ສື່​ມວນ​ຊົນ​ແລະ​ນັກວິຊາການ​ອາຊີ​ຕາ​ເວັນ​ອອກສຽງ​ໃຕ້​ສະແດງຄວາມ​ເຫັນ​ຕໍ່​ກອງ​ປະຊຸມ​ຄົບ​ຄະນະ​ຄັ້ງ​ທີ 3 ສະ​ໄໝ​ທີ 18

(GMT+08:00) 2013-11-15 15:27:48     cri
ກອງ​ປະຊຸມ​ຄົບຄະນະ​ຄັ້ງ​ທີ 3 ຂອງ​ສູນ​ກາງ​ພັກ​ກອມ​ມູນິດ​ຈີນ​ສະ​ໄໝ​ທີ 18 ​ໄດ້​ມີ​ກາ​ນຈັດ​ວາງ​ທີ່​ສຳຄັນ ຕໍ່​ການ​ລົງ​ເລິກ​ການ​ປະຕິ​ຮູບ​ຂອງ​ຈີນ​ຢ່າງຮອບດ້ານ, ​ໃນ​ຫຼາຍ​ມື້​ມາ​ນີ້, ສື່​ມວນ​ຊົນ​ແລະນັກວິຊາການ​ອາຊີ​ຕາ​ເວັນ​ອອກສຽງ​ໃຕ້ສະແດງ​ຄວາມ​ເຫັນ​ຕໍ່​ກອງ​ປະຊຸມ​ຄົບ​ຄະນະ​ຄັ້ງ​ທີ 3 ສະ​ໄໝ​ທີ 18.

ໜັງສືພິມ "ຫຼຽນ​ເຫີ​ຈາວ​ປ້າວ" ຂອງ​ສິງກະ​ໂປ​ລາຍ​ງານ​ວ່າ, ​ແຕ່​ກ່ອນ, ພັກ​ກອມ​ມູນິດ​ຈີນ​ຖື​ຕະຫຼາດ​ມີ​ບົດ​ບາດ "ລັກສະນະ​ພື້ນຖານ" ​ໃນ​ການຈັດ​ສັນ​ຊັບພະຍາກອນ, ​ເທື່ອ​ນີ້​ໄດ້​ປ່ຽນ​ມາ​ຖື​ຕະຫຼາດ​ມີ​ບົດບາດ "ລັກສະນະ​ຕັດສິນ" ​ໃນ​ການຈັດ​ສັນ​ຊັບພະຍາກອນ, ນີ້​ໄດ້​ສະ​ແດງ​ໃຫ້​ເຫັນ​ວ່າ, ພັກ​ກອມ​ມູນິດ​ຈີນ​ຫວັງ​ຢາກ​ໝູນ​ໃຊ້​ຕະຫຼາດ​ສະໜອງ​​ເວທີ​ແກ່ງ​​ແຍ່ງ​ທີ່​ຍຸດຕິທຳ​ໃຫ້​ແກ່​ວິ​ສາ​ຫະກິດ, ພ້ອມ​ກັນ​ນັ້ນ ກໍ​ປັບປຸງ​ກົນ​ໄກ​ທີ່​ໃຫ້​ຕະຫຼາດ​ຕັດສິນ​ລາຄາ​ໃຫ້​ສົມບູນ​ຂຶ້ນ, ສ້າງ​ຕະຫຼາດ​ທີ່​ດິນ​ເພື່ອ​ກໍ່ສ້າງ​ຕົວ​ເມືອງ​ກັບ​ຊົນນະບົດ​​ໃຫ້ເປັນ​ເອກະ​ພາບ​ກັນ ​ແລະ​ສ້າງ​ລະບົບ​ຕະຫຼາດ​ການ​​ເງິນ​ໃຫ້​ສົມບູນ​ຂຶ້ນ, ນີ້​ໄດ້​ເປັນ​ການ​ຕອບ​ຮັບ​ທີ່​ດີ​ສຳລັບ​ວົງ​ການ​ພາຍ​ນອກທີ່​ມີ​ຄວາມ​ຄອງ​ຄອຍ​ຕໍ່​ການ​ປະຕິ​ຮູບ​ດ້ານ​ການ​ຕະຫຼາດ.

"ໜັງສືພິມ​ບາງກອກ​ໂພສ໌" ຂອງ​ໄທ​ລາຍ​ງານ​ວ່າ, ພັກ​ກອມ​ມູນິດ​ຈີນ​ໃຫ້​ຄຳ​ໝັ້ນ​ສັນຍາ​ວ່າ​ຈະ​ໃຫ້​ຕະຫຼາດ​ມີ​ບົດບາດ​ລັກສະນະ​ຕັດສິນ​ໃນ​ການຈັດ​ສັນ​ຊັບພະຍາກອນ​ພາຍໃນ​ເວລາ 10 ປີ, ນີ້​ກໍ​ໝາຍ​ຄວາມ​ວ່າ, ​ໃນ​ຖານະ​ທີ່​ເປັນ​ອົງ​ກອນ​ເສດຖະກິດ​ໃຫຍ່​ອັນ​ດັບ​ທີ​ສອງ​ຂອງ​ໂລກ, ຈີນ​ຈະ​ຜ່ານ​ຈາກ​ການ​ປະຕິ​ຮູບ​ແບບ​ເຖິງ​ຖອງ​ເພື່ອ​ຊຸກຍູ້​ການ​ເຕີບ​ໂຕ​ຂອງ​ເສດຖະກິດ. ການ​ປ່ຽນ​ແປງ​ຖານະ​ບົດບາດ​ຂອງ​ຕະຫຼາດ​ໃນ​ຄັ້ງ​ນີ້, ​ເປັນ​ຂີດ​ໝາຍ​ສະ​ແດງ​ໃຫ້​ເຫັນ​ວ່າ ຈີນ​ຈະ​ປົດ​ປ່ອຍ​ພະລັງ​ຊີວິດ​ຂອງ​ຕະຫຼາດ​ຕື່ມ​ອີກ, ນີ້​ເປັນ​ການ​ປະ​ຕິ​ຮູບ​ທີ່​ມີ​ລັກສະນະ​ປະຕິວັດ.

ຫາງ​ສຽງ​ຫວຽດນາມ​ກໍ​​ໃຫ້​ຄວາມສົນ​ໃຈ​ຕໍ່​ກອງ​ປະຊຸມ​ຄົບ​ຄະນະ​ຄັ້ງ​ທີ 3 ສະ​ໄໝ​ທີ 18 ​ເປັນ​ຢ່າງ​ຍິ່ງ, ສື່​ມວນ​ຊົນ​ສຳຄັນ​ຕ່າງໆ​ຂອງ​ຫວຽດນາມ​ລ້ວນ​ແຕ່​ມີ​ການ​ລາຍ​ງານ​ຂ່າວ​ຕໍ່​ເລື່ອງ​ນີ້, ​ໂດຍ​ຂຽນ​ວ່າ ກອງ​ປະຊຸມ​ຄົບ​ຄະນະ​ຄັ້ງ​ນີ້​ໄດ້​ເປີດ​ໄລຍະ​ແຫ່ງ​ການ​ພັດທະນາ​ໃໝ່​ຂອງ​ຈີນ, ຈະ​ມີ​ຜົນ​ສະທ້ອນ​ຕໍ່​ເສດຖະກິດ​ແລະ​ການ​ທະນາ​ຄານ​ທົ່ວ​ໂລກ.

ທ່ານ​ເອຊຸນ​ໂອ ນັກ​ຄົ້ນຄວ້າ​ລະດັບສູງ​ສະ​ຖາ​ບັນ​ຄົ້ນຄວ້າ​ບັນຫາ​ສາກົນຣາຈາຣັດນຳ​​ໃຕ້ມະຫາວິທະຍາ​ໄລ​ເຕັກ​ໂນ​ໂລ​ຊີ​ໜານຢາງ​ຂອງ​ສິງກະ​ໂປ​ກ່າວ​ວ່າ, ກອງ​ປະຊຸມ​ຄັ້ງ​ນີ້​ໄດ້​ວາງ​ນະ​ໂຍບາຍ​ທີ່​ສຳຄັນ​ຫຼາຍ​ຢ່າງ, ນີ້​ສະ​ແດງ​ໃຫ້​ເຫັນ​​ເຖິງ​ຄວາມ​ຕັດສິນ​ໃຈ​ຂອງ​ຈີນ​ທີ່​ຢາກ​ສືບ​ຕໍ່​ຊຸກຍູ້​ການ​ປະຕິ​ຮູບ​ແລະ​ຮັກສາ​ໃຫ້​ເສດຖະກິດ​ຈີນ​ພັດທະນາ​ຢ່າງ​ໝັ້ນ​ທ່ຽງ, ນີ້​ກໍ​ຍ່ອມ​ຈະ​ມີ​ຜົນ​ສະທ້ອນ​ທີ່​ເລິກ​ເຊິ່ງຍາວ​ໄກ​​ແລະ​ຕັ້ງໜ້າ​ຕໍ່​ເສດຖະກິດ​ອາຊີ​ຕາ​ເວັນ​ອອກສຽງ​ໃຕ້​ ກໍ​ຄື​ຂອງ​ໂລກ.