"ລະບຽບການເປັນບັນດິດ​ຕະຫຼອດຊີວິດ" ຂອງບັນດິດ​ຈີນຈະ​ຖືກ​ຍົກ​ເລີກ

(GMT+08:00) 2013-11-16 16:27:47     cri
ຕາມ​ຂ່າວສານ​ຊິ່ນຮວາ: "ຂໍ້​ຕົກລົງ​ຂອງ​ສູນ​ກາງ​ພັກ​ກອມ​ມູນິດ​ຈີນ ກ່ຽວ​ກັບ​​ບັນຫາ​ສຳຄັນ​ຈຳນວນ​ໜຶ່ງໃນການ​ລົງ​ເລິກ​ການປະຕິຮູບ​ຢ່າງຮອບດ້ານ" ທີ່​ປະກາດ​ໃນ​ວັນ​ທີ 15 ພະຈິກ​ນີ້ ​​ແຈ້ງວ່າ, ຈະ​ປະຕິຮູບ​ລະບຽບການ​ຄັດ​ເລືອກ​ແລະ​ຄຸ້ມ​ຄອງ​ບັນດິດ, ບູລະນະ​​ໂຄງ​ປະກອບ​ວິຊາ​ການ​ຕ່າງໆ​, ຍົກ​ສູງ​ອັດຕາ​ສ່ວນຜູ້​ມີ​ຄວາມຮູ້​ຄວາມ​ສາມາດ​ອາຍຸ​ໄວກາງ​ແລະ​ໄວ​ໜຸ່ມ, ປະຕິບັດລະບຽບ​ການອອກ​ກິນ​ເບ້ຍ​ບຳນານ​ແລະການຖອນຕົວອອກ. ການ​ປະຕິຮູບ​ລະບຽບການບັນດິດ​ທີ່​ໄດ້ຮັບ​ຄວາມ​ເອົາ​ໃຈ​ໃສ່​ຢ່າງ​ກວ້າງຂວາງ ຈະ​ເລີ່​ມດຳ​ເນີນ, "ລະບຽບ​ການ​ເປັນບັນດິດຕະຫຼອດຊີວິດ" ຂອງ​ບັນດິດ​ຈະ​ຖືກຍົກ​ເລີກ.

ບຸກຄົນ​ວົງ​ການ​ວິທະຍາ​ສາດ​ຈີນ​ໄດ້​ສະ​ແດງ​ຄວາມ​ເຫັນ​ດີການປະຕິຮູບ​ດັ່ງກ່າວ. ທ່ານ​ຊົງ​ປິງຊີ, ຮອງ​ຫົວໜ້າສະ​ຖາ​ບັນ​ຄົ້ນຄວ້າ​ການ​ສຶກສາ​ສັດຕະວັດທີ 21 ກ່າວ​ວ່າ, ຄວນ​ຍົກ​ເລີກສິດ​​ແລະ​ຜົນ​ປະ​ໂຫຍດຈຳນວນໜຶ່ງ​ທີ່​ມີຂຶ້ນ​ນໍາ​ຖານະ​​ບັນດິດ, ​ເຮັດ​ໃຫ້​ຖານະ​ບັນດິດ​ກັບ​ຄືນ​ສູ່ "ກຽດ​ຕິ​ຍົດ​ທາງ​ດ້ານ​ວິຊາ​ການ". ທ່ານ​ໂອ່​ຢາງ​ຈົ່ງ​ຊ້ານ, ບັນດິດ​ສະ​ພາບ​ບັນດິດ​ວິທະຍາສາດ​ຈີນ​ກ່າວ​ວ່າ: ມີ​ແຕ່​ປະຕິບັດ​ກົນ​ໄກອອກ​ກິນ​ເບ້ຍ​ບຳນານ​ແລະ​ຖອນ​ຕົວອອກ​​ຢ່າງ​ແທ້​ຈິງ, ຈຶ່ງ​ສາມາດ​ຊຸກ​ຍູ້ໃຫ້​ຜູ້ໜຸ່ມຫຼາຍກວ່າ​ເກົ່າ​​​​ເຕີບ​ໂຕ​ຂຶ້ນ, ​ເຮັດ​ໃຫ້​ບັນດິດ​ບໍ່ພຽງ​ແຕ່​ແມ່ນ​ກຽດ​ຕິ​ຍົດຕະຫຼອດຊີວິດ, ກໍ່​ສາມາດ​ລະດົມ​ໃຫ້​ບັນດິດ​ທັງຫຼາຍປະກອບສ່ວນ​​ເພື່ອ​ວິທະຍາສາດ​ຢ່າງ​ເອົາ​ຈິງ​ເອົາ​ຈັງ.