ​ໃຫ້​ຕະຫຼາດ​ສາມາດ​ເສີມ​ຂະຫຍາຍ​ບົດບາດ​ຕັດສິນ​ໃນ​ການຈັດ​ສັນ​ຊັບພະຍາກອນ, ບົດຖະ​ແຫຼ​ງການ​ຂອງກອງ​ປະຊຸມ​ຄົບ​ຄະນະ​​ໄດ້ສະ​ເໜີ​​ວ່າ ການ​ສ້າງ​ລະບົບ​ຕະຫຼາດ​ທີ່​ເປັນ​ເອກະ​ພາບ​ ເປີດ​ປະຕູ​ແລະ​ແຂ່ງຂັນ​ກັນ​ຢ່າງ​ເປັນ​​ລະບຽບ​ຮຽບຮ້ອຍ​ແມ່ນ​ພື້ນຖານ. ການ​​ແກ້​ໄຂການ​ພົວພັນ​ລະຫວ່າງ​ລັດຖະບານ​ກັບ​ຕະຫຼາດ​ໃຫ້​ດີ​ແມ່ນ​ບັນຫາ​ໃຈ​ກາງຂອງ​ການ​ປະຕິ​ຮູບ​ໂຄງ​ປະກອບ​ເສດຖະກິດ, ຕ້ອງ​ຫັນປ່ຽນ​ບົດບາດ​ຂອງ​ລັດຖະບານ​ຢ່າງ​ແທ້​ຈິງ, ລົງ​ເລິກ​ການ​ປະຕິ​ຮູບ​​ໂຄງ​ປະກອບບໍລິຫານ​ງານ, ປະດິດ​ສ້າງ​ຮູບ​ການ​ຄຸ້ມ​ຄອງ​ແລະ​ບໍລິຫານ​ງານ.

ພຶດຕິ​ກຳ​ທີ່​ປະຕິ​ຮູບ​ແລະ​ໄຂ​ປະຕູ​ສູ່​ພາຍ​ນອກ​ຂອງ​ຈີນ​ເປັນ​ເວລາ​ເກືອບ 35 ປີມາ​ນີ້​ໄດ້​ຢັ້ງຢືນ​ວ່າ, ຍຶດໝັ້ນ​ການ​ພັດທະນາ​ຍັງ​ແມ່ນຈຸດຂັດຂ້ອງ​​ໃນ​ການ​ແກ້​ໄຂ​ບັນຫາ​ທັງ​ໝົດ​ຂອງ​ຈີນ, ຖື​ການ​ສ້າງ​ເສດຖະກິດ​ເປັນ​ໃຈກາງ, ​ເສີມ​ຂະຫຍາຍ​ບົດບາດນຳ​ທາງ​ຂອງ​ການ​ປະຕິ​ຮູບ​ໂຄງ​ປະກອບ​ເສດຖະກິດ, ຈຶ່ງ​ສາມາດ​ຊຸກຍູ້ໃຫ້​​ເສດຖະກິດ​ສັງຄົມ​ຂອງ​ຈີນ​ໄດ້​ພັດທະນາ​ຢ່າງຕໍ່​ເນື່ອງ​ແລະ​ປອດ​ໃສຕື່ມ​ອີກ.