ພາຍຸ​​​ໄຕ້​ຝຸ່ນ "​ໄຮຢຽນ" ​ໄດ້​ເຮັດ​ໃຫ້​ຟີ​ລິບ​ປິນມີ​ຜູ້​ເສຍ​ຊີວິດ​ 2357 ຄົນ

(GMT+08:00) 2013-11-15 13:09:59     cri
ວັນ​ທີ 14 ພະຈິກ​ນີ້, ຄະນະ​ກຳມະການຫຼຸດຜ່ອນ​ໄພພິບັດ​ແຫ່ງ​ຊາດ​ຟີ​ລິບ​ປິນ​ໄດ້​ປະກາດ​ວ່າ, ນັບ​ມາ​ຮອດ​ເວລາ 18 ​ໂມງ​ຂອງ​ວັນ​ທີ 14 ພະຈິກ​ນີ້ ຕາມ​ເວລາ​ທ້ອງ​ຖິ່ນ, ສາມາດ​ ​ຢືນ​ຢັນ ໄດ້​ແລ້ວ​ວ່າ, ຟີ​ລິບ​ປິນ​ມີ 2357 ຄົນ​ໄດ້​ເສ​ຍຊີວິດ​ຈາກ​ພາຍຸ​​​ໄຕ້ຝຸ່ນ "​ໄຮ​ຢຽນ", ນອກ​ນີ້,ມີອີກ 3853 ​ຄົ​ນໄດ້​ຮັບ​ບາດ​ເຈັບ, 77 ຄົນ​ຫາຍ​ສາບ​ສູນ.

ຕາມ​ສະພາບ​ໄພພິບັດ​ຫຼ້າ​ສຸດ​ທີ່​ຄະນະ​ກຳມະການ​ຫຼຸດຜ່ອນ​ໄພ​ພິບັດ​ແຫ່ງ​ຊາດ​ຟີ​ລິບ​ປິນ​ແຈ້ງ​ໃຫ້​ຊາບ​ວ່າ, ພາຍຸ "​ໄຮ​ຢຽນ" ​ໄດ້​ເຮັດ​ໃຫ້ 1ລ້ານ 8​ແສນ 7ໝື່ນ​ກວ່າຄອບຄົວ​ຂອງ43 ​ແຂວງ​ໃນ​ທົ່ວ​ປະ​ເທດ​ໄ​ດ້ຮັບ​ຜົນ​​ເສຍ​ຫາຍ, ປະຊາຊົນ​ຜູ້​ປະສົບ​ໄພ​ມີ​ທັງ​ໝົດ​ຫຼາຍ​ກວ່າ 8 ລ້ານ 6​ແສນ 7ໝື່ນ​ຄົນ, ປະມາ​ນ 8​ແສນ 1ໝື່ນ 8000 ຄົນ​ຕ້ອງ​ໄດ້​​ຍົກຍ້າຍ​ໄປຢູ່ບ່ອນ​ອື່ນ, ​ໃນ​ນັ້ນ ມີ​ປະມານ 3​ແສນ 3 ໝື່ນ 8000 ຄົນ​ຖືກ​ຍົກຍ້າຍ​ໄປ​ບ່ອນພັກຊົ່ວຄາວ​ເກືອບ 1000 ​ແຫ່ງ. ນອກ​ນີ້, ພາຍຸ​ຫົວນີ້​ຍັງ​ໄດ້​ເຮັດ​ໃຫ້​ເຮືອນ 2​ແສນ 4ໝື່ນກວ່າ​ຫຼັງ​ໄດ້​ຮັບ​ຜົນ​ເສຍ​ຫາຍ​ໃນ​ລະດັບ​ຕ່າງ​ກັນ, ​ໃນ​ນັ້ນ, 1​ແສນ 3 ໝື່ນ​ຫຼັງ​ຖືກ​ທຳລາຍກ້ຽງ. ປະຈຸ​ບັນ, ທ້ອງ​ຖິ່ນ​ຕ່າງໆກໍ​ມີ​ລາຍ​ງານວ່າ​ຜົນ​ເສຍ​ຫາຍ​ດ້ານ​ພື້ນ​ຖານ​ໂຄງ​ລ່າງ​ແລະ​ພືດ​ກະສິກຳມີ​ປະມານ 4​ ຕື້ 60ລ້ານ​ເປ​ໂຊຫຼື​ປະມານ 930 ລ້ານ​ໂດ​ລາ.

ຄະນະ​ກຳມະການ​ຫຼຸດຜ່ອນ​ໄພພິບັດ​ແຫ່ງ​ຊາດ​ຟີ​ລິບປິນ​ແຈ້ງ​ໃຫ້​ຊາບ​ວ່າ, ນອກ​ຈາກ​ສະໜາມ​ບິນ​ນະຄອນ​ທັກ​ໂລ​ບານ​ທີ່​ເປັນ​ເຂດ​ປະສົບ​ໄພ​ຢ່າງ​ຮ້າຍ​ແຮງ​ແລ້ວ, ສະໜາມ​ບິນ​ພົນລະ​ເຮືອນ​ທັງ​ໝົດ​ຂອງ​ເຂດ​ປະສົບ​ໄພ​ລ້ວນ​ແຕ່​ໄດ້​ເປີດ​ບໍລິການ​ຄືນ​ໃໝ່​ແລ້ວ. ​ເຈົ້າ​ໜ້າ​ທີ່​ກູ້​ໄພ​ກຳລັງ​ພະຍາຍາມ​​ແກ້​ໄຂ​ສະພາບ​ການ​ທີ່​ໄຟຟ້າ​ແລະ​ລະບົບ​ການ​ສື່ສານ​ຖືກ​ຕັດຂາດ​ຂອງ​ເຂດ​ປະສົບ​ໄພ. ​ແຕ່​ວ່າ, ​ເນື່ອງ​ຈາກ​ວ່າສະຖານີ​ຈ່າຍ​ໄຟ​ຟ້າ​ແລະ​ເສົາ​ໄຟ​ຟ້າ​ຈຳນວນ​ຫຼາຍ​ຮ້ອຍແຫ່ງ​​ໄດ້​ຮັບ​ຜົນ​ເສຍ​ຫາຍ, ປະຈຸ​ບັນ, ຍັງ​ມີ​ເຂດ​ປະສົບ​ໄພ​ຫຼາຍ​ແຫ່ງທີ່​ລະບົບໄຟຟ້າ​ຖືກ​ຕັດຂາດ​ຢູ່.