ກອງ​ປະຊຸມ​ເຊີ​ແນວ​ຄັ້ງ​ທີ 2 ກ່ຽວ​ກັບ​ບັນຫາ​ຊີຣີອາດ​ຈະ​ຈັດ​ຂຶ້ນ​​ໃນ​ວັນ​ທີ 12 ທັນວາ​ໜ້າ​ນີ້

(GMT+08:00) 2013-11-15 15:23:46     cri
ໜັງສືພິມວາ​ຕັນ​ ກາ​ເຊ​ເຕຊີ ສະບັບ​ວັນ​ທີ 14 ພະຈິກ​ນີ້ຂອງ​ຊີຣີ​ໄດ້​ນຳ​ເອົາ​ຄວາມ​ເວົ້າ​ຂອງ​​ເຈົ້າ​ໜ້າ​ທີ່​ການ​ທູດ​ປະ​ເທດຕາ​ເວັນ​ຕົກ​ປະຈຳ​ນະຄອນຫຼວງ​ປາຣີ​ແຫ່ງ​ຝຣັ່ງ​ມາລາ​ຍງານ​ວ່າ, ຫວ່າງ​ມໍ່ໆ​ມາ​ນີ້, ທ່ານ​ຈອນ ​ເກຣີ ລັດຖະມົນຕີ​ວ່າການ​ກະຊວງ​ການ​ຕ່າງປະ​ເທດອ​າ​ເມ​ລິ​ກາ​ໄດ້​ໂທລະສັບ​ລົມ​ກັບ​ທ່ານ​ລາວ​ເຣນ ຟາ​ບິ​ວສ໌ ລັດຖະມົນຕີ​ວ່າການ​ກະຊວງ​ການ​ຕ່າງປະ​ເທດ​ຝຣັ່ງ, ​ໂດຍ​ກ່າວ​ວ່າ ສອງ​ປະ​ເທດ​ອາ​ເມ​ລິ​ກາ​ແລະຣັດ​ເຊ​ຍຫວັງ​ຢາກ​ຈັດ​ກອງ​ປະຊຸມ​ເຊີ​ແນວ​ຄັ້ງ​ທີ 2 ກ່ຽວ​ກັບ​ບັນຫາ​ຊີຣີ​ໃນ​ວັນ​ທີ 12 ທັນວາ​ໜ້າ​ນີ້. ​ເຈົ້າໜ້າ​ທີ່ການ​ທູດ​ຜູ້​ນີ້​ກ່າວ​ວ່າ, ທ່ານ​ບັນ​ກີ​ມູນ ​ເລຂາທິການ​ໃຫຍ່ສະຫະ​ປະຊາ​ຊາດ​ຈະ​ເປີດ​ເຜີຍ​ຂ່າວ​ດັ່ງກ່າວ​ຢ່າງ​ເປັນ​ທາງ​ການ ​ໃນວັນ​ທີ 25 ພະຈິກ​ນີ້.

ລັດຖະບານ​ຊີຣີຍັງ​ບໍ່​ມີ​ທ່າ​ທີ​ຕໍ່​ເລື່ອງ​ນີ້​ເທື່ອ. ​ແຕ່​ວ່າ​ມີ​ຜູ້ສັນທັດ​ກໍລະນີ​ຊີຣີ​ເປີດ​ເຜີຍ​ວ່າ, ປັດຈຸບັນ​ຫ່າງ​ຈາກ​ວັນ​ຈັດ​ກອງ​ປະຊຸມ​​ເຊີ​ແນວ​ຄັ້ງ​ທີ 2 ບໍ່​ໄກ​ແລ້ວ, ລັດຖະບານ​ຊີຣີ​ໄດ້​ຕິດ​ຕໍ່​ພົວພັນ​ກັບຣັດ​ເຊຍ​ເພື່ອ​ປຶກສາ​ຫາລື​ວັນ​ເວລາ​ແລະ​ເນື້ອ​ໃນ​ຂອງ​ກອງ​ປະຊຸມ​ມາ​ໂດຍ​ຕະຫຼອດ. ກ່ຽວ​ກັບ​ກອງ​ປະຊຸມ​ເຊີ​ແນວ​ຄັ້ງ​ທີ 2, ລັດຖະບານ​ຊີຣີ​ໄດ້​ສະ​ແດງທ່າ​ທີ​ຢ່າງ​ຈະ​ແຈ້ງວ່າ​ຈະ​ເຂົ້າ​ຮ່ວມ, ​ແຕ່​ພ້ອມ​ກັນ​ນັ້ນ​ກໍ​ຊີ້​ອອກ​ວ່າ, ຊີຣີ​ເດັດດ່ຽວ​ຄັດຄ້ານ​ອິດທິກຳລັງ​ພາຍ​ນອກ​ແຊກ​ແຊງ​ວຽກ​ງານ​ພາຍ​ໃນ​ຂອງ​ຊີຣີ.