​ຣັດ​ເຊຍ​ມອບ​ກຳ​ປັ່ນ​ບັນທຸກ​ເຮືອບິນ "ວິກຣາມາ​ດີ​ຢາ" ​ໃຫ້​ອິນ​ເດຍຢ່າງ​ເປັນ​ທາງ​ການ

(GMT+08:00) 2013-11-17 14:02:35     cri
​ເມື່ອໄດ້​ຮັບ​ການດັດ​ແປງ​ແລະ​ເດີນ​ເຮືອທົດລອງ​ເປັນ​ເວລາ 9 ປີ​ແລ້ວ, ກຳ​ປັ່ນ​ບັນທຸກ​ເຮືອບິນ "ວິກຣາມາ​ດີ​ຢາ" ​ທີ່ອິນ​ເດຍ​ຈັດ​ຊື້​ຈາກຣັດ​ເຊຍ​ນັ້ນ ​ໄດ້​ມອບ​ໃຫ້ກອງທັບ​ເຮືອ​ອິນ​ເດຍຢ່າງ​ເປັນ​ທາງ​ການວັນ​ທີ 16 ພະຈິກ​ນີ້.

ພິທີ​ມອບ​ຮັບກຳ​ປັ່ນ​ບັນທຸກ​ເຮືອບິນ "ວິກຣາມາ​ດີ​ຢາ" ​ໄດ້ຈັດ​ຂຶ້ນ​ຢູ່​​ເສ​ເວ​ຣົດວິນ​ສຄ​ເໜືອ ​ເຊິ່ງ​ເປັນເມືອງ​ທ່າ​ກຳ​ປັ່ນຕາ​ເວັນ​ອອກ​ໄກ​ຂອງຣັດ​ເຊຍ. ​ເຈົ້າ​ໜ້າ​ທີ່​ຂັ້ນ​ສູງ​ຂອງ​ສອງ​ປະ​ເທດ ​ເຊັ່ນ: ທ່ານ​ອາ ​ເຄ ອັນ​ໂທ​ນີ ລັດຖະມົນຕີ​ວ່າການ​ກະຊວງ​ປ້ອງ​ກັນ​ປະ​ເທດ​ອິນ​ເດຍ, ທ່ານດີ​ມິຕຼີ ​ໂຣ​ໂກ​ຊິນ, ຮອງ​ນາຍົກລັດຖະມົນຕີຣັດ​ເຊຍ​ໄດ້​​ເຂົ້າ​ຮ່ວມ​ພິທີ​ດັ່ງກ່າວ.

​ໃນ​ຊຸມປີ​ມໍ່ໆ​ມາ​ນີ້, ອິນ​ເດຍຢາກ​ຂະຫຍາຍ​ກຳລັງ​​ທາງທະ​ເລ​ຕື່ມ​ອີກ, ເລັ່ງລັດການ​ຊື້​ແລະຜະລິດ​ກຳ​ປັ່ນຣົບ. ປະຈຸ​ບັນ, ອິນ​ເດຍມີ​ກຳ​ປັ່ນ​ບັນທຸກ​ເຮືອບິນລຳ​ໜຶ່ງ​ຢູ່​​ແລ້ວ, ກຳ​ປັ່ນ​ບັນທຸກ​ເຮືອບິນທີ່​ຜະລິດ​ໂດຍ​ອິນ​ເດຍ​ເອງ​ກໍ່​ໄດ້ປ່ອຍລົງນ້ຳແລ້ວໃນ​ເດືອນ​ສິງ​ຫາ​ປີ​ນີ້. ປະຈຸ​ບັນ, ການ​ມອບ​ຮັບກຳ​ປັ່ນ​ບັນທຸກ​ເຮືອບິນ "ວິກຣາມາ​ດີ​ຢາ" ​ຢ່າງ​ເປັນ​ທາງ​ການນັ້ນ ​ເຮັດ​ໃຫ້​ກອງທັບເຮືອ​ອິນ​ເດຍ​ໄດ້​ຢ່ວງ​ບາດກ້າວ​ອີກ​ກ້າວ​ໜຶ່ງ ​ເພື່ອ​ບັນລຸ​ແຜນການ​ທີ່​ມີ​ກຳ​ປັ່ນ​ບັນທຸກ​ເຮືອບິນ 3 ລຳ.