ຊ່ຽວຊານ​ເຫັນ​ວ່າ ກອງ​ປະຊຸມ​ຄົບ​ຄະນະ​ຄັ້ງ​ທີ 3 ສະ​ໄໝ​ທີ 18 ​ໄດ້​ມີ​ການຈັດ​ວາງ​ຕາມ​ຫຼັກ​ວິທະຍາສາດ​ຕໍ່​ລະບຽບການ​ຕ້ານ​ການ​ສໍ້​ລາດ​ບັງ​ຫຼວງ​ຂອງ​ຈີນ

(GMT+08:00) 2013-11-15 15:43:50     cri
ຕາມ​ຂ່າວCRI, ວັນ​ທີ 12 ພະຈິກ​ນີ້, ຢູ່​ນະຄອນ​ຫຼວງ​ປັກ​ກິ່ງ, ທ່ານສີ​ຢ້າວ​ຖຸງ ສາ​ສະ​ດາ​ຈານ​ສະ​ຖາ​ບັນ​ບໍລິຫານ​ແຫ່ງ​ຊາດ​ຈີນ​ກ່າວ​ວ່າ, ກອງ​ປະຊຸມ​ຄົບ​ຄະນະ​ຄັ້ງ​ທີ 3 ຂອງ​ສູນ​ກາງ​ພັກ​ກອມ​ມູນິດ​ຈີນສະ​ໄໝ​ທີ 18 ​ໄດ້​ມີ​ການຈັດ​ວາງ​ຕາມ​ຫຼັກ​ວິທະຍາສາດ​ຕໍ່​ລະບຽບການ​ຕ້ານ​ການ​ສໍ້​ລາດ​ບັງ​ຫຼວງ​ຂອງ​ຈີນ, ​ເປັນ​ການຈະ​ຊຸກຍູ້​ການ​ປົກຄອງ​ປະ​ເທດ​ຂອງ​ຈີນ​ໃນ​ອະນາຄົດ​ໃຫ້​ຂະຫຍາຍ​ໄປ​ສູ່​ທິດ​ທີ່​ຖືກ​ຕ້ອງຕາ​ມຫຼັກ​ວິທະຍາ​ດ, ມີ​ປະຊາທິປະ​ໄຕ​ແລະ​ໂປ່​ງ​ໃສ​ກວ່າ​ເກົ່າ.

ກອງ​ປະຊຸມ​ຄົບ​ຄະນະ​ຄັ້ງ​ທີ 3 ຂອງ​ສູນ​ກາງ​ພັກ​ກອມ​ມູນິດ​ຈີນສະ​ໄໝ​ທີ 18 ທີ່​ຈັດ​ຂຶ້ນ​ຢູ່​ນະຄອນຫຼວງ​ປັກ​ກິ່ງ​ໄດ້​ອັດ​ລົງ​ໃນ​ວັນ​ທີ 12 ພະຈິກ​ນີ້, ກອງ​ປະຊຸມ​ໄດ້​ສຳ​ຫຼວດ​ພິຈາລະນາ​ແລະ​ຜ່ານ "ມະຕິ​ກ່ຽວ​ກັບ​ຫຼາຍ​ບັນຫາ​ສຳຄັນ​ແຫ່ງ​ການ​ລົງ​ເລິກ​ການ​ປະຕິ​ຮູບ​ຢ່າງຮອບດ້ານ​ຂອງ​ສູນ​ກາງ​ພັກ​ກອມ​ມູນິດ​ຈີນ". ກອງ​ປະຊຸມ​ຄັ້ງ​ນີ້​ຖືກ​ວົງ​ການ​ຕ່າງໆ​ຖື​ເປັນ​ກອງ​ປະ​ຊຸມ​ສຳຄັນ​ຄັ້ງ​ໜຶ່ງ​ໃນ​ໄລຍະ​ໃໝ່​ແຫ່ງປະຫວັດສາດ​ການ​ປະຕິ​ຮູບ​ແລະ​ໄຂ​ປະຕູ​ສູ່​ພາຍ​ນອກ​ຂອງ​ຈີນ. ​ໃນ​ມື້​ອັດ​ກອງ​ປະຊຸມ, ທ່ານ​ສີ​ຢ້າວ​ຖຸງ​ໄດ້​​ໃຫ້ສຳພາດ​ຕໍ່​ນັກ​ຂ່າວ​ກ່ຽວກັບ​ປະກາດ​ແຈ້ງ​ການ​ຂອງ​ກອງ​ປະຊຸມ, ​ໂດຍ​ຊີ້​ອອກ​ວ່າ, ​ເມື່ອ​ສັງ​ເກດ​ຈາກ​ການ​ປະຕິ​ຮູບ​ດ້ານ​ໂຄງ​ປະກອບ​ການ​ເມືອງ​ແລ້ວ​, ສິ່ງ​ທີ່​ສຳຄັນ​ທີ່​ສຸດ​ຍັງ​ແມ່ນ​ເຮັດ​ໃຫ້ການ​ນຳ​ໃຊ້​ສິດ​ອຳນາດ​ໃຫ້​ເປັນ​ລະບຽບ​ແບບ​ແຜນ, ​ໃຫ້​ນຳ​ໃຊ້ສິດ​ອຳນາດຢູ່​ໃຕ້​​ແສງຕາ​ເວັນ, ​ໂດຍ​ປິ່ນ​ອ້ອມ​ເປົ້າ​ໝາຍ​ດັ່ງກ່າວ​ເພື່ອດຳ​ເນີນ​ການ​ກໍ່ສ້າງ​ດ້ານ​ລະບຽບ​ການ​ໃນ​ຫຼາຍ​ດ້ານ​ທີ່​ສົມ​ຄູ່​ກັນ.

ທ່ານ​ສີ​ຢ້າວ​ຖຸງຍັງ​ກ່າວ​ວ່າ, ການສໍ້​ລາດ​ບັງ​ຫຼວງ​ແມ່ນ​ບັນຫາ​ໜຶ່ງ​ທີ່​ໜັກໜ່ວງ​ທີ່​ສຸດ, ທັງແມ່ນ​ສັດຕູ​ທີ່​ເປັນ​​ໄພ​ຂົ່ມຂູ່​ຕໍ່​ພັກ​ແລະ​ລັດ. ​ເມື່ອ​ສັງ​ເກດ​ຈາກ​ປະກາດ​ແຈ້ງ​ການ​ຂອງ​ກອງ​ປະຊຸມ​ຄົບ​ຄະນະ​ຄັ້ງ​ທີ 3 ​ແລ້ວ, ພັກ​ຈະ​ມີ​ການ​ກະທຳ​ຕໍ່​ສິດ​ອຳນາດ​ໃນ​ຂັ້ນ​ຕໍ່​ໄປ, ​ໃຫ້​ນຳ​ໃຊ້​ສິດ​ອຳນາດ​ຢູ່​ໃຕ້​ແສງຕາ​ເວັນ, ​ໃຫ້​ກັກ​ຂັງ​ສິດ​ອຳນາດ​ຢູ່​ໃນ​ຫີບຂອງ​ລະບຽບ​ການ. ກອງປະຊຸມ​ຄົບ​ຄະນະ​ຄັ້ງ​ທີ 3 ​​ໄດ້​ເນັ້ນ​ໃສ່​ການ​ກໍ່ສ້າງ​ລະບຽບການ​ເປັນ​ພິ​ເສດ, ຢູ່​ໃນ​ດ້ານການ​ຕ້ານ​ການ​ສໍ້​ລາດ​ບັງ​ຫຼວງ​ແລະ​ສ້າງ​ຄວາມ​ປອດ​ໃສ​ຂາວ​ສະອາດ ກໍ​ແມ່ນ​ຢາກ​ໃຊ້​ລະບຽບ​ການ​ເພື່ອ​ປ້ອງ​ກັນ​ການ​ສໍ້​ລາດ​ບັງ​ຫຼວງ. ການ​ຕ້ານ​ການ​ສໍ້​ລາດ​ບັງ​ຫຼວງ​​ໃນ​ອະດີດ​ແມ່ນ​ເຮັດ​ແບບ​​ເປັນຂະ​ບວນການ, ບໍ່​ແມ່ນ​ເຮັດ​ແບບ​ເປັນ​ປ​ະຈຳ, ຈະ​ເຮັດ​ແບບ​ຕໍ່​ເນື່ອງ​ຍາກ, ​ແຕ່​ຖ້າ​ມີ​ການຕ້ານ​ການ​ສໍ້​ລາດ​ບັງ​ຫຼວງ​ດ້ວຍ​ລະບຽບການ, ຈະ​ເຮັດ​ໃຫ້​ວຽກ​ງານ​ຕ້ານ​ການ​ສໍ້​ລາດ​ບັງ​ຫຼວງ​ເຮັດ​ເປັນ​ແບບ​ປະຈຳ, ​ແລະ​ເປັນ​ໄປ​ຕາມ​​ລະບຽບ​ການ, ຈະ​ຖືກຕ້ອງ​ຕາມ​ຫຼັກ​ວິທະຍາ​ດສາດ​ທີ່​ສຸດ.