ເອກ​ອັກ​ຄະ​ລັດ​ຖະ​ທູດ​ຈີນ​ປະ​ຈຳ​ອາ​ຊຽນ​ເຂົ້າ​ຢ້ຽມ​ຄຳ​ນັບ​ຮອງ​ເລ​ຂາ​ທິ​ການ​ໃຫຍ່​ອາ​ຊຽນ​ຄົນ​ໃໝ່

(GMT+08:00) 2013-11-15 11:05:50     cri
ວັນ​ທີ 11 ພະຈິກ 2013ນີ້, ທ່ານ​ຢາງ​ຊີ້ວຜິ​ງ ​ເອກ​ອັກຄະ​ລັດ​ຖະທູດ​ຈີນ​ປະຈຳ​ອາ​ຊຽນ​ໄດ້​ເຂົ້າ​ຢ້ຽມ​ຄຳ​ນັບ​ທ່ານ​ດຣ. ​ເອ​ເຄປີ ​ໂມ​ເຊີ​ຕັນ ຮອງ​ເລຂາທິການ​ໃຫຍ່​ອາ​ຊຽນຄົນ​ໃໝ່. ສອງ​ຝ່າຍ​ໄດ້​ແລກປ່ຽນ​ຄວາມ​ຄິດຄວາ​ມ​ເຫັນ​ກ່ຽວ​ກັບ​ການ​ເພີ່ມ​ທະວີ​ມິດຕະພາບ​ແລະ​ກາ​ນຮ່ວມ​ມື​ລະຫວ່າງ​ຈີນ​ກັບ​ອາ​ຊຽນ, ສະໜັບສະ​ໜູນ​ການ​ສ້າງຄວາມ​ສາມາດ​ຂອງ​ກອງ​ເລຂາ​ອາ​ຊຽນ​ແລະ​ບັນຫາ​ອື່ນໆ.

ທ່ານ​ດຣ.​ເອ​ເຄປີ ​ໂມ​​ເຊີ​ຕັນ ​ເປັນ​ຊາວອິນ​ໂດ​ເນ​ເຊຍ, ທ່ານ​ໄດ້​ເຮັດ​ວຽກ​ດ້ານການ​ຕ່າງປະ​ເທດ​ຫຼາຍ​ຝ່າຍ​ເປັນ​ເວລາ​ຍາວ​ນານ​ມາ​ແລ້ວ, ​ແລະ​ມີ​ປະສົບ​ການ​ຫຼາຍ​ໃນ​ດ້ານ​ການ​ຄຸ້ມ​ຄອງ​ບໍລິ​ຫານ,ການ​ເງິນ​ແລະ​ອື່ນໆ. ທ່ານ​ໄດ້​ສາບານ​ຕົວ​ຂຶ້ນ​ຮັບ​ຕຳ​ແໜ່​ງ​ຮອງ​ເລຂາທິການ​ໃຫຍ່​ອາ​ຊຽນ​ໃນ 6 ​ເດືອນ​ທ້າຍ​ປີ​ນີ້, ຕົ້ນຕໍ ​ຮັບຜິ​ດຊອບວຽກ​ງານ​ການ​ຄຸ້ມ​ຄອງ​ບໍລິຫານ​ແລະ​ວຽກ​ງານ​ສາທາລະນະ,ຈະ​ດຳລົງຕຳ​ແໜ່​ງ​ເຖິງ​ປີ2016.