19ປະ​ເທດ​ອາຊີ​ເພີ່ມ​ທະວີ​ການ​ຮ່ວມມື​ໃນ​ການ​ຕໍ່ຕ້ານ​ໂຈນ​ສະຫຼັດ

(GMT+08:00) 2013-11-18 16:50:01     cri
ເມື່ອ​ມໍ່ໆ​ມາ​ນີ້, ກອງ​ປະຊຸມ​ເຈົ້າ​ໜ້າ​ທີ່​ອາວຸ​ໂສ​ຕໍ່ຕ້ານ​ໂຈນ​ສະຫຼັດ​ຂອງສັນຍາ​ວ່າ​ດ້ວຍ​ການ​ຮ່ວມ​ມື​ໃ​ນການ​ຕໍ່ຕ້ານ​ໂຈນ​ສະຫຼັດ​ແລະ​ການ​ປຸ້ນສະດົມ​ເຮືອ​ດ້ວຍ​ກຳລັງ​ອາວຸດ​​ໃນ​ພາກ​ພື້ນ​ອາຊີ​ຫຼື ReCAAP​ໄດ້​ໄຂ​ຂຶ້ນ​ຢູ່​ນະຄອນ​ກຸ້ຍ​ລິນ​ເຂດ​ປົກຄອງ​ຕົນ​ເອງ​ເຜົ່າ​ຈວ້າງກວາງຊີ​ຂອງ​ຈີນ. ທີ່ປະຊຸມ, ກອງ​ເຂ​ລາ​ສູນ​ຮ່ວມການ​ຊົມ​ໃຊ້​ຂໍ້​ມູນ​ຂ່າວສານຂອງReCAAP ​ໄດ້​ແຈ້ງ​ໃຫ້​ຊາ​ບກ່ຽວ​ກັບ​ສະພາບ​ຄວາມ​ຄືບໜ້າ​ກ່ຽວ​ກັບ​ການ​​ໂຈມ​ຕີ​ຂອງ​ໂຈນ​ສະ​ຫຼັດ​ແລະ​ການ​ຮັກ​ສາ​ຄວາມ​ປອດ​ໄພ ຂອງ​ກຳ​ປັ່ນ​ຂອງ​ພາກ​ພື້ນ​ອາ​ຊີ. ຍ້ອນ​ໄດ້​ຮັບ​ຜົນ​ປະ​ໂຫຍ​ດຈາກ​ພາກ​ສ່ວນ​ຮັບ​ຜິດ​ຊອບ​ຕົ້ນຕໍ​ຂອງ​ລັດຖະບານ​ປະ​ເທດ​ຕ່າງໆ​ໃນ​ອາຊີ​ໄດ້​ເພີ່ມ​ຄວາມ​ແຮງ​ໃນ​ການ​ຕໍ່ຕ້ານ​ໂຈນ​ສະຫຼັດ, ​ໃນ 3 ປີ​ຜ່ານ​ມາ, ​ເຫດ​ການ​ໂຈມ​ຕີ​ຂອງ​ໂຈນ​ສະຫຼັດ​ທີ່​ເກີດ​ຂຶ້ນ​ຢູ່​ອາຊີ​ໄດ້​ຄ່ອຍ​ໆ​ຫຼຸດ​ໜ້ອຍ​ລົງ. ຜູ້​ແທນ​ທີ່​ເຂົ້າ​ຮ່ວມ​ກອງ​ປະຊຸມ​ຍັງ​ໄດ້​ບັນລຸ​ຄວາມ​ຮັບ​ຮູ້​ທີ່​ເປັນ​ເອກະສັນ​ກັນ​ໂດຍ​ທົ່ວ​ໄປ​ກ່ຽວ​ກັບ​ການ​ເພີ່ມ​ທະວີ​ການ​ປະສານ​ງານ​ແລະ​ປະສານ​ສົມທົບ​ກັນລະຫວ່າງ​ປະ​ເທດ​ສະ​ມາ​ຊິກ​ຕ່າງໆ​ໃນ​ການ​ຕໍ່​ຕ້ານ​ໂຈນ​ສະ​ຫຼັດ​ຕື່ມ​ອີກ​ແລະ​ສ້າງ​ຕັ້ງ​ກົນ​ໄກ​ຮ່ວມ​ການຊົມ​ໃຊ້​ຂໍ້​ມູນ​ຂ່າວສານ.

ReCAAP ​ແມ່ນ​ອົງການ​ຈັດ​ຕັ້ງ​ສາກົນ​ລະ​ຫລ່າ​ງລັດຖະບານ​ກ່ຽວ​ກັບ​ການ​ໂຈມ​ຕີ​ໂຈນ​ສະຫຼັດ​ແລະ​ການ​ປຸ້ນ​ສະດົມ​ເຮືອ. ປັດຈຸ​ບັນ, ມີ 14 ປະ​ເທດ​ໃນ​ອາຊີ​ຊຶ່ງ​ລວມທັງ​ປະ​ເທດ​ຈີນ​ແລະ 5​ ປະ​ເທດ​ທີ່​ຢູ່​ນອກ​ອາຊີ​ໄດ້​ເຂົ້າ​​ເປັນ​ສະມາຊິກ​ສັນຍາ​ດັ່ງກ່າວ.