ປະທານາທິບໍດີ​ອາ​ເມ​ລິ​ກາ​ແລະ​ຝຣັ່ງກ່າວ​ວ່າ​ສະໜັບສະໜູນ​ຂໍ້​ສະ​ເໜີ​ກ່ຽວ​ກັບ​ການ​ເຈລະຈາ​ບັນຫາ​ນິວ​ເຄຼຍອີຣານ ທີ່ 6 ປະ​ເທດສະ​ເໜີ​ອອກ​ມາ

(GMT+08:00) 2013-11-14 16:02:33     cri
ຕາມ​ຂ່າວສານ​ຊິນ​ຮວາ, ວັນ​ທີ 13 ພະຈິກ​ນີ້, ທ່ານ​ບາຣັກ ​ໂອບ​າມາ ປະທານາທິບໍດີ​ອາ​ເມ​ລິ​ກາ ​ແລະ​ທ່ານຟຼັງຊົວ ​ໂອນ​ລັງ ປະທານາທິບໍດີ​ຝຣັ່ງ​ໄດ້​ປຶກສາ​ຫາລື​ບັນຫາ​ນິວ​ເຄຼຍອີຣານຜ່ານ​ທາງ​ໂທລະສັບ, ​ໂດຍ​ກ່າວ​ວ່າ, ສະໜັບສະໜູນ​ຂໍ້​ສະ​ເໜີ​ທີ່​ກ່ຽວຂ້ອງ​ທີ່ 6 ປະ​ເທດທີ່​ກ່ຽວຂ້ອງ​ກັບ​ບັນຫາ​ນິວ​ເຄຼຍອີຣານສະ​ເໜີ​ອອກ​ມາ.

​ຕໍ່ການ​ລາຍ​ງານ​ຂ່າວ​ກ່ຽວ​ກັບ 6 ປະ​ເທດ​ມີ​ເຈດ​ຈຳນົງ​ໃຫ້​ຍົກ​ເລີກ​ການ​ລົງ​ໂທດ​ສ່ວນ​ໜຶ່ງ​ຕໍ່​ອີຣານ​ເພື່ອ​ໃຫ້​ອີຣານ​ເຫັນ​ດີ​ຢຸດຕິ​ການ​ເຄື່ອນ​ໄຫວ​ນິວ​ເຄຼຍສ່ວນ​ໜຶ່ງ​ເປັນ​ການ​ຊົ່ວ​ຄາວ, ອິ​ສລາ​ແອນ​ແລະ​ສະມາຊິກ​ສະພາ​ຈຳນວນ​ໜຶ່ງ​ຂອງ​ອາ​ເມ​ລິ​ກາ​ໄດ້​ສະ​ແດງ​ຄວາມ​ຄັດຄ້ານ​ຢ່າງ​ຮຸນ​ແຮງ, ​ໂດຍຍຶດໝັ້ນ​ຮຽກຮ້ອງ​ໃຫ້​ອີຣານ​ຕ້ອງ​ຢຸດຕິ​ການ​ເຄື່ອນ​ໄຫວ​ກັ່ນ​ເອົາ​ທາດຢູ​ເຣນຽມ​ຂຸ້ນ​ທັງ​ໝົດກ່ອນ.

ປັດຈຸບັນ, ລັດຖະບານ​ໂອ​ບາ​ມາ​ພວມ​ສະ​ແຫວ​ງຫາ​ການ​ສະໜັບສະໜູນ​ຈາກ​ພັນທະ​ມິດ, ​ເພື່ອ​ຍາດ​ເວລາ​​ໃຫ້​ຫຼາຍ​ກວ່າ​ເກົ່າຜ່ານຈາກ​ການ​ເຈລະຈາ​ກັນມາ​ແກ້​ໄຂ​ຄວາມ​ຂັດ​ແຍ້ງ​ກັບ​ອີຣານ.