ຄະນະ​ກຳມະການ​ສາທາລະ​ນະ​ສຸກ​ແລະວາງ​ແຜນ​ຄອບຄົວຈີນກ່າວ​ວ່າ:ການ​ປະຕິບັດນະ​ໂຍບາຍ​ອະນຸຍາດໃຫ້​ເອົາ​ລູກ​ຜູ້​ທີ​ສອງ​ຖ້າ​ພໍ່​ແມ່​ຝ່າຍ​ໜຶ່ງ​ເປັນ​ລູກ​ຜູ້​ດຽວຂອງ​ຈີນນັ້ນ​ບໍ່​ມີ​ຕາຕະລາງ​ເວລາ​ທີ່​ເປັນ​ເອກະ​ພາບ​ກັນ

(GMT+08:00) 2013-11-17 14:18:47     cri
ຕາມ​ຂ່າວສານ​ຊີ​ນຮວາ:ຫວ່າງ​ກ່ອນ​ນີ້​ບໍ່​ດົນ,ທ່ານ​ຫວາງ​ເຜີຍ​ອ່ານ,ຮອງ​ປະທານ​ຄະນະ​ກຳມະການ​ສາທາລະນະ​ສຸກ​ແລະ​ວາງ​ແຜນ​ຄອບຄົວ​ແຫ່ງ​ຊາດ​ຈີນ​ເປີດ​ເຜີຍ​ວ່າ:ການ​ເລີ່​ມປະຕິບັດ​ນະ​ໂຍບາຍອະນຸຍາດ​ໃຫ້​ເອົາ​ລູກ​ຜູ້​ທີ​ສອງ​ຖ້າ​ພໍ່​ແມ່​ຝ່າຍ​ໜຶ່ງ​ເປັນ​ລູກ​ຜູ້​ດຽວນັ້ນ,ບໍ່​ມີ​ຕາຕະລາງ​ເວລາ​ທີ່​ເປັນ​ເອກະ​ພາບ​ກັນ​ໃນ​ຂອບ​​ເຂດ​ທົ່ວ​ປະ​ເທດ,ຈະ​ໃຫ້​ບັນດາ​ແຂວງ ​ເຂດ​ປົກຄອງ​ຕົນ​ເອງ​ແລະ​ກຳ​ແພງ​ນະຄອນ​ກຳນົດ​ເວລາ​ລະອຽດ​ຕາມ​ສະພາບ​ຕົວ​ຈິງ​ຂອງ​ທ້ອງ​ຖິ່ນ.

ທ່ານ​ຫວາງ​ເຜີຍ​ອ່ານ​ຍັງ​ກ່າວ​ວ່າ:ສັງ​ເກດ​ຈາກ​ຂອບ​ເຂດ​ທົ່ວ​ປະ​ເທດ​ແລ້ວ,ຄອບຄົວ​ທີ່​ສອດຄ່ອງ​ກັບ​ເງື່ອນ​ໄຂ​​ໃຫ້​ເອົາ​ລູກ​ຜູ້​ທີສອງນັ້ນ​ມີ​ບໍ່​ຫຼາຍ​ປານ​ໃດ,ນອກ​ນີ້,​ແຫ່ງ​ຕ່າງໆປະຕິບັດ​ນະ​ໂຍບາຍ​ດັ່ງກ່າວກໍ່ມີ​ເວລາ​ເລີ່​ມຕົ້ນ​ທີ່​ຕ່າງ​ກັນ,ສະ​ນັ້ນ,ບໍ່ຫ່ອນ​ຈະ​ເກີດບັນຫາ​ທີ່​​​​ມີເດັກ​ນ້ອຍເກີດ​ໃໝ່​ເພີ່ມ​ຂຶ້ນ​ຢ່າງ​ຫຼວງ​ຫຼາຍ​ໃນ​ໄລຍະ​ສັ້ນ.