ນາຍົກ​ຈີນ​ເປັນ​ປະທານ​ຈັດ​ກອງ​ປະຊຸມສະ​ໄໝ​ສາມັນ​ຄະນະ​ລັດຖະບານ​ຈີນ ​ເພື່ອລົງ​ເລິກ​ຜັນ​ຂະຫຍາຍ​ເນື້ອ​ໃນ​ຈິດ​ໃຈ​ກອງ​ປະຊຸມ​ຄົບ​ຄະນະ​ຄັ້ງ​ທີ 3 ຂອງ​ສູນ​ກາງ​ພັກ​ສະ​ໄໝ​ທີ 18

(GMT+08:00) 2013-11-14 16:00:15     cri
ຕາມ​ຂ່າວສານ​ຊິນ​ຮວາ, ວັນ​ທີ 13 ພະຈິກ​ນີ້, ທ່ານ​ຫຼີ​ເຄີ້ສ໋ຽງ ນາຍົກລັດຖະມົນຕີຈີນ​ໄດ້​ເປັນ​ປະທານ​ຈັດ​ກອງ​ປະຊຸມສະ​ໄໝ​ສາມັນ​ຄະນະ​ລັດຖະບານ​ຈີນ, ​ເພື່ອລົງ​ເລິກ​ຜັນ​ຂະຫຍາຍ​ເນື້ອ​ໃນ​ຈິດ​ໃຈ​ກອງ​ປະຊຸມ​ຄົບ​ຄະນະ​ຄັ້ງ​ທີ 3 ຂອງ​ສູນ​ກາງ​ພັກ​ກອມ​ມູນິດ​ຈີນ​ສະ​ໄໝ​ທີ 18, ​ເພື່ອ​ລົງ​ເລິກ​ການ​ປະຕິ​ຮູບ​ຢ່າງຮອບດ້ານ.

ກອງ​ປະຊຸມ​ຊີ້​ອອກ​ວ່າ, ​ອຳນາດ​ກາ​ນປົກຄອງ​ທຸກ​ຂັ້ນ​ຕ້ອງ​ເຕົ້າ​ໂຮມ​ແນວ​ຄິດ​ແລະ​ພຶດຕິ​ກຳ​ໃຫ້​ເປັນ​ເອກະ​ພາບ​ກັນ​ ​ເພື່ອ​ປະຕິບັດ​​ເນື້ອ​ໃນ​ຈິດໃຈ​ກອງ​ປະຊຸມ​ຄົບ​ຄະນະ​ແລະ​ການ​ຕັດສິນ​ນະ​ໂຍບາຍ​ຂອງ​ສູນ​ກາງ, ປົດ​ປ່ອຍ​ແນວ​ຄິດ​ຕື່ມ​ອີກ, ຊຸກຍູ້​ໃຫ້ການ​ປະຕິ​ຮູບ​ໄດ້​ຮັບ​ຄວາມ​ຄືບ​ໜ້າ​ໃໝ່​ຢ່າງ​ບໍ່​ຢຸດ​ຢັ້ງ, ຊຸກຍູ້​ໃຫ້​ເສດຖະກິດ​ພັດທະນາ​ຢ່າງ​ຕໍ່​ເນື່ອງ, ​ເຮັດ​ໃຫ້​ໝາກຜົນ​ແຫ່ງ​ການ​ປະຕິ​ຮູບ​ແລະ​ໄຂ​ປະຕູ​ສູ່​ພາຍ​ນອກ​ສ້າງ​ຜົນ​ປະ​ໂຫຍ​ດ​ໃຫ້​ແກ່​ທົ່ວ​ປວງ​ຊົນ​ໄດ້​ຫຼາຍ​ກວ່າ​ເກົ່າ​ແລະ​ມີ​ຄວາມຍຸດຕິ​ທຳ​ກວ່າ​ເກົ່າ.

ກອງ​ປະຊຸມ​ເຫັນ​ວ່າ, ການຜັນ​ຂະຫຍາຍ​ເນື້ອ​ໃນ​ຈິດ​ໃຈ​ກອງ​ປະຊຸມ​ຄົບ​ຄະນະ​ຄັ້ງ​ທີ 3 ສະ​ໄໝ​ທີ 18 ​ແລະ​ລົງ​ເລິກ​ການ​ປະຕິ​ຮູບ​ຢ່າງຮອບດ້ານ, ຕ້ອງ​ປະຕິບັດ​ຕາມ​ຄຳ​ໝັ້ນ​ສັນຍາ​ດ້ານ​ການ​ປະຕິ​ຮູບ​ທຸກ​ຢ່າງ​ທີ່​ໄດ້​ຈັດ​ຕັ້ງ​ປະຕິບັດ​ແລ້ວ, ​ເພີ່ມ​ຄວາມ​ໝັ້ນ​ໃຈ​ຂອງ​ປະຊາຊົນ​ທີ່​ມີ​ຕໍ່​ການ​ປະຕິ​ຮູບ, ​ເຮັດ​ໃຫ້ການ​ປະຕິ​ຮູບ​ໃໝ່​ມີ​ພື້ນຖານ​ທີ່​ໝັ້ນ​ຄົງ​ກວ່າ​ເກົ່າ. ກວດກາ​ສະພາບ​ການ​ຈັດ​ຕັ້ງປະຕິບັດ​ມາດ​ຕະການ​ປະຕິ​ຮູບ​ໃນ​ປີ​ນີ້​ຢ່າງ​ຈິງ​ຈັງ, ​ເຮັດ​ໃຫ້ການ​ປະຕິ​ຮູບ​ທຸກ​ຢ່າງ​ຕ້ອງ​ໄດ້​ຮັບ​ຜົນສຳ​ເລັດ​ຢ່າງ​ແນ່ນອນ.