ຍີ່​ປຸ່ນ​ແລະ​ອາ​ເມ​ລິ​ກາ​ຈະ​ເພີ່ມ​ທະວີ​ການ​ຮ່ວມ​ມື​ເພື່ອ​ແກ້​ໄຂ​ບັນຫາ​ນີວ​ເຄຼຍຂອງ​ອີຣານ

(GMT+08:00) 2013-11-18 19:23:39     cri
ວັນ​ທີ 18 ພະຈິກ​ນີ້, ທ່ານ​ຟູ​ມີ​ໂອະ ຄີ​ຊີ​ດາ ລັດຖະມົນຕີ​ການ​ຕ່າງປະ​ເທດຕີຍີ່ປຸ່ນ​​ໄດ້​ສົນທະນາ​ທາງ​ໂທລະສັບ​ກັບ​ທ່ານ​ຈອນ​​ເຄຣີ ລັດຖະ​ມົນຕີ​ການ​ຕ່າງປະ​ເທດ​ອາ​ເມ​ລິ​ກາ, ສອງ​ຝ່າຍ​ກ່າວ​ວ່າ​ຈະ​ເພີ່ມ​ທະວີ​ການ​ຮ່ວມ​ມື​ໃນ​ການ​ແກ້​ໄຂ​ບັນຫາ​ນີວ​ເຄຼຍຂອງ​ອີຣານ.

ໃນ​ວັນ​ດຽວ​ກັນ, ກະຊວງ​ການ​ຕ່າງປະ​ເທດ​ຍີ່ປຸ່ນ​ໄດ້​ອອກ​ປະກາດ​ແຈ້ງ​ຂ່າວ​ວ່າ, ທ່ານ​ຟູ​ມີ​ໂອະ ຄີ​ຊີ​ດາ​ໄດ້​ແຈ້ງຜົນ​ການພົບ​ປະ​ກັບ​ຜູ້ນຳ​ອີ​ຣານ​ໃນ​ໄລຍະ ​ຢ້ຽມຢາມ​ອີຣານ​ໃນ​ຕົ້ນ​ເດືອນ​ນີ້​ໃຫ້​ທ່ານ​ຈອນ​ເຄຣີຊາບ, ​ແລະ​ທ່ານ​ຟູ​ມີ​ໂອ ຄີ​ຊີ​ດາ​ກ່າວ​ວ່າ,ທ່ານ​ໄດ້​ເຕືອນ​ໃຫ້​ອີຣານ​ໃຊ້​ທ່າ​ທີ​ທີ່​ຄ່ອງ​ແ​ຄ້ວ​ໃນ​ເວລາ​ເຈລະຈາ​ກັບ 6 ປະ​ເທດ​ກ່ຽວ​ກັບ​ບັນຫາ​ນີວ​​ເຄຼຍຂອງ​ອີຣານ. ສອງ​ຝ່າຍ​ກ່າວ​ວ່າ, ຍີ່​ປຸ່ນ​ແລະ​ອາ​ເມ​ລິ​ກາ​ຈະ​ດຳ​ເນີນ​ການ​ຮ່ວມ​ມື​ຢ່າງ​ໃກ້ຊິດ​ເພື່ອ​ແກ້​ໄຂ​ບັນ​ຫາ​ນີວ​ເຄຼຍຂອງ​ອີຣານດ້ວຍ​ສັນຕິ​ວິທີ.

ການເຈລະຈາ​ຮອບ​ໃໝ່ລະຫວ່າງ​ອີຣານກັບ 6 ປະ​ເທດ​ກ່ຽວ​ກັບບັນຫາ​ນີ​ວ​ເຄຼຍຂອງ​ອີຣານ​ທີ່​ຈັດ​ຂຶ້ນຢູ່​ນະຄອນ​ເຊີ​ແນວ​ແຫ່ງ​ສວິສ​ໄດ້​ອັດ​ລົງ​ແລ້ວ​ໃນ​ວັນ​ທີ 10 ພະຈິກ​ນີ້, ການ​ເຈ​ລະຈາ​ບໍ່​ໄດ້​ຮັບ​ຄວາມ​ຄືບ​ໜ້າ​ຕົວ​ຈິງ​ຄື​ທີ່​ວົງ​ການ​ພາຍ​ນອກ​ໄດ້​ຄາດ​ໄວ້. ຝ່າຍ​ຕ່າງໆ​ເຫັນ​ດີ​ຈະ​​ເຈ​ລະ​ຈາ​ກັນ​ອີກ​ຄັ້ງໃນ​ວັນ​ທີ 20 ພະຈິກ​ນີ້.