ທູດ​ພິ​ເສດ​ອາ​ເມ​ລິ​ກາ​ຈະ​ເດີນທາງ​ຢ້ຽມ​ຢາມ​ຈີນ ສ ​ເກົາ​ຫຼີ ​ແລະ​ຍີ່​ປຸ່ນ​ເພື່ອ​ປະສານ​ງານ​ນະ​ໂຍບາຍ​ຕໍ່​ສປປ ​ເກົາ​ຫຼີ

(GMT+08:00) 2013-11-15 11:24:50     cri
ວັນ​ທີ 14 ພະຈິກ​ນີ້, ທ່ານ​ນາງ​ເຈ​ນີ​ເຟີ ປາ​ຊາ​ຄີ ​ໂຄສົກ​ກະຊວງ​ການ​ຕ່າງປະ​ເທດ​ອາ​ເມ​ລິ​ກາ​ກ່າວ​ວ່າ, ທ່ານ​ກຣີນ ​ເດ​ວິສ ຜູ້ຕາງໜ້າ​ພິ​ເສດ​ອາ​ເມ​ລິ​ກາ​ກ່ຽວ​ກັບ​ນະ​ໂ​ຍບາຍ​ຕໍ່ສປປ ​ເກົາຫຼີ ຈະ​ເດີນທາງ​ໄປ​ຢ້ຽມຢາມ​ຈີນ ສ ​ເກົາຫຼີ​ແລະ​ຍີ່​ປຸ່ນ​ໃນ​ອາທິດ​ໜ້າ, ​ເພື່ອ​ສືບ​ຕໍ່​ປຶກສາ​ຫາລື​ກັບ​ສາມ​ປະ​ເທດ​ນີ້​ກ່ຽວ​ກັບ​ບັນຫາ​ການ​ປະສານ​ງານ​ດ້ານ​ນະ​ໂຍບາຍ​ຕໍ່ສປປ ​ເກົາຫຼີ.

ພາຍຫຼັງ​ການ​ເຈລະຈາ​ຫົກ​ຝ່າຍ​ກ່ຽວ​ກັບ​ບັນຫາ​ນີວ​ເຄຼຍ​ແຫຼມ​ເກົາຫຼີ​ຮອບ​ທີ 6 ​ໄດ້​ສິ້ນ​ສຸດ​ລົງ​ໃນ​​ເດືອນ​ທັນວາ​ປີ 2008 ​ແລ້ວ, ຂະ​ບວນການ​ປອດ​ນີວ​ເຄຼຍຂອງ​ແຫຼມ​ເກົາຫຼີ​ໄດ້​ຕົກ​ຢູ່​ໃນ​ສະພາບ​ຢຸດ​ສະ​ງັກ, ການ​ເຈລະ​ຈາ​ຫົກ​ຝ່າຍ​ບໍ່​ໄດ້​ຈັດ​ຂຶ້ນອີກຈົນ​ມາ​ຮອດ​ປະຈຸ​ບັນ.