ຊ່ຽວຊານ​ເຫັນ​ວ່າ ​ເນັ້ນ​ໃສ່​ລັກສະນະ​ຕັດສິນ​ຂອງ​ຕະຫຼາດ​ບໍ່​ໝາຍ​ຄວາມ​ວ່າ​ຮັບຮອງ​ໃຫ້​ຕະຫຼາດ​ເຮັດ​ໄດ້​ທຸກ​ສິ່ງ​ທຸກ​ຢ່າງ

(GMT+08:00) 2013-11-15 15:44:36     cri
ວັນ​ທີ 12 ພະຈິກ​ນີ້, ຢູ່​ນະຄອນຫຼວງ​ປັກ​ກິ່ງ, ສາ​ສະ​ດາ​ຈານ​ຫູ​ອ່ານ​ກ່າງ ຫົວໜ້າ​ສະ​ຖາ​ບັນ​ຄົ້ນຄວ້າ​ສະພາບ​ແຫ່ງ​ຊາດ​ມະຫາວິທະຍາ​ໄລ​ຊິງ​ຮວາ​ຂອງ​ຈີນ​ໃຫ້​ສຳພາດ​ຕໍ່​ນັກ​ຂ່າວ ​ໂດ​ຍກ່າວ​ວ່າ, ເນັ້ນ​ໃສ່​ລັກສະນະ​ຕັດສິນ​ຂອງ​ຕະຫຼາດ​ບໍ່​ໝາຍ​ຄວາມ​ວ່າ​ຮັບຮອງ​​ໃຫ້ຕະຫຼາດ​ເຮັດ​ໄດ້​ທຸກ​ສິ່ງ​ທຸກ​ຢ່າງ.

ກອງ​ປະຊຸມ​ຄົບ​ຄະນະ​ຄັ້ງ​ທີ 3 ຂອງ​ສູນ​ກາງ​ພັກ​ກອມ​ມູນິດ​ຈີນ​ສະ​ໄໝ​ທີ 18 ທີ່​ຈັດ​ຂຶ້ນ​ຢູ່​ນະຄອນຫຼວງ​ປັກ​ກິ່ງ​ໄດ້​ອັດ​ລົງ​ໃນ​ຕອນ​ບ່າຍ​ວັນ​ທີ 12 ພະຈິກ​ນີ້. ກອງ​ປະຊຸມ​ໄດ້​ອອກ​ບົດ​ຖະ​ແຫຼ​ງການ​ໂດຍ​ຊີ້​ອອກ​ວ່າ, ການ​ປະຕິ​ຮູບ​ໂຄງ​ປະກອບ​ເສດຖະກິດ​ແມ່ນ​ວຽກ​ງານ​ຈຸດ​ໜັກ​ໃນ​ການ​ລົງ​ເລິກ​ການ​ປະຕິ​ຮູບ​ຢ່າງຮອບດ້ານ, ບັນຫາ​​​ໃຈກາງ​ແມ່ນ​ຊຳລະ​ແກ້​ໄຂ​ການ​ພົວພັນ​ລະຫວ່າງ​ລັດຖະບານ​ກັບ​ຕະຫຼາດ​ເປັນ​ຢ່າງ​ດີ, ​ເຮັດ​ໃຫ້​ຕະຫຼາດ​ເສີມ​ຂະ​ຫຍາ​ຍບົດບາດທີ່​ມີ "ລັກສະນະ​ຕັດສິນ" ​ໃນ​ການຈັດ​ສັນ​ຊັບພະຍາກອນ ​ແລະ​ເສີມ​ຂະຫຍາຍ​ບົດບາດ​ຂອງ​ລັດຖະບານ​ໃຫ້​ດີກ​ວ່າ​ເກົ່າ. ນີ້​ແມ່ນ​ເອກະສານ​ທາງ​ການ​ຂອງ​ຈີນ​ທີ່​ໄດ້ສະ​ເໜີ​ບົດບາດທີ່​ມີ "ລັກສະນະ​ຕັດສິນ" ຂອງ​ຕະຫຼາດ​ເປັນ​ຄັ້ງ​ທຳ​ອິດ.

ທ່ານ​ຫູ​ອ່ານ​ກ່າງ​ຊີ້​ອອກ​ວ່າ, ​ເສດຖະກິດ​ຕະຫຼາດ​ຈີນ​ໄດ້​ພັດທະນາ​ມາ​ເປັນ​ເວລາ 20 ປີ, ຖືກ​ເອີ້ນ​ວ່າ​ເປັນ "ສະ​ໄໝ​ປະດິດສ້າງ​ດ້ານ​ລະບຽບ​ການ" ​ເປັນ​ໄລ​ຍະ​ທີ່​ຈີນ​ສ້າງ​ໂຄງ​ປະກອບ​ເສດຖະກິດ​ຕະຫຼາດ​ສັງຄົມ​ນິຍົມ. ມາ​ຮອດ​ປັດຈຸບັນ, ສິນຄ້າ​ແລະ​ການ​ບໍລິການ 95% ຂອງ​ຈີນ​ແມ່ນ​ຕັດສິນ​ຢູ່​ນຳການ​ພົວພັນ​ລະຫວ່າງ​ການ​ສະໜອງກັບ​ຄວາມ​ຕ້ອງການ​ໃນ​ຕະຫຼາດ​ ຄື ວັນ​ທີ 11 ​ເດືອນ 11 (ພະຈິກ) ​ເປັນ "ບຸນວັນ​ໂສດ" ຂອງ​ຈີນ, ​ເລີຍ​ໄດ້​ກາຍ​ເປັນ​ບຸນ​ຊື້​ເຄື່ອງ​ທາງ​ອິນ​ເຕີ​ເນັດ​ທີ່​ໃຫຍ່​ທີ່​ສຸດ​ຂອງ​ໂລກ, ກໍ​ແມ່ນ​ຕົວຢ່າງ​ທີ່​ດີ​ຢ່າງ​ໜຶ່ງ. ລັດຖະບານ​ບໍ່​ໄດ້​ແຊກ​ແຊງ​ລາຄາ​ຂອງ​ສິນຄ້າ​ແຕ່​ຢ່າງ​ໃດ, ລາຄາ​​ແລະ​ການ​ຄ້າຂາຍ​ສິນຄ້າ​ລ້ວນ​ແຕ່​ໃຫ້​ເຈົ້າ​ຂອງ​ຮ້ານ​ແລະ​ລູກ​ຄ້າ​ຕົກລົງ​ກັນເອງ. ອາດ​ເວົ້າ​ໄດ້​ວ່າ, ບົດບາດ​ທີ່​ເປັນ​ລັກສະນະ​ຕັດສິນ​ຂອງ​ຕະຫຼາດ​ແບບ​ນີ້ ຈະ​ຊຸກຍູ້​ໃຫ້​ຈີນ​ສ້າງ​ຕະຫຼາດ​ລັກສະນະ​ທົ່ວ​ປະ​ເທດ​ທີ່​​ໃຫຍ່​ໂຕກ​ວ່າ​ເກົ່າ​ແລະ​ເປັນ​ເອກະ​ພາບ​ກັນ.

ພ້ອມ​ກັນ​ນັ້ນ, ທ່າ​ນຫູ​ອ່ານ​ກ່າງ​ກ່າວ​ວ່າ, ​ໃນ​ "ການ​ຕົກລົງ" ຂອງ​ກອງ​ປະຊຸມ​ຄັ້ງ​ນີ້, ບໍ່​ພຽງ​ແຕ່​ໄດ້​ເວົ້າ​ເຖິງຕະຫຼາດ ທີ່​ເປັນ "ມື​ທີ່​​ເບິ່ງ​ບໍ່​ເຫັນ"​ເທົ່າ​ນັ້ນ, ​ແຕ່​​ໄດ້​ເວົ້າ​ເຖິງ​ການ​ດັດສົມ​ຄວບ​ຄຸມມະຫາ​ພາກ​ທີ່​ຖືກຕ້ອງ​ກັບ​ຫຼັກ​ວິທະຍາສາດ​ແລະ​ການ​ບໍລິຫານ​ຂອງ​ລັດຖະບານ​ທີ່​ມີ​ປະສິດທິຜົນ ​ເຊິ່ງ​ເປັນ "ມື​ທີ່​​ເຫັນ​​ໄດ້". ນີ້​ກໍ​ແມ່ນ​ຄວາມ​ຕ້ອງການ​ໃນ​ຕົວ​ແຫ່ງ​ການ​ເສີມ​ຂະ​ຫຍາ​ຍທ່າ​ແຮງ​ຂອງ​ໂຄງ​ປະກອບ​ເສດຖະກິດ​ຕະຫຼາດ​ສັງຄົມ​ນິຍົມ, ຕ້ອງ​ເຮັດ​ໃຫ້ "ມື​ທີ່​ເຫັນ​ໄດ້" ຮັບ​ໃຊ້​ທົ່ວ​ປວງ​ຊົນ.