ເກີດ​ອຸບັດ​ເຫດ​​ເຮືອບິນ​ຕົກຢູ່ຣັດ​ເຊຍ

(GMT+08:00) 2013-11-18 16:46:02     cri
ເຮືອບິນ​ໂດຍ​ສານ ​ໂບອີງ 737-500ລຳ​ໜຶ່ງ​ຂອງ​ບໍລິສັດ​ການບິນ​ຕາ​ຕາຣ໌ສະຖານ​ຂອງຣັດ​ເຊຍ​ໄດ້​ເກີດ​ອຸບັດ​ເຫດ​ຕົກ​ໃນ​ຂະນະ​ກຳລັງ​ຈະລົງ​ຈອດ​ຢູ່​ສະໜາມ​ບິນ​ຄາ​ຈານ ນະຄອນ​ທາງ​ພາກ​ກາງ​ແລະ​ພາກ​ຕາ​ເວັນ​ຕົກ​ຂອງຣັດ​ເຊຍ​ໃນ​ຕອນ​ຄ່ຳ​ວັນ​ທີ 17 ພະຈິກ​ນີ້ ຕາມ​ເວລາ​ທ້ອງ​ຖິ່ນ, ຜູ້​ໂດຍສານ 44 ຄົນ​ແລະ​ ​ຈຸ​ບິນ 6 ຄົນ​ຢູ່​​ໃນເຮືອບິນ​ໄດ້​ເສຍ​ຊີວິດ​ໝົດ.

ຕອນ​ຮຸ່ງ​ເຊົ້າ​ວັນ​ທີ 18 ພະຈິກ​ນີ້, ຄະນະ​ກຳມະການ​ສືບສວນ​ສະຫະພັນ​ຣັດ​ເຊຍຢືນຢັນ​ວ່າ, ວຽກ​ງານ​ກູ້​ໄພ​ອຸບັດ​ເຫດ​ເຮືອ​ບິນ​ຕົກ​ທີ່​ເກີດ​ຂຶ້ນ​ຢູ່​ນະຄອນ​ຄາ​ຈານ​ໃນ​ວັນ​ທີ 18 ພະຈິກ​ນີ້​ໄດ້​ສິ້ນ​ສຸດ​ລົງ​ແລ້ວ, ໜ່ວຍ​ຊ່ຽວຊານ​ທີ່​ມີ​ປະສົບ​ການສູງ​ກຳລັງ​​ເດີນທາງ​ໄປ​ສະຖານ​ທີ່​ເກີດ​ເຫດ​​ເປັນ​ການ​ດ່ວນ​ເພື່ອ​​ເຂົ້າ​ຮ່ວມ​ການ​ສືບສວນ​ຫາ​ສາ​ເຫດ​ທີ່​​ເຮັດ​ໃຫ້​ເກີດ​ອຸບັດ​ເຫດ​,​ພ້ອມ​ທັງ​ຊອກ​ຫາ​ກັບ​ດຳ​ຂອງ​ເຮືອບິນ​ທີ່​ປະສົບ​ອຸບັ​ດ​ເຫດ​ຢ່າງ​ຕັ້ງໜ້າ.

ເຈົ້າ​ໜ້າ​ທີ່​ຄະນະ​ກຳມະການ​ສືບສວນ​ສະຫະພັນຣັດ​ເຊຍ​ກ່າວ​ວ່າ, ການ​ຂັບ​​ເຮືອບິນ​ຢ່າງ​ຜິດພາດ, ການ​ຕິດ​ຂັດ​ຂອງ​ອຸປະກອນ, ອາກາດ​ບໍ່​ດີ​ແລະ​ປັດ​ໄຈ​ອື່ນໆ​ລ້ວນ​ແຕ່​ອາດ​ຈະ​ເປັນສາ​ເຫດ​ທີ່​ເຮັດ​ໃຫ້​ເກີດ​ອຸບັ​ດ​ເຫດ​ໃນ​ຄັ້ງ​ນີ້. ​ເຈົ້າ​ໜ້າ​ທີ່​ສືບສວນ​ຈຳນວນ​ໜຶ່ງ​ເຫັນ​ວ່າ, ຄຸນ​ນະ​ພາບ​ນ້ຳ​ມັນ​ຂອງ​ເຮືອ​ບິນ​ບໍ່​ດີ​ກໍ່​ອາດ​ຈະ​ເປັນສາ​ເຫດ​ໜຶ່ງ​ທີ່​ເຮັດ​ໃຫ້​ເຮືອບິນ​ປະສົບ​ອຸບັດ​ເຫດ​ຕົກ. ຜູ້​ເຫັນ​ເຫດການ​ຈຳນວນ​ໜຶ່ງ​​ເຫັນ​ວ່າ, ​ໃນ​​ເວລາ​ທົດ​ລອງ​ລົງ​ຈອດ, ​ເຮືອ​ບິນ​​ໄດ້​ບິນ​ຢູ່​ໃນ​ລະດັບ​ສູງ​ແລະ​ຄວາມ​ໄວ​ບໍ່​ພຽງພໍ,ຈິ່ງ​ເຮັດ​ໃຫ້​ເຮືອບິນ​ກະ​ແທກ​ໃສ່​ພື້ນ​ດິນ​ໃນ​ເວລາ​ລົງ​ຈອດ.