ນັກວິຊາການສະ​ຖາ​ບັນດິດວິທະຍາສາດສັງຄົມຈີນ​ກ່າວ​ວ່າ:​ຂໍ້​ຕົກລົງ​ທີ່​​ໄດ້​ຮັບການອະນຸມັດ​​ໃຫ້​ຜ່ານ​ຢູ່ໃນກອງ​ປະຊຸມ​ຄົບ​ຄະນະ​ຄັ້ງ​ທີ 3 ສະ​ໄໝ​ທີ 18 ຂອງພັກ​ຄອມ​ມູນິດ​ຈີນ​ແມ່ນສອດຄ່ອງ​ກັບ​ຄວາມ​ປາຖະໜາ​ຂອງ​ປະຊາຊົນ

(GMT+08:00) 2013-11-15 16:38:01     cri
ນັບ​ແຕ່​ດຳ​ເນີນການ​ປະຕິ​ຮູບ​ແລະ​ໄຂ​ປະຕູ​ສູ່​ພາຍ​ນອກຂອງ​ຈີນ​ເປັນ​ເວລາ 30 ກວ່າ​ປີ​​ເປັນ​ຕົ້ນ​ມາ, ​ເສດຖະກິດ​ຂອງ​ຈີນ​ໄດ້​ຮັບ​ການ​ພັດທະນາ​ທີ່​ເປັນ​ພື້ນຖານ, ພາຍ​ໃຕ້​ສະພາບ​ການ​ແບບ​ນີ້, ທິດ​ທາງ​ຂອງ​ການ​ປະຕິ​ຮູບ​ຂອງ​ຈີນ​ໃນອີກ 10 ປີ​ຂ້າງ​ໜ້າຈະ​ເປັນ​ແນວ​ໃດ, ຈະ​ເລືອກ​ທິດ​ທາງ​ໃດ? ​ແມ່ນ​ບັນຫາ​ທີ່​ໜ້າ​ສົນ​ໃຈ​ຫຼາຍ​ຕໍ່​ປະຊາຊົນ​ທົ່ວ​ປະ​ເທດ​ກໍ່​ຄື​ປະຊາຊົນ​ຂອງ​ໂລກ. ທ່ານ​ພ່ານ​ເຈ່ຍ​ຮວາ ຫົວໜ້າ​ສະ​ຖາ​ບັນ​ຄົ້ນຄວ້າ​ການ​ພັດທະນາ​ຕົວ​ເມືອງ​ແລະ​ການອະນຸລັກ​ສິ່ງ​ແວດ​ລ້ອມ​ຂອງ​ສະ​ຖາ​ບັນດິດ​ວິທະຍາສາດ ສັງຄົມຈີນ​ເຫັນ​ວ່າ, "ຂໍ້​ຕົກລົງ​ຂອງ​ສູນ​ກາງ​ພັກ​ຄອມ​ມູນິດ​ຈີນ​ກ່ຽວ​ກັບບັນຫາ​ທີ່​ສຳຄັນ​ຕ່າງໆ​ໃນການ​ລົງ​ເລິກ​ການ​ປະຕິ​ຮູບ​ຢ່າງຮອບດ້ານ"ທີ່​ຜ່ານ​ໃນກອງ​ປະຊຸມ​ຄົບ​ຄະນະຄັ້ງ​ນີ້​ໄດ້​ໃຫ້​ຄຳ​ຕອບ​ທີ່​ຈະ​ແຈ້ງ​ທີ່​ສຸດ​ແລ້ວ, ​ໄດ້​ຕອບ​ສະໜອງ​ຄວາມ​ປາຖະໜາ​ຂອງ​ປະຊາຊົນ, ສອດ​ຄ່ອງ​ກັບ​ຄາດໝາຍ​ຂອງປະຊາຊົນ.

​ສຳລັບຂົງ​ເຂດ​ການ​ອະນຸລັກ​ສິ່ງ​ແວດລ້ອມ​ແລ້ວ, ທ່ານ​ພ່ານ​ເຈ່ຍ​ຮວາ​ເຫັນ​ວ່າ​​ໃນ "ຂໍ້​ຕົກລົງ"ສະບັບ​ດັ່ງກ່າວ​ມີການ​ບຸກທະລຸທີ່​ໃຫຍ່​ຫຼວງ​ທີ່​ສຸດ​ຈຳນວນ​ໜຶ່ງ, ກອງ​ປະຊຸມ​ໄດ້​ເນັ້ນ​ໜັກ​ເປັນ​ພິ​ເສດ​ໃຫ້​ສ້າງລະບຽບ​ການອະລິຍະ​ທຳນິ​ເວດ​ວິທະຍາ, ຈັດລະບຽບ​ການອະ​ລິ​ຍະ​ທຳ​ນິ​ເວດ​ວິທະຍາ​ເຂົ້າ​ໃນ​ເອກະສານ​ຂອງ​ກອງ​ປະຊຸມ​ຄົບ​ຄະນະ​ໃນ​ຖານະ​ເປັນ​ເນື້ອ​ໃນ​ທີ່​ສຳຄັນ​ທີ່​ສຸດ, ​ແລະ​ສະ​ເໜີ​ບັນຫາ "​ເສັ້ນ​ສີ​ແດງ​ແຫ່ງນິ​ເວດ​ວິທະຍາ"ຢ່າງ​ຈະ​​ແຈ້ງ​. ຍ້ອນ​ວ່າ​ຈີນມີ​ຄວາມ​ຂາດ​ເຂີນ​ໃນ​ດ້ານ​ຊັບພະຍາກອນ, ການ​ທຳລາຍ​ສິ່ງ​ແວດ​ລ້ອມ​ແລະສະພາບ​ແວດ​ລ້ອມ​ເປັນ​ມົນ​ລະ​ມິດ​ຢູ່​ໃນສະພາບການ​ທີ່​ບໍ່​ດີ​ທີ່​ຮຸນ​ແຮງສົມຄວນ, ຊີວິດ​ການ​ເປັນ​ຢູ່​ແລະ​ການ​ພັດທະນາ​ຂອງ​ປະຊາຊົນລ້ວນ​ແຕ່​ໄດ້​ຮັບ​ສິ່ງ​ກີດຂວາງ​ແລະ​​ໄດ້​ຮັບຜົນ​ກະທົບ​ຢ່າງ​ໜັກ​ໜ່ວງ, ພາຍ​ໃຕ້​ສະພາບ​ການ​ແບບ​ນີ້, ການວາງ "​ເສັ້ນ​ສີ​ແດງ​ແຫ່ງນິ​ເວດ​ວິທະຍາ"ມີ​ຄວາມໝາຍ​ອັນ​​ໃຫຍ່​ຫຼວງ​ຫຼາຍ.

ນອກ​ນີ້, "ຂໍ້​ຕົກລົງ"ດັ່ງກ່າວ​ຍັງ​ໄດ້​ເນັ້ນ​ໜັກ​ໃຫ້​ປະຕິ​ຮູບ​ໂຄງ​ປະກອບ​ຄຸ້ມຄອງ​ສະພາບ​​ແວດ​ລ້ອມ​ນິ​ເວດ​ວິທະຍາ, ທ່ານ​ພ່ານ​ເຈ່ຍ​ຮວາ​ເຫັນ​ວ່າ, ຕົ້ນຕໍ​ລວມມີ 3 ດ້ານ: ໜຶ່ງ​ແມ່ນ​ສືບ​ຕໍ່​ເສີມ​ຂະຫຍາຍ​ບົດບາດ​ຕັດສິນ​ຂອງ​ຕະຫຼາດ​ໃນ​ການຈັດ​ສັນ​ຊັບພະຍາກອນ; ສອງ​​ແມ່ນ​ຄວນເພີ່ມ​ທະວີ ​​ແລະ​ປັບປຸງ​ບົດບາດ​ຂອງ​ລັດຖະບານ​ໃຫ້​ດີ​ຂຶ້ນ; ສາມ​ແມ່ນ​ຕ້ອງ​ຈັດ​ວາງ​ການສ້າງສາ​ລະບອບ​ກົດໝາຍ,ກົນ​ໄກ​ແລະ​​ໂຄງ​ປະກອບ, ມີ​ແຕ່​ພາຍ​ໃຕ້​​ໂຄງ​ປະກອບ​ແລະ​ກົນ​ໄກ​ທີ່​ເປັນ​ລະບຽບ​ຮຽບຮ້ອຍ, ​ຕະຫຼາດ​ແລະ​ລັດຖະບານ​ຈຶ່ງ​ສາມາດ​ເສີມ​ຂະຫຍາຍ​ບົດບາດ​ຂອງ​ຕົນ​ຢ່າງ​ຈະ​ແຈ້ງ​ແລະ​ມີ​ປະສິດທິ​ຜົນ​ໄດ້.