ງານ​ວາງສະ​ແດງ​ປຶ້ມຈີນ​ປີ 2013​ ​ໄຂ​ຂຶ້ນ​ຢູ່​ອິນ​ໂດ​ເນ​ເຊຍ

(GMT+08:00) 2013-11-18 11:34:28     cri
ຫວ່າງ​ກ່ອນ​ນີ້​ບໍ່​ດົນ ງານ​ວາງສະ​ແດງ​ປຶ້ມ​ຈີນ​ປີ 2013 ​ໄດ້ຈັດ​ຂຶ້ນ​ຢູ່​ນະຄອນຫຼວງ​ຈາ​ກາ​ຕາ​ຂອງ​ອິນ​ໂດ​ເນ​​ເຊຍ, ​ໂດຍ​ມີຜູ້​ແທນດ້ານ​ການ​ພິມ​ຈຳໜ່າຍປື້​ມທີ່​ມາ​ຈາກ​ເຂດກວາງຊີ, ​ແຂວງ​​ເສ​ສວນ, ​ແຂວງ​ເຮີ​ນານ, ​ແຂວງ​ຈ່ຽງຊູ່​ແລະ​ແຂວງ​ຈ່ຽງສີ່​ຂອງ​ຈີນ ພ້ອມ​ດ້ວຍຄະນະ​ຜູ້ຕາງໜ້າຖາວ​ອນ​ຂອງຈີນ​ປະຈຳ​ອາ​ຊຽນ​ແລະ​ບຸກຄົນ​ວົງ​ການ​ຕ່າງໆ​​ໃນ​ສັງຄົມ​ຂອງ​ອິນ​ໂດ​ເນ​ເຊຍ​ທັງ​ໝົດ 100 ກວ່າ​ຄົນ​ໄດ້​ເຂົ້າ​ຮ່ວມ​ພິທີ​ໄຂ​ແລະ​ຊົມ​ເບິ່ງງາ​ນວາງສະ​ແດງ​ຄັ້ງ​ນີ້.

ຕາມ​ຂ່າວ​ແຈ້ງວ່າ, ງາ​ນວາງສະ​ແດງ​ປື້​ມຄັ້ງ​ນີ້​ໄດ້​ວາງສະ​ແດງປື້​ມທີ່​ດີ​ເດັ່ນ​ທີ່​ຈີນ​ພິມ​ຈຳໜ່າຍ​​ໃນ​ຊຸມ​ປີຜ່ານມາ​ທັງ​ໝົດ 1.100 ຊະນິດ, ມີ​ເນື້ອ​ໃນ​ກວມ​ເຖິງ​ຫຼາຍ​ຂົງ​ເຂດ​ເຊັ່ນ: ປື້​ມ​ແບບຮຽນພາສາ​ຈີນ, ປື້​ມອ່ານສຳ​ລັບ​ເດັກນ້ອຍ, ປື້​ມ​​ເຜີຍ​ແຜ່​ຄວາມ​ຮູ້​ດ້ານ​​​ເຕັກນິກ​ວິທະຍາສາດ, ວັນ​ນະ​ຄະດີ, ປະຫວັດສາດ​ແລະການທ່ອງທ່ຽວ​​ເປັນ​ຕົ້ນ.