ປະທານາທິບໍດີ​ຝະຣັ່ງຢ້ຽມຢາມ​ອິສຣາ​ແອນ​ເພື່ອ​ຫາ​ລື​ບັນຫາ​ນີວ​ເຄຼຍຂອງ​ອີຣານ

(GMT+08:00) 2013-11-18 19:28:17     cri
ວັນ​ທີ 17 ພະຈິກ​ນີ້, ທ່ານ​ຟຣານຊົວ ອ໋ອນລອງ ປະທານາທິບໍດີ​ຝະຣັ່ງ​ໄດ້​ເດີນທາງ​ໄປ​ເຖິງ​ອິສຣາ​ແອນ​ເພື່ອ​ຢ້ຽມຢາມ​ປະ​ເທດ​ນີ້, ​ແລະ​ປຶກສາ​ຫາລື​ກັບ​ຜູ້ນຳ​ອິສຣາ​ແອນ​ໃນ​ບັນຫາ​ຕ່າງໆ​ເປັນ​ຕົ້ນ​ແມ່ນ​ບັນຫາ​ນີວ​ເຄຼຍຂອງ​ອີຣານ,ການ​ເຈລະຈາ​ສັນຕິພາບ​ລະຫວ່າງ​ປາ​​​ແລັສຕິນກັບ​ອິສຣາ​ແອນ,ການ​ຮ່ວມ​ມື​ລະຫວ່າງ​ຝະຣັ່ງກັບ​ອິສຣາ​ແອນ​ແລະ​ອື່ນໆ.

ຕອນ​ຄ່ຳ​ວັນ​ທີ 17 ພະຈິກ​ນີ້, ທ່ານ​ຟຼານຊົວ ອ໋ອນລອງ​ໄດ້​ພົບ​ປະ​ເຈລະຈາ​ກັບ​ທ່ານ​ເນ​ທັນ​ຢາ​ຮູ ນາຍົກລັດຖະມົນຕີອິສຣາ​ແອນ. ​ໃນ​ງານ​ຖະ​ແຫຼ​ງຂ່າວ​ຮ່ວມ​ພາຍຫຼັງ​ການ​ພົບ​ປະ​ເຈລະຈາ,ທ່ານ​ຟຼານຊົວ ອ໋ອນລອງ​ກ່າວ​ວ່າ, ຝະຣັ່ງຫວັງ​ຢາກຮ່ວມ​ກັບ​ອີຣານບັນລຸ​ສັນຍາ​ທີ່​ແທ້​ຈິງ,​ເໝາະ​ສົມ​ແລະ​ມີ​ການ​ຮັບປະກັນ, ອີຣານຕ້ອງ​ປະ​ລະກາ​ນພັດທະນາ​ອາວຸດ​ນີວ​ເຄຼຍ, ນີ້​ບໍ່​ພຽງ​ແຕ່​ພົວພັນ​ກັບ​ຄວາມ​ໝັ້ນຄົງ​ຂອງ​ອິສຣາ​ແອນ​ເທົ່າ​ນັ້ນ, ກໍ່​ມີ​ຄວາມ​ສຳຄັນ​ທີ່​ສຸດ​ສຳລັບ​ຄວາມ​ໝັ້ນຄົງ​ໃນ​ທົ່ວ​ພາກ​ພື້ນ​ຕາ​ເວັນ​ອອກ​ກາງ.

ທ່ານ​ເນ​ທັນ​ຢາ​ຮູ​ໄດ້​ກ່າ​ວຢ້ຳຫຼັກ​ໝັ້ນ​ຂອງ​ອິສຣາ​ແອນ​ໃນ​ບັນຫາ​ນີວ​ເຄຼຍຂອງ​ອີຣານ, ​ແລະ​ໄດ້​ສະ​ແດງ​ຄວາມ​ຍ້ອງຍໍ​ຕໍ່​ຝະຣັ່ງທີ່​ໄດ້​ມີ​ທ່າທີ​ຢ່າງ​ແຂງ​ແຮງຕໍ່​ບັນຫາ​ນີວ​ເຄຼຍຂອງ​ອີຣານ. ທ່ານ​ຫວັງ​ໃຫ້​ປະຊາ​ຄົມ​ໂລກ​ສືບ​ຕໍ່​ເພີ່ມ​ແຮງ​ກົດ​ດັນ​ຕໍ່​ອີຣານ,ບັງຄັບ​ໃຫ້​ອີຣານປະລະ​ແຜນການ​ພັດທະນາ​ອາວຸດ​ນີວ​ເຄຼຍ, ມ້າງ​ເຄື່ອງ​ຈັກ​ແຮງ​ໜີ​ສູນ​ແລະ​ເຄື່ອງ​ປະຕິ​ກອນ​ນ້ຳ​ທາດ​ໜັກ​ປຣູ​ໂຕ​ນຽມ plutonium ທີ່​ເປັນ​ວັດຖຸ​ດິບຜະລິດ​ລະ​ເບີດ​ນີວ​ເຄຼຍ.