ຈີນ​ໃຫ້ການ​ຊ່ວຍ​ເຫຼືອ​ເພີ່ມ​ແກ່​ຟີ​ລິບ​ປິນ​ມູນ​ຄ່າ 10 ລ້ານ​ຢວນ

(GMT+08:00) 2013-11-15 16:05:54     cri
ຕາມ​ຂ່າວ​ຈາກ​ເວັບ​ໄຊ​ກະຊວງ​ການ​ຕ່າງປະ​ເທດ​ຈີນ: ​ໃນ​ກອງ​ປະຊຸມ​ຂ່າວ​ທີ່​ຈັດ​ຂຶ້ນ​ໃນ​ວັນ​ທີ 14 ພະຈິ​ກນີ້, ທ່ານ​ຊິນ​ກ່າງ ​ໂຄສົກ​ກະຊວງ​ການ​ຕ່າງປະ​ເທດ​ຈີນ​ກ່າວ​ວ່າ, ຈີນ​ຕົກລົງ​ຈະສະໜອງ​ເຄື່ອງ​ຊ່ວຍ​ເຫຼືອ​ດ້ານ​ມະນຸດສະທຳ​ທີ່​ເປັນ​ມູນ​ຄ່າ 10 ລ້ານ​ຢວນ (ປະມານ1 ​ລ້ານ 6 ​ແສນ 4 ໝື່ນ​ໂດ​ລາ)​ໃຫ້​ແກ່​ປະຊາຊົນ​ຢູ່​ເຂດ​ປະສົບ​ໄພ​ຟີ​ລິບ​ປິນ. ​ເຄື່ອງ​ຊ່ວຍ​ເຫຼືອ​ດ້ານ​ມະນຸດສະທຳ​ງວດ​ນີ້​ລວມທັງຕູບ​ຜ້າ​ເຕັ້ນ​ຫຼາຍພັນ​ຊຸດແລະຜ້າ​ຫົ່ມ​ຫຼາຍ​ໝື່ນ​​ຜືນ. ຈີນ​ເຊື່ອ​ວ່າ, ​ເຄື່ອງ​ຊ່ວຍ​ເຫຼືອ​ເຫຼົ່າ​ນີ້​ຈະສາມາດ​ຖືກ​ສົ່ງ​ໄປ​ຮອດ​ເຂດ​ປະສົບ​ໄພ​ໂດຍ​ໄວ​ເທົ່າ​ທີ່​ຈະ​ໄວ​ໄດ້, ​ເພື່ອ​ສະ​ແດງ​ຄວາມຮັກ​ແພງຂອງ​ປະຊາຊົນ​ຈີນຕໍ່​ປະຊາຊົນ​ຟີ​ລິບ​ປິນ.

ກ່ອນ​ໜ້າ​ນີ້ ຈີນ​ຍັງ​ໄດ້​ປະກາດ​ວ່າ, ລັດຖະບານ​ຈີນ​ຈະ​ສະໜອງ​ເງິນ​ຊ່ວຍ​ເຫຼືອ​ສຸກ​ເສີນ​ດ້ານ​ມະນຸດສະທຳ​ທີ່​ເປັນ​ມູນ​ຄ່າ 1 ​ແສນ​ໂດ​ລາ​ໃຫ້​​ແກ່​ປະຊາຊົນ​ຟີ​ລິບ​ປິນ, ພ້ອມ​ດຽວ​ກັນ​ນີ້ ສະພາກາ​ແດງຈີນກໍ່ຈະ​ສະໜອງ​ເງິນ​ຊ່ວຍ​ເຫຼືອ​ສຸກ​ເສີນ​ດ້ານ​ມະນຸດສະທຳ​ມູນ​ຄ່າ 1 ​ແສນ​ໂດ​ລາ​ໃຫ້​ແກ່​ປະຊາຊົນ​ຟີ​ລິບ​ປິນຕື່ມ​ອີກ.