ຊ່ຽວຊານ​ສະ​ຖາ​ບັນ​ການ​ເງິນ​ສະພາ​ບັນດິດ​ວິທະຍາສາດ​ສັງຄົມ​ຈີນ​ເຫັນ​ວ່າ ການ​ເນັ້ນ​ໜັກ​ກຳລັງ​ຂອງ​ຕະໜາດ​ເປັນ​ສິ່ງ​ຕັດສິນ​ການຈັດ​ສັນຊັບພະຍາກອນ​​ເປັນ​ຈຸດ​ເດັ່ນ​ທີ່​ສຸດ​ຂອງ​ກອງ​ປະຊຸມ​ຄົບ​ຄະນະ​ຄັ້ງ​ທີ 3 ສະ​ໄໝ​ທີ 18 ຂອງ​ພັກ​ຄອມ​ມູນິດ​ຈີນ

(GMT+08:00) 2013-11-15 16:38:25     cri
ກອງ​ປະຊຸມ​ຄົບ​ຄະນະ​ຄັ້ງ​ທີ 3 ສະ​ໄໝ​ທີ 18 ຂອງ​ພັກ​ຄອມ​ມູນິດ​ຈີນ​ໄດ້​ຄົ້ນຄວ້າ​ພິຈາລະນາ​ແລະ​ຜ່ານ​ຮັບຮອງ​ຂໍ້​ຕົກລົງ​ຂອງ​ສູນ​ກາງ​ພັກ​ຄອມ​ມູນິດ​ຈີນ​ກ່ຽວ​ກັບ​ຫຼາຍ​ບັນຫາ​ສຳຄັນ​ຂອງ​ການລົງ​ເລິກ​ການ​ປະຕິ​ຮູບ​ຢ່າງຮອບດ້ານ, ຊຶ່ງ​​ໄດ້​ວາງ​ແຜນ​ໂຄງ​ຮ່າງ​ກ່ຽວກັບ​ການ​ປະຕິ​ຮູບ  ​​ໄຂ​ປະຕູ​ສູ່​ພາຍ​ນອກ​ແລະ​ການ​ພັດທະນາ​ຂອງ​ຈີນ​ໃນ​ໄລຍະ​ອີກ 10 ປີ​ຕໍ່ໜ້າ, ບົດ​ປະກາດແຈ້ງ​ຂ່າວ​ໄດ້ກ່າວ​ເນັ້ນ​ວ່າ, ການ​ປະຕິ​ຮູບ​​ໂຄງ​ປະກອບ​ເສດຖະກິດ​ແມ່ນ​ຈຸດ​ສຸມ​ຂອງ​ການ​ລົງ​ເລິກ​ການ​ປະຕິ​ຮູບ​ຢ່າງຮອບດ້ານ. ທ່ານ​ຫວາງ​ໂກວກ່າງ ຫົວໜ້າ​ສະ​ຖາ​ບັນ​ຄົ້ນຄວ້າ​ການ​ເງິນ​ຂອງ​ສະພາ​ບັນດິດ​ວິທະຍາສາດ​ສັງຄົມ​ຈີນ​ກ່າວ​ວ່າ, ການ​ເນັ້ນ​ໜັກ​ບົດບາດ​ລັກສະນະ​ຕັດສິນ​ຂອງກົນ​ໄກ​ຕະໜາດ​ໃນ​ດ້ານ​ການຈັດ​ສັນ​ຊັບ​ພະ​ຍາ​ກອນ​ນັ້ນເປັນ​ຈຸດ​ເດັ່ນ​​ແລະມີ​ຄວາມ​ຄືບໜ້າ​ໃຫຍ່​ທີ່​ສຸດ​ໃນ​ການ​ປະຕິ​ຮູບ​ດ້ານ​ເສດຖະກິດ​ໃນ​ຄັ້ງ​ນີ້.​

ປະກາດ​ແຈ້ງ​ຂ່າວ​ຂໍ້​ຕົກລົງຂອງ​ກອງ​ປະຊຸມ​ຄົບ​ຄະນະ​ໄດ້​ຊີ້​ອອກ​ວ່າ, ບັນຫາ​ໃຈກາງ​ຂອງ​ການ​ປະຕິ​ຮູບ​​ໂຄງ​ປະກອບເສດຖະກິດ​ແມ່ນ​​ແກ້​ໄຂ​ການ​ພົວພັນ​ລະຫວ່າງ​ພາກ​ລັດ​ກັບ​ຕະຫຼາດ​ໃຫ້​ດີ, ​ເຮັດ​ໃຫ້​ຕະຫຼາດ​ເສີມ​ຂະຫຍາຍ​ບົດບາດ​ລັກສະນະ​ຕັດສິນ​ໃນ​ການຈັດ​ສັນ​ຊັບພະຍາກອນ​ແລະ​​ເສີມ​ຂະຫຍາ​ຍບົດບາດ​ຂອງ​ພາກ​ລັດ​ໃຫ້ມີ​ປະສິດທິ​ຜົນ​ຫຼາຍ​ກວ່າ​ເກົ່າ. ທ່ານ​ຫວາງ​ໂກວກ່າງ​ກ່າວ​ວ່າ, ນີ້​ສະ​ແດງ​ໃຫ້​ເຫັນ​ວ່າ, ​ເສັ້ນ​ທາງ​ຂອງ​ການ​ປະຕິ​ຮູບ​ໃນ​ອະນາຄົດ, ຈະ​ເນັ້ນໜັກ​ເປັນ​ພິ​ເສດ​ກ່ຽວ​ກັບ​ບົດບາດ​ລັກ​ສະ​ນະ​ຕັດສິນ​ຂອງ​ຕະຫຼາດ​ໃນ​ການ​ຈັດ​ສັນ​ຊັບ​ພະ​ຍາ​ກອນ, ຄວນ​ເສີ​ມຂະຫຍາຍ​ບົດບາດ​ຂອງ​ຕະຫຼາດ​ໃນ​ການກຳນົດລາຄາ, ພາກ​ລັດ​ບໍ່​ຄວນ​​​ແຊກ​ແຊງຕະຫຼາດ,​ແລະ​ກໍ່​ບໍ່​ຄວນ​ປ່ອຍປະສິ່ງ​ທີ່​ພາກ​ລັດ​ຄວນ​ເຮັດ​, ກົນ​ໄກ​ບໍລິຫານ​ແລະ​ສິດ​ບໍລິຫານ​​​ໃຫ້​ຕະຫຼາດ​ເປັນ​ຜູ້​ເຮັດ.

ປະກາດ​ແຈ້ງ​ຂ່າວ​ຂໍ້​ຕົກລົງ​ຂອງ​ກອງ​ປະຊຸມ​ຄົບ​ຄະນະ​ຍັງ​ຊີ້​ອອກ​ວ່າ, ຄວນ​ເພີ່ມ​ທະວີ​ການ​ປະສານ​ສົມທົບ​ກັນ​ລະຫວ່າງ​ການ​ອອກ​ແບບ​ຈາກ​ຂັ້ນ​ເທິງ​ກັບ​ການ​ເຮັດ​ໄປ​ນຳ​ຖອດ​ຖອນ​ບົດຮຽນ​​​ໄປ​ນຳ, ການ​ຊຸກ​ຍູ້​ໂດຍ​ລວມ​ແລະ​ການ​ມີ​ຄວາມ​ກ້າວ​ໜ້າ​ໃນ​ຈຸດ​ສຸມ​ຕ່າງໆ​ໃຫ້​ຊ່ວຍ​ຊູ​ຍູ້​ໜູນ​ກັນ, ການ​ໂຮມ​ສູນ​ຄວາມ​ຮັບ​ຮູ້​ທີ່​ເປັນ​ເອກະສັນ​ກັນ​ຢ່າງ​ກວ້າງຂວາງ, ​ແລ້ວ​ກາຍ​ເປັນ​ກຳລັງ​ສັງ​ລວມ​ໃນ​ການ​ຊຸກຍູ້​ການ​ປະຕິ​ຮູບ. ຕໍ່ ​ເລື່ອງ​ນີ້, ທ່ານຫວາງ​ໂກວກ່າງ​ເຫັນ​ວ່າ, ​ໃນ​ລະບົບ​ໃຫຍ່​ຂອງ​ທົ່ວ​ປະ​ເທດ, ມີ​ບາງ​ສິ່ງ​ບາງ​ຢ່າງ​ແມ່ນ​ສາມາດ​ເຮັດ​ໄປ​ກ່ອນ​ໄດ້​ໂດຍ​ຖື​ເປັນ​ຈຸດ​ບຸກ​ທະ​ລຸ, ​ແຕ່​ຖ້າ​ຫາກ​ດຳ​ເນີນ​ການ​ປະຕິ​ຮູບ​​ໂຄງ​ປະກອບ​ເສດຖະກິດ​ໄປ​ກ່ອນ, ​ແຕ່​ການ​ປະຕິ​ຮູບ​​ໂຄງ​ປະກອບ​ສັງຄົມ,​ວັດ​ທະ​ນະ​ທຳ,ການ​ເມື​ອງ,​ໂຄງ​ປະກອບ​ນິ​ເວດ​ວິທະຍາ​ບໍ່​ສາມາດ​ປະຕິບັດ​ຢ່າງ​ຖ່ວງທັນ​ໄດ້, ຄັນ​ຊັ້ນ, ການ​ປະຕິ​ຮູບ​ໂຄງ​ປະ​ກອບເສດຖະກິດ​ແນວ​ນີ້​ກໍ່​ບໍ່​ສາ​ມາດ​ປະ​ຕິ​ບັດ​ຕໍ່​ໄປ​ໄດ້. ທ່ານ​ຊີ້​ອອກ​ວ່າ, ຄຽງ​ຄູ່​ກັບ​ການ​ພັດທະນາ​ຂອງ​ເສດຖະກິດ​ສັງຄົມ​ຂອງ​ຈີນ, ນອກຈາກ​ການ​ປະຕິຮູບ​ໂຄງ​ປະກອບ​ເສດຖະກິດ​ແລ້ວ, ກໍ​ຄວນ​ມີ​ການ​ປະຕິ​ຮູບ​​ໂຄງ​ປະກອບ​ການ​ເມືອງ,ການ​ປະຕິ​ຮູບ​ໂຄງ​ປະ​ກອບ​ການ​ຄຸ້ມ​ຄອງ​ສັງຄົມ​ແລະ​ການ​ປະຕິ​ຮູບ​ດ້ານ​ອະ​ລິ​ຍະ​ທຳ​ນິ​ເວດ​ວິທະຍາ. ຫາກມີ​ສາຍຕາ​ທີ່​ຈຳກັດ​​ແຕ່​ດ້ານ​ການ​ປະຕິ​ຮູບ​ໂຄງ​ປະ​ກອບ​ເສດ​ຖະ​ກິດ​ເທົ່າ​ນັ້ນ​ແມ່ນ​ບໍ່​ພຽງພໍ, ຍັງ​ຕ້ອງການ​ຈັດ​ວາງ​ການ​ປະ​ຕິ​ຮູບ​ເຫຼົ່າ​ນີ້​ຢ່າງຮອບດ້ານ​ແລະ​ເປັນ​ເອກະ​ພາບ​ກັນຈາກ​ລະດັບ​ສູງ​ກວ່າ​ເກົ່າ.ສະ​ນັ້ນ, ຄວາມ​ຮອບດ້ານ​ຂອງ​ການ​ປະຕິ​ຮູບ​ໃນ​ປັດ​ຈຸ​ບັນ​ແມ່ນ​ສຳ​ຄັນ​ກວ່າ​​ຜ່ານ​ມາຢ່າງ​ຫຼວງ​ຫຼາຍ.