ຊ່ຽວຊານ​ເຫັນ​ວ່າການ​​ໃຫ້​ຕະຫຼາດ​ເສີມ​ຂະຫຍາຍ​ບົດບາດ​ລັກສະນະ​ຂໍ​ກະ​ແຈ, ສຳຄັນ​ແມ່ນ​ຄວນປັບປຸງ​ພາລະ​ບົດບາດ​ຂອງ​ພາກ​ລັດ​ໃຫ້​ເປັນ​ລະບຽບ​ແບ​ບ​ແຜນ​ຢ່າງ​ສົມ​ເຫດ​ສົມ​ຜົນ

(GMT+08:00) 2013-11-15 16:37:45     cri
ວັນ​ທີ 13 ພະຈິກ​ນີ້, ຢູ່​ນະຄອນຫຼວງປັກ​ກິ່ງ​ຂອງ​ຈີນ, ທ່ານ​ຈ່າງ​ລີ້​ສຸນ ນັກ​ຄົ້ນຄວ້າ​ຂອງ​ພະ​ແນ​ກຄົ້ນຄວ້າ​ເສດຖະກິດ​ມະຫາ​ພາກ​ສູນ​ຄົ້ນຄວ້າ​ການ​ພັດທະນາຂອງລັດຖະບານ​ຈີນ​ຊີ້​ອອກ​ວ່າ, ​ເງື່ອນ​ໄຂ​ເບື້ອງ​ຕົ້ນ​ຂອງ​ການ​​ເຮັດ​ໃຫ້ຕະຫຼາດ​ເສີມ​ຂະຫຍາຍ​ບົດບາດ​ລັກສະນະ​ຂໍ​ກະ​ແຈ​ໃນ​ການຈັດ​ສັນ​ຊັບພະຍາກອນນັ້ນ, ສຳຄັນ​ທີ່​ສຸດ​ຕ້ອງປັບປຸງ​ພາລະ​ບົດບາດ​ຂອງ​ພາກ​ລັດ​ໃຫ້​ເປັນ​ລະບຽບ​ແບບ​ແຜນ​ຢ່າງ​ສົມ​ເຫດ​ສົມ​ຜົນ, ສິ່ງ​ທີ່​ບໍ່​ຄວນ​ຄຸ້ມ​ຄອງ​ກໍ​ບໍ່​ຄຸ້ມ​ຄອງ​ເດັດຂາດ, ສິ່ງ​ທີ່ຄວນ​ຄຸ້ມ​ຄອງນັ້ນ,ຕ້ອງ​ຄຸ້ມ​ຄອງ​ໃຫ້​ດີ​ແລະ​ຄຸ້ມ​ຄອງ​​ຢ່າງ​ມີ​ປະສິດທິພາບ​ສູງ​ແລະ​ເດັດຂາດ.

ກອງ​ປະຊຸມ​ຄົບ​ຄະນະ​ຄັ້ງ​ທີ 3 ສະ​ໄໝ​ທີ 18 ຂອງ​ພັກ​ຄອມ​ມູນິດ​ຈີນ​ໄດ້​ອັດ​ລົງ​​ແລ້ວ​ໃນ​ວັນ​ທີ 12 ພະຈິກ​ນີ້​ຢູ່​ນະຄອນຫຼວງ​ປັກ​ກິ່ງ, ​ແລະ​ໄດ້​ອອກ​ປະກາດ​ແຈ້ງ​ຂ່າວ​ກ່ຽວ​ກັບ​ການ​ລົງ​ເລິກ​ການ​ປະຕິ​ຮູບ​ຢ່າງຮອບດ້ານ. ທ່ານ​ຈ່າງ​ລີ້​ສຸນ​ເຫັນ​ວ່າ, ປະກາດ​ແຈ້ງ​ຂ່າວ​ໄດ້​ຊີ້​ແຈງຢ່າງ​ຈະ​ແຈ້ງ​​ກ່ຽວ​ກັບ​ເປົ້າ​ໝາຍ​ລວມ​ແຫ່ງ​ການ​ລົງ​ເລິ​ກການ​ປະຕິ​ຮູບ​ຢ່າງຮອບດ້ານ​ທີ່​ເປັນລະບົບ, ການ​ປະຕິ​ຮູບ​ໄດ້​ເຂົ້າ​ສູ່​ໄລຍະ​ປະຫວັດ​ສາດ​ທີ່​ໄດ້​ຮັບ​ຄວາມ​ຄືບ​ໜ້າ​ສຳຄັນ​​ແລະ​ຕົວ​ຈິງ. ມະຕິ​ຂອງກອງ​ປະຊຸມ​ຄົບ​ຄະນະ​ຄັ້ງ​ນີ້​ໄດ້​ສ່ອງ​ແສງ​ໃຫ້​ເຫັນ​ເຖິງ​ຈຸດ​ພິ​ເສດ​ທີ່​ມີ​ລັກສະນະລວມ​ແລ​ະເປັນ​ລະບົບ, ​ໄດ້​ເອົາ​ໃຈ​ໃສ່​ຕໍ່​ການ​ປະສານ​ສົມທົບ​ກັນ​ລະຫວ່າງ​ການ​ປະຕິ​ຮູບ​ດ້ານ​ຕ່າງໆ, ຊຶ່ງ​ໃນ​ນັ້ນ​ໄດ້​ລວມທັງ​ການ​ປະສານ​ສົມທົບ​ກັນລະ​ຫວ່າງ​ການ​ປະຕິ​ຮູບ​ໂຄງ​ປະກອບ​ເສດຖະກິດ​ກັບ​ໂຄງ​ປະກອບ​ການ​ເມືອງ, ​ລວມທັງ​ການ​ປະສານ​ສົມທົບ​ກັນ​ລະຫວ່າງ​ການ​ປັບປຸງ​ລະບົບ​ຕະຫຼາດ​ໃຫ້​ສົມບູນ​ຂຶ້ນ​ກັບ​ການ​ຫັນປ່ຽນ​ພາລະ​ບົດບາດ​ຂອງ​ລັດ​ໃນ​ຂະ​ບວນການ​ປະຕິ​ຮູບ​​ໂຄງ​ປະກອບ​ເສດຖະກິດ​ແລະ​ອື່ນໆ. ພ້ອມນັ້ນ​ຍັງ​ໄດ້​​ເນັ້ນ​ໃສ່​ການ​ປະຕິບັດ​ຕົວ​ຈິງ​ແລະ​ຄວາມ​ສາມາດ​ປະຕິບັດ​ໄດ້​ຂອງ​ການ​ປະຕິ​ຮູບ, ​ໄດ້​ກຳນົດຈຸດ​ສຸມ​ຂອງ​ການ​ປະຕິ​ຮູບ​ທຸກ​ດ້ານ​ຢ່າງ​ຈະ​ແຈ້ງ.