ສື່​ຕ່າງປະ​ເທດ​ກ່າ​ວວ່າ:ຂໍ້ຕົກລົງ​ກ່ຽວ​ກັບການ​ລົງ​ເລິກປະຕິ​ຮູບຂອງ​ຈີນ​ບໍ່​ເຄີຍ​ມີ​ມາ​ກ່ອນ

(GMT+08:00) 2013-11-16 16:00:58     cri
ກອງ​ປະຊຸມ​ຄົບ​ຄະນະ​ຄັ້ງ​ທີ 3 ຂອງສູນ​ກາງ​ພັກ​ກອມ​ມູນິດ​ຈີນສະ​ໄໝ​ທີ 18 ​ໄດ້​ອັດ​ລົງ​ໃນວັນ​ທີ 12 ພະຈິກ​ນີ້,"ຂໍ້ຕົກລົງຂອງ​ສູນ​ກາງ​ພັກ​ກອມ​ມູນິດ​ຈີນກ່ຽວ​ກັບ​ບັນຫາ​ສຳຄັນ​ຈຳ​ນວນ​ໜຶ່ງ​ໃນ​ການ​ລົງ​ເລິກ​ການ​ປະຕິຮູບ​ຢ່າງຮອບດ້ານ​"ທີ່​ໄດ້​ຮັບ​ການພິຈາລະນາ​ຮັບຮອງ​ໃນກອງ​ປະຊຸມ​ເທື່ອ​ນີ້ກໍ່​​ໄດ້​ເປີດ​ເຜີຍ​ໃນ​ວັນ​ທີ 15 ພະຈິກ​ນີ້.ກ່ຽວ​ກັບ​ເລື່ອງ​ນີ້,ສື່​ມວນ​ຊົນ​ຂອງ​ປະ​ເທດ​ຕ່າງໆ​ກໍ່​ໄດ້​ລາຍ​ງານ​ແລະ​ວິ​​ເຄາະ​ພ້ອມ​ທັງ​ໄດ້​ຕີ​ລາຄາ​ສູງ​ຕໍ່​ຂໍ້ຕົກລົງ​ດັ່ງກ່າວ​ໂດຍ​ກ່າວ​ວ່າ:ຂໍ້​ຕົກລົງ​ນີ້​ແມ່ນ​ຂໍ້ຕົກລົງ​ທີ່​ບໍ່​ເຄີຍ​ມີ​ມາ​ກ່ອນ ສອດຄ່ອງ​ກັບ​ເສັ້ນທາງ​ສັງຄົມ​ນິຍົມ ຄວນ​ໄດ້​ຮັບ​ການ​ຊົມ​ເຊີຍຢ່າງ​ສຸດ​ອົກ​ສຸດ​ໃຈ.

ໜັງສືພິມ"ລາ ຈໍ​ນາ​ດາ"ຂອງ​ເມັກ​ຊິກ​ສະບັບ​ວັນ​ທີ​ 15 ພະຈິກ​ນີ້​ລາຍ​ງານ​ວ່າ:ຈີນ​ໄດ້​ປະກາດ​ແຜນການ​ປະຕິ​ຮູບ​ເສດຖະກິດ​​ແລະ​ສັງຄົມ​ໃນ​ວັນ​ສຸກ​​ແລ້ວ​ນີ້. ບົດ​​ແຈ້ງ​ຂ່າວ​ດັ່ງກ່າວ​ນຳ​ເອົາ​ຄຳ​ເວົ້າ​ຂອງ​ຜູ້​ຊ່ຽວຊານ​ມາລາ​ຍງານ​ວ່າ:ຂະໜາດ​ຂອງ​ການ​ປະຕິ​ຮູບ​ເທື່ອ​ນີ້​ບໍ່​ເຄີຍ​ມີ​ມາ​ກ່ອນ.ການ​ປະຕິ​ຮູບ​ຂອງ​ຈີນ​ໃນ​ຊຸມ​ປີ 1990 ນັ້ນ​ໄດ້​ຈຳກັດ​ຢູ່​ໃນ​ບາງ​ຂົງ​ເຂດ,ສ່ວນ​​ແຜນການ​ປະຕິ​ຮູບທີ່​ໄດ້​ປະກາດ​ໃນ​ເທື່ອ​ນີ້​​ແມ່ນ​ໃຊ້ໃນ​ຂອບ​ເຂດທົ່ວ​ໄປ.

ໜັງສືພິມ"​ເອວ ​ເອ​​ໂກ​ໂນ​ມິ​ສຕາ"ຂອງ​ເມັກ​ຊິກ​ສະບັບ​ວັນ​ທີ​ 15 ພະຈິກ​ນີ້​ກໍ່​​ໄດ້​ລາຍ​ງານ​ວ່າ:​ເອກະສານ​ການ​ປະຕິ​ຮູບ​ຂອງ​ຈີນ​ໄດ້​ໃຫ້​ຄຳ​ໝັ້ນ​ສັນຍາ​ວ່າ​ຈະ​ປ່ຽນແປງໂຄງ​ປະກອບ​ເສດຖະກິດ​ແລະ​ສັງຄົມ​ຂອງ​ຈີນ​ຢ່າງ​ເຖິງ​ຖອງ.​ເສດຖະກິດ​ຈີນ​ໄດ້​ພັດທະນາ​ຊ້າ​ລົງ​ພາຍຫຼັງ​ໄດ້​ມີ​ການ​ເຕີບ​ໂຕ​ຢ່າງ​ແຂງ​ແຮງມາ​ເປັນ​ເວລາ 30 ປີ,ນີ້​ແມ່ນ​ມາດ​ຕະການ​ໃໝ່​ຂອງ​ຈີນ​ໃນ​ການ​ຊຸກຍູ້​ການ​ພັດທະນາທາງ​ດ້ານ​ເສດຖະກິດ.

ຂ່າວສານ​​ເປ​ຣນຊາ ລາ​ຕິ​ນາ​ຂອງ​ກູ​ບາ​ລາຍ​ງານ​ວ່າ:ຜູ້ນຳ​ຈີນ​ໄດ້​ປະກາດ​ມາດ​ຕະການ​ຂອງ​ການ​ປະຕິ​ຮູບ​ຕື່ມ​ອີກ,ນີ້​ໄດ້​ຢັ້ງຢືນ​ໃຫ້​ເຫັນ​ວ່າ,ນີ້​ແມ່ນ​ຮູບ​ການ​ຂອງ​ຈີນ​ທີ່​ພັດທະນາ​ແລະ​ກ້າວ​ໜ້າ​ຕາມ​​ເສັ້ນທາງ​ສັງຄົມ​ນິຍົມ.​ໃນ​ເວລາ​ຕໍ່​ໄປ,ລັດຖະບານ​ຈີນ​ຈະຕ້ອງ​ເຮັດ​ວຽກ​ງານ​ຢ່າງ​ຫຼວງ​ຫຼາຍ,​ແຕ່​ພາຍ​ນອກ​ເຊື່ອ​ວ່າ:ຈີນ​ຈະຂຽນໜ້າ​ໃໝ່​ບົນເສັ້ນທາງ​ສ້າງສາ​ສັງຄົມ​ທີ່​ອີ່ມ​ໜຳ​ສຳລານ.

ໜັງ​ສີ​ພິມ"​ເລີ ມົນ​ເດ""​ເລີ ຟິກາ​ໂຣ"​ແລະ"​ເລີ ​ໂນ​ເວ​ວ ​ອົບ​ເຊີ​ວາ​ເຕີ"ຂອງຝຣັ່ງກໍ່​ໄດ້​ລາຍ​ງານຢ່າງ​ລະອຽດກ່ຽວ​ກັບມາດ​ຕະການ​ປະຕິ​ຮູບ​ອັນ​ສຳຄັນຂອງ​ສູນ​ກາງ​ພັກ​ກອມ​ມູນິດ​ຈີນຄື​ນະ​ໂຍບາຍ​ໃຫ້​ເອົາລູກ​ຜູ້​ທີ​ສອງ​ໄດ້​ຖ້າ​ພໍ່​ແມ່​ຝ່າຍ​ໜຶ່ງເປັນ​ລູກ​ຜູ້​ດຽວ​ແລະການ​ຍົກ​ເລີກ​ລະບຽບ​ການ​ສຶກສາ​ດ້ວຍ​ການ​ອອກ​ແຮງ​ງານ​​ເປັນ​ຕົ້ນ.