ທ່ານ​ເມີ້​ງຈ້ຽນຈູ້​ພົບ​ປະ​ກັບ​ທ່ານ​ໂກ​ໂກ ລັດຖະມົນຕີ​ວ່າການ​ກະຊວງ​ວຽກ​ງານ​ພາຍ​ໃນ​ມຽນມາ

(GMT+08:00) 2013-11-15 16:14:25     cri


ທ່ານ​ເມີ້​ງຈ້ຽນຈູ້​ພົບ​ປະ​ກັບ​ທ່ານ​ໂກ​ໂກ ລັດຖະມົນຕີ​ວ່າການ​ກະຊວງ​ວຽກ​ງານ​ພາຍ​ໃນ​ມຽນມາ


ວັນ​ທີ 14 ພະຈິກ​ນີ້, ຢູ່​ນະຄອນຫຼວງ​ປັກ​ກິ່ງ​ຂອງ​ຈີນ ທ່ານ​ເມິ້ງ​ຈ້ຽນຈູ້ ກຳມະການ​ກົມ​ການ​ເມືອງ​ສູນ​ກາງ​ພັກ​ຄອມ​ມູນິດ​ຈີນ ​ເລຂາທິການ​ຄະນະ​ກຳມະການ​ການ​ເມືອງ​ແລະ​ກົດໝາຍ​ສູນ​ກາງ​ຈີນ​ໄດ້​ພົບ​ປະ​ກັບ​ທ່ານ​ໂກ​ໂກ ລັດຖະມົນຕີ​ວ່າການ​ກະຊວງ​ວຽກ​ງານ​ພາຍ​ໃນ​ມຽນມາ​ທີ່​​ເດີນທາງມາ​ເຂົ້າ​ຮ່ວມ​ກອງ​ປະຊຸມ​ລະດັບ​ລັດຖະມົນຕີ​ວ່າ​ດ້ວຍ​ການ​ປະຕິບັດ​ກົດ​ໝາຍ​ແລະ​ການ​ຮ່ວມ​ມື​ດ້ານ​ການ​ປ້ອງ​ກັນ​ຄວາມ​ສະຫງົບ​ຄັ້ງ​ທີ 4 ລະຫວ່າງ​ຈີນ-ມຽນມາ.

ທ່ານ​ເມິ້ງ​ຈ້ຽນຈູ້​ກ່າວ​ວ່າ, ຈີນ​ແລະ​ມຽນມາ​ຂະຫຍາຍ​ການ​ພົວພັນ​ຄູ່​ຮ່ວມ​ມື​ທີ່​ມີ​ໄມຕີ​ຈິດ​ມິດຕະພາບ​ລະຫວ່າງ​ສອງ​ຝ່າຍ​ບົນພື້ນຖານ 5 ຫຼັກການຢູ່​ຮ່ວມ​ກັນ​ໂດຍ​ສັນຕິ, ການ​ຮ່ວມ​ມື​ດ້ານ​ການ​ປະຕິບັດ​ກົດໝາຍ​ແລະ​ປ້ອງ​ກັນ​ຄວາມ​ສະຫງົບຂອງ​ສອງ​ປະ​ເທດ​ໄດ້​ຮັບ​ປະສິດທິ​ຜົນ​ຢ່າ​ງຈະ​ແຈ້ງ. ຫວັງ​ວ່າ​ສອງ​ຝ່າຍ​ຈະຈັດ​ຕັ້ງ​ປະຕິບັດ​ຄວາມ​ຮັບ​ຮູ້​ທີ່​ເປັນ​ເອກະສັນ​ກັນ​ຂອງ​ຜູ້ນຳ​ສອງ​ປະ​ເທດ​ຢ່າງ​ຕັ້ງໜ້າ, ລົງ​ເລິກ​ການ​ຮ່ວມ​ມື​ດ້ານ​ການ​ປະຕິບັດ​ກົດໝາຍ​ແລະ​ປ້ອງ​ກັນ​ຄວາມ​ສະຫງົບທີ່​ແທ້​ຈິງ, ຊຸກຍູ້​ການ​ພົວພັນ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ​ຮອບດ້ານ​ຂອງ​ສອງ​ປະ​ເທດ​ໃຫ້​ຂະຫຍາຍຕົວ​ໄປ​ໜ້າ.

ທ່ານ​ໂກ​ໂກ​ກ່າວ​ວ່າ, ມຽນມາ​ໃຫ້​ຄວາມສຳຄັນຕໍ່​ການ​ພົວພັນ​ໄມຕີ​ຈິດ​ມິດຕະພາບ​ກັບ​ຈີນ, ຍິນ​ດີ​ຍົກ​ລະດັບ​ການ​ຮ່ວມ​ມື​ດ້ານ​ການ​ປະຕິບັດ​ກົດໝາຍ​ແລະ​ປ້ອງ​ກັນ​ຄວາມ​ສະຫງົບ​ຂອງ​ສອງ​ປະ​ເທດ​ໃຫ້​ສູງ​ຂຶ້ນ​ຕື່ມ​ອີກ.