ຜູ້​ຊ່ຽວຊານ​ແລະ​​ສື່​ມວນ​ຊົນ​ອາຊີ​ຕາ​ເວັນ​ອອກສຽງ​​ໃຕ້​ຕັ້ງໜ້າ​ຕີ​ລາຄາຕໍ່​ກອງ​ປະຊຸມຄົບ​ຄະນະ​ຄັ້ງ​ທີ 3 ສະ​ໄໝ​ທີ 18 ຂອງ​ພັກ​ຄອມ​ມູນິດ​ຈີນ ​ແລະຂໍ້​ຕົກລົງ​ກ່ຽວ​ກັບ​ບັນຫາ​ທີ່​ສຳຄັນ​ຕ່າງໆ​ໃນ​ການລົງ​ເລິກ​ການ​ປະຕິ​ຮູບ​ຢ່າງ​ຮອບດ້ານ

(GMT+08:00) 2013-11-18 17:18:14     cri
ພາຍຫຼັງ​ໄດ້​ເຜີຍ​ແຜ່ບົດ​ແຈ້ງ​ຂ່າວ​ຂອງ​ກອງ​ປະຊຸມ​ຄົບ​ຄະນະ​ຄັ້ງ​ທີ 3 ສະ​ໄໝ​ທີ 18 ຂອງ​ພັກ​ຄອມ​ມູນິດ​ຈີນ ​ແລະ "​ຂໍ້​ຕົກລົງ​ກ່ຽວ​ກັບ​ບັນຫາ​ທີ່​ສຳຄັນ​ຕ່າງໆ​ໃນ​ການ​ລົງ​ເລິກ​ການ​ປະຕິ​ຮູບ​ຢ່າງຮອບດ້ານ​ຂອງ​ສູນ​ກາງ​ພັກ​ຄອມ​ມູນິດ​ຈີນ" ​ແລ້ວ, ​ໄດ້​ດຶງ​ດູດ​ຄວາມສົນ​ໃຈ​ຈາກ​ປະຊາ​ຄົມ​ໂລກຢ່າງ​ຫຼວງ​ຫຼາຍ. ຜູ້​ຊ່ຽວຊານ​ແລະ​ສື່​ມວນ​ຊົນ​ຂອງ​ປະ​ເທດ​ອາຊີ​ຕາ​ເວັນ​ອອກສຽງ​ໃຕ້​ໄດ້​ຕັ້ງໜ້າ​ຕີ​ລາຄາ​ຕໍ່​ຄວາມ​ໝາຍ​ສຳຄັນ​ຂອງ​ກອງ​ປະຊຸມ​ຄົບ​ຄະນະ​ຄັ້ງ​ທີ 3 ສະ​ໄໝ​ທີ 18, ​​ໂດຍເຫັນ​ວ່າ "ຂໍ້​ຕົກລົງ"ສະບັບ​ນີ້​ແມ່ນ​ເປົ້າ​ໝາຍ​ແລະ​ໂຄງຮ່າງ​ໃຫຍ່​ໃນ​ການ​ຊຸກຍູ້​ການ​ລົງ​ເລິກ​ການ​ປະຕິ​ຮູບ​ຢ່າງຮອບດ້ານ​ຂອງ​ຈີນ​​ໃນອະນາຄົດທີ່​ຍາວ​​ໄກທີ່​ສຸດ.

ທ່ານ​ຫູ​ອີ້​ຊ່ານ ຜູ້ຊ່ຽວຊານ​ກ່ຽວ​ກັບ​ຈີນ​ທີ່​ມີ​ຊື່​ສຽງ​ຂອງ​ມະ​ເລ​ເຊຍ​ໄດ້​ຕັ້ງໜ້າ​ຕີ​ລາຄາ​ຕໍ່​ຄວາມ​ໝາຍ​ສຳຄັນ​ຂອງ​ກອງ​ປະຊຸມ​ຄົບ​ຄະນະ​ຄັ້ງ​ທີ 3 ສະ​ໄໝ​ທີ 18 . ທ່ານ​ກ່າວ​ວ່າ, ກອງ​ປະຊຸມ​ຄົບ​ຄະນະ​ຄັ້ງ​ນີ້​ໄດ້​ຜ່ານ "ຂໍ້​ຕົກລົງ"​ໂດຍ​ສະ​ແດງ​ໃຫ້​ເຫັນ​ວ່າ, ຜູ້ນຳ​ຊຸດ​ໃໝ່​ຂອງ​ພັກ​ຄອມ​ມູນິດ​ຈີນ​ຈະ​ລົງ​ເລິກ​ການ​ປະຕິ​ຮູບ​ໃນ​ຂົງ​ເຂດ​ຕ່າງໆ​ຢ່າງ​ກວາງ​ຂວ້າງ​ເຊັ່ນ: ​ເສດຖະກິດ, ການ​ເມືອງ, ວັດທະນະທຳ, ສັງຄົມ​ແລະນິ​ເວດ​ວິ​ທະຍາ​ເປັນ​ຕົ້ນ, ຢູ່​ໃນ​ປະ​ເທດ​ຈີນ​ຈະ​ປະກົດ​ມີ​ສະພາບ​ການ​​ປ່ຽນ​ແປງ​ໃໝ່​ທີ່​ເຮັດ​ໃຫ້​ຄົນຮູ້​ສຶກມີ​ກຳລັງ​ໃຈຫຼາຍ​ຂຶ້ນ. ພັກ​ຄອມ​ມູນິດ​ຈີນ​ສະໜັບສະໜູນ​ຕະຫຼາດ​ທີ່ເສີມ​ຂະຫຍາຍ​ບົດບາດ​ຕັດສິນ​ໃນ​ການຈັດ​ສັນ​ຊັບພະຍາກອນ, ​ແກ້​ໄຂ​ການ​ພົວພັນ​ລະຫວ່າງ​ລັດຖະບານ​ກັບ​ຕະຫຼາດ​ໃຫ້​ດີ, ບໍ່​ພຽງ​ແຕ່​ມີ​ຜົນ​ດີ​ຕໍ່​ການ​ຊຸກຍູ້​ການ​ຫັນປ່ຽນ​ບົດບາດ​ຂອງ​ລັດຖະບານ​ໃຫ້​ດີກ​ວ່າ​ເກົ່າ​ເທົ່າ​ນັ້ນ, ​​ການເສີມ​ຂະຫຍາຍ​ບົດບາດ​ຂອງ​ຕົນ​ຢ່າງ​ມີ​ປະສິດທິ​ຜົນ, ຈະ​ມີ​ຜົນ​ດີ​ຕໍ່​ເສດຖະກິດ​ຈີນ​ໃນ​ການ​ເຊື່ອມ​ໂຍງ​ເຂົ້າກັບ​ເສດຖະກິດ​ໂລກ, ຊຸກຍູ້​ໃຫ້​ເສດຖະກິດ​ໂລກ​ຟື້ນ​ຕົວ​ຂຶ້ນ.

ສື່​ມວນ​ຊົນ​ອິນ​ໂດ​ເນ​ເຊຍ​ເຫັນ​ວ່າ, ຂົງ​ເຂດ​ການ​ປະຕິ​ຮູບ, ໜ້າ​ທີ, ຊ່ອງ​ທາງ​, ມາດ​ຕະການ​ແລະ​ເປົ້າ​ໝາຍ​ທີ່ຂໍ້​ຕົກລົງ​ດັ່ງກ່າວກ່ຽວ​ພັນ​ເຖິງ​ນັ້ນ​ແມ່ນ​ການ​ປະຕິ​ຮູບ​ທີ່​ເລິກ​ເຊິ່ງ​ແລະ​ເດັດຂາດ​ທີ່​ສຸດ​ໃນ 35 ປີຜ່ານມາ. ຖ້າວ່າ​ວຽກ​ງານ​​ດ້ານ​ການ​ລົງ​ເລິກ​ການ​ປະຕິ​ຮູບ 15 ​ໂຄງການ​ທີ່​ກອງ​ປະຊຸມ​ຄົບ​ຄະນະ​ຄັ້ງ​ທີ 3 ສະ​ເໜີ​ອອກ ຫາກໄດ້​ຮັບ​ການຈັດ​ຕັ້ງ​ປະຕິບັດ​ຢ່າງ​ແທ້​ຈິງ​ແລ້ວ ຂົງ​ເຂດການ​ເມືອງ, ​ເສ​ດຖະກິດ, ການ​ທະຫານ, ສັງຄົມ​ແລະຂົງ​ເຂດ​ວັດທະນະທຳ​ຂອງ​ຈີນ​ພາຍ​ໃນ​ອະນາຄົດ​ກໍ່ຈະ​ເກີດ​ມີ​ການ​ປ່ຽນ​ແປງ​ຢ່າງ​ເລິກ​ເຊິ່ງ, ປະ​ເທດ​ຈີນ​ຈະ​​ເຂັ້ມ​ແຂງຂຶ້ນ​ກວ່າ​ເກົ່າ, ບັນດາ​ປະ​ເທດອາ​ຊຽນລວມທັງ​ອິນ​​ໂດ​ເນ​ເຊຍ ​ແລະ​ປະ​ເທດ​ອາຊີປາຊີ​ຟິກ ກໍ່​ຈະ​ໄດ້​ຮັບ​ຜົນ​ປະ​ໂຫຍ​ດຫຼາຍ​ກວ່າ​ເກົ່າ​ໃນ​ການ​ພັດທະນາ​​ແລະ​ຄວາມກ້າວ​​ໜ້າ​ຂອງ​ຈີນຊຶ່ງ​ໃນ​ນັ້ນ​ກໍ່​ລວມທັງຂົງ​ເຂດ​ຄວາມ​ປອດ​ໄພ​ຂອງ​ພາກ​ພື້ນ, ການ​ຮ່ວມ​ມື​ດ້ານ​ເສດຖະກິດ​ແລະ​ຂົງ​ເຂດ​ອື່ນໆ.

ໜັງສືພິມລຽນ​ເຮີ​ຈາວ​ປ້າວ​ຂອງ​ສິງກະ​ໂປ​ໄດ້​ພິມ​ບົດ​ນຳ​ໂດຍ​ກ່າວ​ວ່າ, ​ແນວ​ຄິດ "ການ​ລົງ​ເລິກ​ການ​ປະຕິ​ຮູບ​ຢ່າງ​ຮອບດ້ານ"ຂອງ​ທ່ານ​ສີ​ຈິ້ນ​ຜິ​ງ ປະທານ​ປະ​ເທດ​ຈີນ, ບໍ່​ໄດ້​ພົ້ນ​ອອກ​ຈາກ​ການ​ປະຕິ​ຮູບ​ແລະ​ໄຂ​ປະຕູ​ສູ່​ພາຍ​ນອກ​ໃນ 30 ກວ່າ​ປີຜ່ານມາ​ທີ່​ຄ່ອຍ​ເປັນ​ຄ່ອຍ​ໄປ, ທັງ​ສອດຄ່ອງ​ກັບ​ເງື່ອນ​ໄຂ​ຕົວ​ຈິງ​ຂອງ​ຈີນທີ່​ສຸດ​ພາຍ​ໃຕ້​ສະຖານະ​ການ​ໃນ​ປະຈຸ​ບັນ.