ປະທານາທິບໍດີ​ອາ​ເມ​ລິ​ກາ​ຮຽກຮ້ອງ​ໃຫ້ລັດຖະ​ສະພາ​​ເລື່ອນ​ເວລາ​ເພີ່ມ​ການ​ລົງ​ໂທດ​ຕໍ່​ອີຣານ

(GMT+08:00) 2013-11-15 18:17:55     cri
ຕາມ​ຂ່າວສານ​ຊີ​ນຮວາ: ວັນ​ທີ 14 ພະຈິກ​ນີ້, ທ່ານ​ບາຣັກ​ ​ໂອ​ບາ​ມາ ປະທານາທິບໍ​ດີ​ອາ​ເມ​ລິ​ກາ​ໄດ້​ຮຽກຮ້ອງ​ໃຫ້ລັດຖະ​ສະພາ​​​ເລື່ອນ​ເວລາ​ເພີ່ມ​ການ​ລົງ​ໂທດ​ຕໍ່​ອີຣານຕື່ມ​ອີກ, ​ເພື່ອ​ສ້າງ​ເງື່ອນ​ໄຂ​ທີ່​ດີ​ໃຫ້​ແກ່​ການ​​ເຈລະຈາ​ກ່ຽວ​ກັບ​ບັນຫານິວ​ເຄຼຍ​ອີຣານ.

​ໃນ​ກອງ​ປະຊຸມ​ຂ່າວ​ທີ່​ຈັດ​ຂຶ້ນ​ໃນ​ທຳນຽບຂາວ​ຂອງອາ​ເມ​ລິ​ກາ​ໃນ​ມື້​ດຽວ​ກັນ, ທ່ານ​ບາຣັກ ​ໂອ​ບາ​ມາ​ກ່າວ​ວ່າ, ຖ້າວ່າ​ອາ​ເມ​ລິ​ກາ​ສຸມ​​ໃສ່​ການ​ແກ້​ໄຂ​ບັນຫາ​ນິວ​ເຄຼຍຂອງ​ອີຣານ​ໂດຍ​ຜ່ານ​ຊ່ອງ​ທາງ​ການທູດ, ກໍ່​ບໍ່​ຈຳ​ເປັນ​ໃນ​ການ​ເພີ່ມ​ກຳລັງ​ເຂົ້າ​ໃນການ​ລົງ​ໂທດ​ທີ່​ໄດ້​ມີ​ປະສິດທິ​ຜົນ​ຫຼາຍ​ ​ແລ້ວ. ທ່ານ​ບາຣັກ ​ໂອ​ບາ​ມາ​ກ່າວ​ວ່າ, ການ​ລົງ​ໂທດ​ໃນ​ປະຈຸ​ບັນ​ໄດ້​ໂຈມ​ຕີ​ເສດຖະກິດ​ຂອງ​ອີຣານຢ່າງ​ບັງ​ເກີດ​ຜົນ. ທ່ານ​ສະ​ເໜີ​ໃຫ້​ລັດຖະສະພາ​​ສັງ​ເກດ​ທ່າ​ທີ​ຂອງ​ອີຣານກ່ອນ, ຖ້າວ່າ​ການສະ​ແດງຂອງ​ອີຣານ​ເຮັດ​ໃຫ້​ຄົນຮູ້​ສຶກ​ຜິດ​ຫວັງ, ຮອດ​ເວລາ​ນັ້ນ​ຈຶ່ງ​ສືບ​ຕໍ່​ຊຸກຍູ້​ການ​ເພີ່ມ​ການ​ລົງ​ໂທດ​ຕໍ່​ອີຣານກໍ່​ຍັງ​​ບໍ່​ທັນ​ຊ້າ​ເທື່ອ.

ສະພາ​ຕ່ຳ​ຂອງ​​ອາ​ເມ​ລິ​ກາ​ໄດ້​ຜ່ານ​ມະຕິ​ສະ​ບັບໜຶ່ງ​ໃນ​​ເດືອນ​ກໍລະກົດ​ປີ​ນີ້, ​ເພື່ອ​ສະ​ແຫວ​ງຫາ​ການ​ເພີ່ມ​ການ​ລົງ​ໂທດ​ຕໍ່​ອີຣານ, ​ເປົ້າ​ໝາຍ​ແມ່ນ​ຕັດ​ຂາດ​ການ​ສົ່ງ​ອອກ​ນ້ຳມັນ​ເຊື້ອ​ໄຟ​ທັງ​ໝົດ​ຂອງ​ອີຣານກ່ອນ​ປີ 2015. ວຸດ​ທິສະພາ​​ຂອງ​ອ​າ​ເມ​ລິ​ກາ​ພວມ​ພິຈາລະນາ​ຈະ​ຊຸກຍູ້​ການ​ລົງ​ໂທດ​ທີ່​ຄ້າຍໆ​ກັນ​ຫຼື​ບໍ່. ວັນ​ທີ 13 ພະຈິກນີ້, ທ່ານ​ຈອນ ​ເຄຣີ ລັດຖະມົນຕີ​ວ່າການ​ກະຊວງ​ກາ​ນຕ່າງປະ​ເທດ​ອາ​ເມ​ລິ​ກາ​ກ່າວ​ເຕືອນ​ວ່າ, ຖ້າ​ລັດຖະສະພາ​​ອາ​ເມ​ລິ​ກາ​ເພີ່ມ​ການ​ລົງ​ໂທດ​ຕໍ່​ອີຣານພຽງ​ຝ່າຍ​ດຽວ, ການ​ເຈລະຈາ​ກ່ຽວ​ກັບ​ບັນຫາ​ນິວ​ເຄຼຍຂອງ​ອີຣານຈະ​ຕົກ​ຢູ່​ໃນ​ສະພາບ​ທີ່​ບໍ່​ດີ, ຢຸດ​ຕິ​ຈົນ​ກະທັ້ງ​ແຕກ​ສະຫຼາຍ​ໄປ.